ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມຽນມາ ປ່ອຍນັກໂທດ ການເມືອງ ຢ່າງນ້ອຍ 20 ຄົນ


ແຜນທີ່ປະເທດມຽນມາ
ແຜນທີ່ປະເທດມຽນມາ

ມຽນມາ​ໄດ້​ປ່ອຍ​ນັກ​ໂທດ​ການ
​ເມືອງ​ຢ່າງ​ນ້ອຍ 20 ຄົນ ຊຶ່ງ
ເປັນພາກສ່ວນນຶ່ງຂອງການນີ
ລະໂທດກໍາທົ່ວໄປ ທີ່ລັດຖະ
ບານ​ກ່າວ​ວ່າ ແນໃສ່​ເພື່ອສົ່ງ
ເສີມ “ຄວາມສາມັກຄີປອງດອງ ຊາດ.”

ສື່ມວນຊົນຂອງລັດ ໜັງສືພິມ
New Light of Myanmar​
ກ່າວວ່າ ນັກໂທດ 46 ຄົນໄດ້
ຖືກປ່ອຍຕົວ ໃນວັນອັງຄານມື້ນີ້
ພາຍໃຕ້ຄໍາສັ່ງຂອງປະທານາທິ
ບໍດີ ເທນ ເຊນ. ໜັງສືພິມດັ່ງກ່າວ
ຍັງເວົ້າອີກວ່າ ນັກໂທດຊາວຕ່າງ
ປະເທດ 34 ຄົນ ໄດ້ຖືກເນລະ
ເທດ.

ພວກນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ຮວມ
ຢູ່​ໃນ​ພວກ​ທີ່​ຖືກ​ປ່ອຍ​ນັ້ນ ມີທ້າວ
Aye Aung ນັກ​ສຶກສາ​ປະ​ທ້ວງ
ທີ່​ໄດ້​ຖືກ​ໂທດ​ຈໍາ​ຄຸກ 59 ປີ ຍ້ອນ​
ໄດ້​ແຈກ​ຢາຍ​ເອກະສານປະ​ທ້ວງ
​ແລະ​ປະກອບສ່ວນ​ໃນ​ການ​ລຸກ​ຮື
​ຂຶ້ນ​ເພື່ອປະຊາທິປະ​ໄຕ ຄັ້ງ​ປີ
1998 ນັ້ນ.

ມຽນມາໄດ້ປ່ອຍຕົວນັກໂທດການເມືອງ ຫລາຍຮ້ອຍຄົນ ​ໂຮມ​ທັງ​ຜູ້​ຄັດຄ້ານ​ລັດຖະບານ
​ຄົນ​ສໍາຄັນ​ຫລາຍ​ຄົນ ນັບແຕ່ລັດຖະບານພົນລະເຮືອນ​ແຕ່ໃນນາມໄດ້ຂຶ້ນກໍາອໍານາດໃນ
ປີກາຍນີ້ ຊຶ່ງໄດ້ເຮັດໃຫ້ການປົກຄອງແບບຮຸນແຮງຂອງທະຫານ​ເປັນ​ເວລາ​ຫຼາຍທົດ​ສະ​ວັດ
​ນັ້ນ ສິ້ນສຸດລົງ.

ນາງ Khin Ohmar ຜູ້ປະສານງານສໍາລັບກຸ່ມ Burma Partnership
ນາງ Khin Ohmar ຜູ້ປະສານງານສໍາລັບກຸ່ມ Burma Partnership

​ແຕ່​ບັນດາ​ກຸ່ມ​ສິດທິ​ມະນຸດ​ຍັງ​ເປັນ​ຫ່ວງ
​ນໍາ​ນັກ​ໂທດ​ຈິດ​ສໍານຶກ​ອີກ​ຫລາຍ​ຮ້ອຍ​ຄົນ
ທີ່​ຍັງ​ຖືກ​ກັກ​ຂັງ​ຢູ່. ນາງ Khin Ohmar
ຜູ້​ປະສານ​ງານ​ສໍາລັບ​ກຸ່ມ Burma
Partnership ກ່າວ​ຕໍ່​ວີ​ໂອ​ເອວ່າ ນາງ​ຢ້ານ​
ວ່າ​ ພວກ​ນັກ​ເຄື່ອນ​ໄຫວ ທີ່​ບໍ່​ມີ​ຊື່​ສຽງ​ປານ​
ໃດ ຫລາຍໆ​ຄົນຈະ​ຖືກ​ຫລົງ​ລືມ.

ລັດຖະບານຂອງປະເທດຕາເວັນຕົກຫຼາຍໆ​
ປະ​ເທດ ໄດ້ເລີ້ມຜ່ອນຜັນການລົງໂທດຕໍ່
ມຽນມາ ​ເພື່ອ​ສະໜອງ​ຕອບ​ຕໍ່​ການ​ປະຕິ
​ຮູບທາງ​ການ​ເມືອງ​ ແລະ​ເສດຖະກິດ​ຂອງ
​ມຽນມາ​ນັ້ນ. ແຕ່ຢ່າງໃດກໍຕາມ ການປ່ອຍ
ຕົວແບບບໍ່ມີເງື່ອນໄຂ ພວກນັກໂທດການ
ເມືອງທີ່ຍັງເຫລືອຢູ່ທັງໝົດນັ້ນ ຍັງເປັນເງື່ອນໄຂຕົ້ນຕໍ ທີ່​ຈະ​ເຮັດ​ໃຫ້ຫລາຍໆປະເທດຟື້ນ
ຟູສາຍສໍາພັນ​ໂດຍເຕັມຄືນອີກ ກັບປະເທດທີ່ຄັ້ງນຶ່ງເຄີຍຖືກໂດດດ່ຽວນັ້ນ.

XS
SM
MD
LG