ກຸ່ມສິດທິມະນຸດໃນຫວຽດນາມກຸ່ມນຶ່ງກ່າວ
ວ່າ ແມ່ຂອງຜູ້ທີ່ຂຽນຂໍ້ຄວາມລົງໃນ
internet ທີ່ຕິດຄຸກຢູ່ນັ້ນ ໄດ້ເສຍຊີວິດລົງ
ຫຼັງຈາກທີ່ໄດ້ຈຸດໄຟເຜົາຕົວເອງເພື່ອປະທ້ວງ
ຕໍ່ການຈໍາຄຸກລູກສາວຂອງລາວ. ການເອົາ
ໄຟຈຸດເຜົາຕົວເອງນັ້ນ ແມ່ນເປັນຮູບແບບ
ສະແດງການຄັດຄ້ານທີ່ບໍ່ຄ່ອຍສູ້ມີຂຶ້ນຢູ່ໃນ
ຫວຽດນາມ ບ່ອນທີ່ພັກຄອມມິວນີສຫວຽດ
ນາມຄວບຄຸມສັງຄົມ ຢ່າງເຄັ່ງຄັດນັ້ນ.
ຕາໜ່າງຂ່າວສາສະໜາຄຣີສ ທີ່ຊື່ວ່າ
Vietnamese Redemptorist News
Networks ກ່າວວ່າ ນາງ Dang Thi Kim
Lieng ໄດ້ຈຸດໄຟເຜົາຕົວເອງໃນເຊົ້າວັນຈັນ
ວານນີ້ ໃກ້ໆກັບໂຮງການລັດຖະບານທ້ອງ
ຖິ່ນແຫ່ງນຶ່ງໃນເມືອງ Bac Lieu ໃນພາກໃຕ້.
ກຸ່ມດັ່ງກ່າວເວົ້າວ່າ ແມ່ຍິງຄົນນັ້ນ ຊຶ່ງນັບຖືສາສະໜາກາໂຕລິກ ໄດ້ເສຍຊີວິດ ຍ້ອນທົນຕໍ່
ບາດແຜຂອງຕົນບໍ່ໄດ້ ໃນຂະນະທີ່ຖືກພາໄປໂຮງພະຍາບານ. ລູກສາວຂອງນາງ ກໍຄື
Ta Phong Tan ແມ່ນ 1 ໃນພວກ bloggers ຊາວຫວຽດ ນາມ 3 ຄົນທີ່ກໍາລັງຖືກດໍາເນີນ
ຄະດີໃນຂໍ້ຫາ ທໍາການໂຄສະນາຊວນເຊື່ອຕໍ່ຕ້ານ ພັກຄອມມຸຍນີສ ທີ່ປົກຄອງປະເທດນັ້ນ.