ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທມີຄວາມເປັນຫ່ວງຫຼາຍຂຶ້ນ ກ່ຽວກັບພາກໃຕ້ ຫລັງຈາກ ເກີດເຫດລະເບີດຄັ້ງລ່າສຸດ (ເບິ່ງວີດີໂອ)


ທ່ານນາງຢິ່ງລັກ ນາຍົກລັດຖະມົນຕີໄທ ກໍາລັງຢ້ຽມຢາມຜູ້ບາດເຈັບຍ້ອນ ເຫດລະເບີດທີ່ເມືອງຫາດໃຫຍ່ ຈັງຫວັດສົງຂາ ພາກໃຕ້ຂອງໄທ ເມື່ອວັນທີ່
2 ເມສານີ້
ທ່ານນາງຢິ່ງລັກ ນາຍົກລັດຖະມົນຕີໄທ ກໍາລັງຢ້ຽມຢາມຜູ້ບາດເຈັບຍ້ອນ ເຫດລະເບີດທີ່ເມືອງຫາດໃຫຍ່ ຈັງຫວັດສົງຂາ ພາກໃຕ້ຂອງໄທ ເມື່ອວັນທີ່ 2 ເມສານີ້

ນັບ​ຕັ້ງ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ ມີ​ປະຊາຊົນ​ຫລາຍ​ກວ່າ 5,000 ຄົນ​ ຖືກຂ້າ​ຕາຍ​ໃນ​ການ​ໂຈມ​ຕີ​ຫລາຍໆ​ບັ້ນ​ໃນ​ຈັງຫວັດຢະລາ ປັດ​ຕາ​ນີ ​ແລະນາຣາທິວາ​ດ ທີ່​ຕັ້ງຢູ່​ໃນ​ພາກ​ໃຕ້​ຂອງ​​ໄທ. ​ໃນ​ທ້າຍ​ເດືອນ​ມີນາ​ຜ່ານມາ​ນີ້ ມີການ​ລອບ​ວາງ​ລະ​ເບີດ​ແບບ​ປະສານ​ງານ​ກັນ​ ໃສ່ສູນ​ການ​ຄ້າ​ແຫ່ງ​ຕ່າງໆ​ທີ່​ໄດ້​ສັງຫານ 14 ຄົນ ​ແລະ​ອີກ​ຫລາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ຊຶ່ງ​ນັບ​ວ່າ​ເປັນ​ນຶ່ງ​ໃນການ​ປະຕິບັດການ​ທີ່​ຫ້ຽມ​ໂຫດ​ສຸດ​ໃນ​​ໄລຍະ​ຫລາຍ​ປີ. Steve Sandford ຜູ້ ​ສື່​ຂ່າວ​ວີ​ໂອ​ ລາຍ​ງານ​ຈາກ​ຫາດ​ໃຫຍ່ ຊຶ່ງ​ເປັນ​ເມືອງທີ່ບໍ່​ເຄີຍ​ຖືກ​ວາງ​ລະ​ເບີດ​ໃນ​​ໄລຍະ​ບໍ່​ເທົ່າ​ໃດປີຜ່ານມາ​ ນີ້ຈົນ​ເທົ່າເກີດເຫດການ​ຮຸນ​ແຮງຄັ້ງ​ລ່າ​ສຸດ. ທອງ​ປານ ມີ​ເລຶ່ອງນີ້ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ

ລູກ​ຊາຍ​ນ້ອຍ​ເກີດ​ໃໝ່​ຄົນ​ນຶ່ງ ພວມ​ໄດ້​ຮັບ​ການປິ່ນປົວບາດ​ແຜ​ຢູ່​ທີ່​ໂຮງໝໍ​ແຫ່ງ​ນຶ່ງ ​ໃນ​ຂະນະ
ທີ່​ແມ່​ຂອງ​ເດັກ ຄືນາງນິສາ​ຊົນ ​ໂກ​ຊິດ​ຄຸນ ພາວະນາໄຫວ້​ວອນ​ເພື່ອ​ໃຫ້​ລູກ​ຊາຍເກີດ​ໃໝ່
ຂອງ​ນາງນັ້ນ​ ລອດ​ຊີວິດ.

ໂອ້….ລູກ​ເອີ່ຍ ​ແມ່​ຢູ່​ນີ້​ກັບ​ລູກ​ແລ້ວ….ແມ່​ກໍາລັງ​ລໍຖ້າ​ໃຫ້​ລູກ​ມີ​ອາການ​ດີ​ຂຶ້ນ

ເດັກ​ຊາຍ ຄານະ​ພັດ ອິນທະຣາ ສຸວັນ ອາຍຸ​ສອງເດືອນ ທີ່​ເປັນ​ຜູ້​ເຄາະຮ້າຍ​ອາຍຸ​ນ້ອຍ​ທີ່​
ສຸດ ​ຈາກ​ການ​ໂຈມ​ຕີໃນ​ທ້າຍ​ເດືອນ​ມີນາ​ຜ່ານ​ມາ ​ໂດຍພວກ​ທີ່​ສົງ​ໄສ​ວ່າ ​ເປັນ​ກຸ່ມຫົວແບ່ງ
ແຍກ​ດິນ​ແດນ ​ໃນພາກ​ໃຕ້​ຂອງ​ໄທນັ້ນ.

ເມືອງ​ຫາດ​ໃຫຍ່ ຈັງຫວັດ​ສົງ​ຂາ ຕັ້ງ​ຢູ່ທາງ​ກໍ້າ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ເຂດທີ່ມີ​ການ​ກໍ່
ຄວາມ​ຮຸນ​ແຮງ​ໜັກ​ທີ່​ສຸດໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ​ ​ແລະ​ບາງ​ຄົນ​ເກີດ​ຄວາມ​ຢ້ານ​ກົວ​
ວ່າ ​ການ​ໂຈມ​ຕີ​ເຫລົ່ານີ້​ສະ​ແດງໃຫ້​ເຫັນ​ວ່າ​ບັນຫາ​ຂັດ​ແຍ້​ງກໍາລັງ​ລາມ​ຂຶ້ນໄປ​ທາງ​ເໜືອ​.
ນາງນິສາ​ຊົນກ່າວວ່າ:

"ຂ້ອຍ​ຮູ້ສຶກ​ເສົ້າ​ໃຈ​ເວລາ​ຂ້ອຍ​ໄດ້​ຍິນຂ່າວ​ວ່າ​ມີ​ຜູ້ຄົນ​ຖືກ​ຂ້າ​ຕາຍຢູ່​ໃນ​ເຂດ​ໃຕ້​
ສຸດ​ຂອງ​ໄທ. ຊຶ່ງ​ບັດ​ນີ້​ມັນ​ໄດ້​ເກີດ​ຂຶ້ນກັບຄອບຄົວ​ຂອງ​ຂ້ອຍ ມັນເປັນ​ເລື່ອງທີ່
ໜ້າ​ຢ້ານ​ກົວ​ຫລາຍ​ແທ້ໆ ບາງ​ເທື່ອ​ຂ້ອຍຈົນ​ບໍ່​ຢາກ​ຈະ​ລໍ່າ​ໄລ​ນໍາ​ຫຍັງ​ຊໍ້າ"

ບໍ່​ດົນກ່ອນ​ທີ່​ລະ​ເບີດຈະ​ແຕກ​ຂຶ້ນທີ່ຫາດ​ໃຫຍ່ນັ້ນ ພວກ​ກ້ອງ​ວີ​ດີ​ໂອວົງຈອນ ປິດໄດ້​ບັນທຶກ
ຮູບ​ຜູ້​ຕ້ອງ​ສົງໄສ​ສອງ​ຄົນ ທີ່​ໄດ້​ເອົາ​ລົດ​ບັນຈຸ​ລະ​ເບີດ​ໄປ​ຈອດ​ໄວ້​ ຢູ່​ໃນ​ບ່ອນຈອດລົດ​ໃຕ້​ດິນ.

ເບິ່ງວີດີໂອລາຍງານພາສາອັງກິດ:

ໃນເຫດການ​ນີ້ ​ມີ​ຜູ້​ຖືກ​ຂ້າ​ຕາຍ​ຢ່າງ​ນ້ອຍສາມ​ຄົນ ​ແລະ​ອີກ​ຫລາຍ​ຮ້ອຍ​ຄົນ​ບາດ​ເຈັບ​ໃນອັນ
ທີ່​ປາກົດ​ວ່າ​ເປັນ​ການ​ໂຈມ​ຕີ​ທີ່ໄດ້​ມີ​ການ​ປະສານ​ງານກັນ​ຢ່າງ​ຄັກ​ແນ່ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​
ຫລັງ​ຈາກ​ໄດ້​ມີ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດແບບ​ດຽວ​ກັນ​ ທີ່​ຈັດ​ຫວັດໃກ້​ຄຽງ ຄືຢະລານັ້ນ.

ນາງ​ວັນ​ລາ ຄົນ​ຂາຍຂອງ​ແຄມ​ທາງ ທີ່​ຂາຍຂອງ​ຢູ່​ຟາກກົງ​ຂ້າມ​ກັບຕຶກອາຄານ​ທີ່​ຖືກ​ລະ​ເບີດ​
ກ່າວ​ວ່າ ການ​ໂຈມ​ຕີ​ທີ່​ບໍ່​ເລືອກ​ໜ້າ​ນັ້ນ ​ແມ່ນ​ກໍາລັງ​ສ້າງຄວາມ​ເດືອດຮ້ອນ​ຫລາຍ.

“ໃຜ​ກໍ​ຕາມ​ທີ່ເປັນ​ຜູ້​ວາງ​ລະ​ເບີດ​ໃນຄັ້ງ​ນີ້ ​ເຂົາ​ບໍ່​ມີ​ຫົວ​ໃຈ ​ເຂົາ​ບໍ່​ຄິດ​ເຖິງ​ຊີວິດ​
ຂອງ​ຄົນອື່ນ​ເລີຍ ຖ້າ​ຫາກ​ວ່າມັນ​ເກີດ​ຂຶ້ນກັບ​ຄອບຄົວ​ຂອງ​ພວກ​ເຂົາ​ເດ ​ເຂົາ​
ຈະ​ຄິດ​ແນວ​ໃດ ຈັ່ງ​ແມ່ນໂຫດຮ້າຍ​ຫລາຍ.”

ໃນ​ຂະນະ​ດຽວ​ກັນ​ ທີ່​ໂຮງ​ແຮມ Imperial Lee Garden ພວກ​ເຈົ້າໜ້າ​ທີ່ກໍາລັງ​ຂຸ້ນຂ້ຽວ ​
ພະຍາຍາມ​ຫາ​ທາງ​ຟື້ນຟູູ​ຊື່​ສຽງ​ດ້ານ​ຄວາມ​ປອດ​ໄພ​ຂອງ​ເມືອງ​ຫາດ​ໃຫຍ່ ກ່ອນ​ໜ້າການ
ສະ​ເຫລີ​ມສະຫລອງ​ບຸນ​ສົງການ​ປີໃໝ່​ຂອງໄທ ປະ​ຈໍາປີ​ນີ້.

ການທ່ອງທ່ຽວເປັນ​ອຸສາ​ຫະກຳທີ່​ນໍາ​ລາຍ​ໄດ້​ກ້ອນ​ໃຫຍ່ມາ​ໃຫ້​ວົງ​ການ​ທຸລະ​ກິດທ້ອງ​ຖິ່ນ
ຊຶ່ງສ່ວນ​ໃຫຍ່​ແລ້ວ​ ເປັນຊາວ​ມາ​ເລ​ເຊຍ​ແລະ​ສິງ​ຄະ​ໂປ ທີ່ມັກມາ​ທ່ອງ​ທ່ຽວ​ເຂດ​ນີ້.

ເຈົ້າໜ້າ​ທີ່​ຕໍາຫລວດ​ທ່ອງ​ທ່ຽວ ກໍາລັງ​ພະຍາຍາມໃຫ້​ຄວາມ​ໝັ້ນ​ໃຈ​ແກ່ວົງ​ການທຸລະ​ກິດ
ທັງຫລາຍ​ວ່າ​ ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຢູ່​ໃນ​ສະພາບ​ປົກກະຕິ​ດີ​ແລ້ວ. ພັນຕໍາຫລວດຕີ ກິດ
ຕິພັນ ເດດສູນທອນວັດ ກ່າວວ່າ:

"ເວລາ​ນີ້ ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ຮຽບຮ້ອຍ​ເປັນ​ປົກກະຕິ​ດີ​ແລ້ວ ພວກ​ເຮົາ​ໄດ້​
ໂອ້​ລົມ​ກັບ​ພວກ​ນັກ​ທ່ອງ​ທ່ຽວຈຳນວນ​ນຶ່ງ ຊຶ່ງພວກ​ເຂົາ​ເຈົ້າ​ເວົ້າ​ວ່າ ພວກ​
ເຂົາ​ເຈົ້າຈະ​ກັບ​ຄືນ​ມາ​ທ່ອງ​ທ່ຽວ​ອີກ ບໍ່​ໜ້າ​ຈະ​ມີ​ບັນຫາ​ຫຍັງ​ເລີຍ."

ເຖິງ​ແມ່ນ​ຈະ​ມີ​ການໃຫ້ການ​ຄໍ້າປະກັນຕ່າງໆ​ນາໆ​ກໍ​ຕາມ ​ເຫດລະ​ເບີດທີ່​ມີ​ເພີ່ມຂຶ້ນ​ໃນ
ເຂດໃກ້​ຄຽງ​ຂອງຈັງຫວັດຢະລານັ້ນ ​ແມ່ນ​ເຮັດ​ໃຫ້​ຂົງ​ເຂດຢູ່​ໃນລະດັບ​ການ​ລະວັງ​ໄພ​ສູງ
ຂຶ້ນ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າໜ້າ​ທີ່​ ກໍາລັງ​ຕິດ​ຕາມສອບສວນເບິ່ງວ່າ ໃຜ​ຢູ່​ເບື້ອງ​ຫລັງ
ການ​ໂຈມ​ຕີ​ທີ່​ມີ​ການ​ປະສານ​ງານ​ວາງ​ແຜນກັນ​ເປັນ​ຢ່າງດີນີ້ ​ທີ່ສະແດງໃຫ້​ເຫັນເຖິງລະ
ດັບ​ຂອງ​ຄວາມສະ​ລັບ​ຊັບຊ້ອນ ທີ່ໜ້າເປັນຫ່ວງນັ້ນ.

XS
SM
MD
LG