ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະມັກເລືອກຕັ້ງ ໂຄສະນາຫາສຽງ ຢ່າງໃຫຍ່ ໃນມຽນມາ (ເບິ່ງວີດີໂອ)


ປະຊາຊົນມຽນມາຜູ້ມີສິດເລືອກຕັ້ງ ຈະພາກັນໄປໃຊ້ສິດຂອງເຂົາເຈົ້າ ໃນວັນອາທິດມື້ອື່ນນີ້ ໃນການເລືອກຕັ້ງຮອບພິເສດ ເພື່ອປ່ອນບັດເອົາຜູ້ແທນເຂົ້ານັ່ງ ໃນບ່ອນນັ່ງທີ່ເປົ່າວ່າງລົງ ໃນສະພາແຫ່ງຊາດ ຊຶ່ງອາດຈະເປັນການເລືອກຕັ້ງ ທີ່ນໍາເອົາຜູ້ສະມັກເລືອກຕັ້ງຝ່າຍຄ້ານ ອັນໂຮມທັງທ່ານນາງອອງ ຊານ ຊູຈີ ນໍານັ້ນ ເຂົ້າມາຮ່ວມໃນລັດຖະບານ ທີ່ພວກເຂົາເຈົ້າໄດ້ ຫລີກລ່ຽງ ມາເປັນເວລາຫລາຍສິບປີ. ຜູ້ສື່ຂ່າວວີໂອເອ Danielle Bernstein ສົ່ງລາຍງານ ກ່ຽວກັບເລື່ອງນີ້ ມາຈາກນະ ຄອນຢ່າງກຸ້ງ ດັ່ງວັນນະສອນຈະນໍາມາສະເໜີທ່ານ.

ເບິ່ງວີດີໂອລາຍງານພາສາອັງກິດ ທີ່ກົງກັນກັບລາຍງານພາສາລາວ:

ການສະ​ແດງ​ສິນລະປະການ​ຕໍ່ສູ້​ແບບ​ດັ້ງ​ເດີມ​ຂອງ​ຊາວ​ມຽນມາ ​ແມ່ນ​ເປັນລາຍ​ການສະ​ແດງ
ໃຫ້​ຜູ້​ຄົນຊົມຢ່າງ​ນຶ່ງ ​ໃນ​ການ​ໂຄສະນາ​ຫາ​ສຽງ​ ຂອງ​ຜູ້​ສະມັກ​ເລືອກ​ຕັ້ງ​ຄົນ​ນຶ່ງຈາກ​ພັກ​
USDP ຂອງ​ລັດຖະບາ​ນ ມຽນມາ ທີ່​ເປັນພາຄີ​ກັບຝ່າຍ​ທະຫານ​.

​ໃນ​ການ​ເລືອກ​ຕັ້ງ​ເທື່ອ​ຫລ້າ​ສຸດ ​ເມື່ອ​ປີ 2010 ນັ້ນ ພວກ​ກຸ່ມ​ຝ່າຍ​ຄ້ານ​ກັບບັນດາລັດຖະບານ
​ຕາ​ເວັນ​ຕົກ ພາກັນ​ປະນາມ​ການ​ປ່ອນ​ບັດ​ວ່າ ບໍ່​ຂາວ​ສະອາດ​ແລະ​ມີ​ການ​ສໍ້​ໂກງ.

ຜູ້​ສະມັກ​ເລືອກ​ຕັ້ງ​ຂອງ​ພັກ​ລັດຖະບານ ທ່ານ​ນາງ ​ເລ ​ເລ ​ເອ ຖິ້ມ​ໂທດ​ໃສ່​ການຂາດ​ປະສົບ
​ປະການວ່າ ​ເປັນສາ​ເຫດ​ທີ່​ພາ​ໃຫ້​ມີ​ຄວາມ ຂາດ​ຕົກ​ບົກ​ຜ່ອງ ບໍ່​ຖືກຕ້ອງ​ຕ່າງໆ​ນາໆ ​ໃນ​ອະ
ດີດ​ນັ້ນ ​ແລະ​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ທີ່ວ່າ ພັກ​ຂອງ​ທ່ານ​ນາງ​ໄດ້​ຊຶ້ຈ້າງ​ຈອບ​ອອຍ ​ເອົາ​ພວກ​
ປ່ອນບັດ ຫລື​ວ່າ​ຂົ່ມຂູ່​ພວກ​ເຂົາ​ເຈົ້າ. ທ່ານ​ນາງ ​ເລ ​ເລ ​ເອ ​ເວົ້າ​ວ່າ:

ຂ້ອຍເຊື່ອ​ວ່າ ການ​ເລືອກ​ຕັ້ງ​ຄັ້ງຈະ​ມາ​ນີ້ຈະເສລີ​ແລະ​ຍຸຕິ​ທໍາ ​ແຕ່​ຂ້ອຍກໍ​ເປັນ​ຫ່ວງ​ວ່າ
ອາດ​ຈະ​ມີ​ການ​ກໍ່ຈະລາ ຈົນ​ຫລື​ກໍ່​ຄວາມ​ຮຸນ​ແຮງ​ຂຶ້ນ. ມີ​ພັກ​ອື່ນໆ​ອີກ​ຫລາຍ​ພັກທີ່
ເຄື່ອນ​ໄຫວ​ຢ່າງ​ແຂງ​ຂັນ​ຫລາຍ​ທີ່​ສຸດ. ສະ​ນັ້ນ ມັນ​ຈະ​ເປັນ​ການ​ດີ​ຖ້າ​ມີ​ການ​ຄວບ​ຄຸມ
ພວກ​ເຂົາ​ເຈົ້າ.”

ຂໍ້ມູນກ່ຽວກັບການເລືອກຕັ້ງໃນມຽນມາ

  • ມີ 45 ບ່ອນນັ່ງເປົ່າວ່າງໃນສະພາແຫ່ງຊາດ.
  • ມີຜູ້ສະມັກ 160 ຄົນ ຈາກ 17 ພັກ ແລະຜູ້ ສະມັກອິດສະລະ ບໍ່ຂຶ້ນກັບພັກໃດ 8 ຄົນ.
  • ສະພາແຫ່ງຊາດ ປະກອບດ້ວຍ 440 ບ່ອນ
    ນັ່ງໃນສະພາຕໍ່າ ກັບ 224 ໃນສະພາສູງ
    ແລະ 14 ສະພາເຂດ.
  • 25% ຂອງບ່ອນນັ່ງແມ່ນຜູ້ບັນຊາການກອງ
    ທັບ ເປັນຜູ້ຄັດເລືອກເອົາຜູ້ແທນ ແລະຈອງ
    ໄວ້ໃຫ້ຝ່າຍທະຫານ.
  • ພັກເພື່ອການພັດທະນາແລະຄວາມເປັນ
    ເອກະພາບຂອງສະຫະພາບ (USDP) ໄດ້
    ຮັບຄະແນນ ສຽງ 76% ໃນການເລືອກຕັ້ງ
    ຄັ້ງປີ 2010.
  • ລັດຖະທໍາມະນູນຈໍາກັດອໍານາດຂອງຜູ້ແທນ.

ທ່ານ​ນາງ ​ເລ ​ເລ ​ເອ ກໍາລັງ​ເອີ່ຍ​ເຕື້ອງ​ໄປ
​ເຖິງ​ທ່ານ​ນາງ​ ອອງ ຊານ​ຊູ​ຈີ ທີ່​ໄດ້​ກັບ​ຄືນ
​ມາສູ່​ວົງ​ການ​ການ​ເມືອງ​ອີກ ລຸນ​ຫລັງ​ເວລາ​
20 ​ປີທີ່ ​ໄດ້​ຖືກ​ກັກ​ບໍລິ​ເວນຫລາຍ​ຄັ້ງ ​ໃຫ້
​ຢູ່​ໃນ​ແຕ່​ເຂດ​ບ້ານ​ເຮືອນ. ການ​ເລືອກ​ຕັ້ງ​
ເອົາ​ທ່ານ​ນາງ​ເປັນ​ຜູ້​ແທນ ຕາ​ມທີ່​ໃຜ​ໆ​ກໍ
​ຄາດໝາຍ​ກັນ​ນັ້ນ ຄາດ​ວ່າຈະ​ເປັນ​ການ​ຫັນ
ປ່ຽນ​ທາງ​ການ​ເມືອງ​ທີ່​ສໍາຄັນ ​ເວລາ​ທ່ານ
​ນາງ​ເຂົ້າ​ຮ່ວມ ​ໃນ​ຄະນະ​ລັດຖະບານທີ່​ທ່ານ
​ນາງ​ເຄີຍ​ໄດ້​ຄັດຄ້ານ.

ບັນດາ​ສະມາຊິກ​ຝ່າຍ​ຄ້ານພາກັນ​ຫວັງ​ວ່າ
ການ​ເຂົ້າ​ປະກອບສ່ວນ​ໃນ​ລະບົບ​ນຶ່ງ ທີ່​ມີ
​ຄວາມຂາດ​ຕົກ​ບົກ​ຜ່ອງ​ນັ້ນ ຈະ​ເປັນ​ຫົນ
ທາງ​ນຶ່ງ​ທີ່​ຊ່ວຍ​ໃຫ້​ມີ​ການ​ປ່ຽນ​ແປງເກີດ​ຂຶ້ນ.

ທ່ານ ທູ ​ເວ ​ເປັນ​ປະທານ​ຂອງ​ພັກ​ປະຊາທິ
ປັດ​ແຫ່ງ​ມຽນມາ ທີ່​ໄດ້​ສົ່ງ​ສຽງ​ປະ​ທ້ວງອອກ​ມາ ​ເວລາ​ທີ່​ທ່ານ​ເຫັນ​ວ່າ ມີ​ຫີບປ່ອນ​ບັດ​ທີ່​ເຕັມ​ໄປ ດ້ວຍ​ບັດ​ຄະ​ແນນ​ສຽງ ​ໂຜ່​ມາ​ຈາກ​ໃສ​ບໍ່​ຮູ້ ​ໃນ​ໄລຍະ​ຫລາຍໆ​ຊົ່ວ​ໂມງ​ສຸດ​ທ້າ​ຍຂອງ​ການ​ປ່ອນ​ບັດ​ ຄັ້ງປີ 2010 ທີ່​ທ່ານ​ປາ​ໄຊໃນ​ການ​ເລືອກ​ຕັ້ງນັ້ນ. ທ່ານ ທູ ​ເວ ​ເວົ້າ​ວ່າ:

“ຂ້ອຍ​ບໍ່​ຄຽດ​ດອກ. ຂ້ອຍ​ຕ້ອງ​ປະກອບສ່ວນ​ອີກ​ຄັ້ງ​ນຶ່ງ ​ເພາະວ່າ​ມັນ​ສໍາຄັນ​ຫລາຍ. ​
ແນ່ນອນ ມັນ​ຈະ​ມີ​ການ​ສໍ້​ໂກງ​ ແຕ່ ອາດ​ຈະ​ໜ້ອຍ​ກ່ວາ​ເກົ່າ​ໃນ​ເທື່ອ​ນີ້. ແລະ​ເທື່ອ​ໜ້າ
ມັນ​ກໍ​ຈະ​ຍິ່ງ​ໜ້ອຍ​ລົງ​ໄປ​ອີກ.”

ທ່ານ​ນາງ ພິວ ພິວ ທິນ ​ເປັນ​ດາວ​ຮຸ່ງ​ດວງ​ໃໝ່​ໃນ​ພັກ​ສັນ​ນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ​ແລະ​ເປັນ​ເຈົ້າ​ຂອງຄລີ​ນິກປິ່ນປົວເຊື້ອ​ໄວຣັສ HIV ​ແລະ​ໂຣກ AIDS ​ໃຫ້ຟີ ບໍ່​ຄິດ​ຄ່າ ຢູ່​ໃນ​ເຂດ​ນອກ​ນະຄອນ​ຢ່າງ​ກຸ້ງ ​ແລະ​ກໍ​ເປັນ​ຜູ້ສະມັກ​ເລືອກ​ຕັ້ງ​ຊື່​ສຽງໂດ່​ງດັງ​ຜູ້​ນຶ່ງ ທີ່​ຍັງມີ​ຄວາມ​ເປັນ​ຫ່ວງ​ຢູ່ ກ່ຽວ​ກັບຄວາມ​ບໍ່ສັດ​ຊື່​ໃນ​ການ​ເລືອກ​ຕັ້ງ. ທ່ານ​ນາງ ພິວ ພິວ ທິນ ​ເວົ້າ​ວ່າ:​

“​ໃນ​ດ້ານ​ນຶ່ງ​ນັ້ນ ຜູ້​ຄົນ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ແຂງ​ຂັນຫລາຍ​ຂຶ້ນ ​ແຕ່​ວ່າ​ໃນ​ອີກ​ດ້ານ​
ນຶ່ງ ​ໃ​ນຂະນະ​ດຽວ​ກັນ ນັ້ນ ​ເຂົາ​ເຈົ້າ​ກໍ​ມີ​ຄວາມ​ວິຕົກຫລາຍ​ຂຶ້ນ ຍ້ອນ​ປະສົບ​ປະການ
​ທີ່​ເຂົາ​ເຈົ້າ ​ເຄີຍ​ພົບ​ພໍ້ມາ ​ໃນ​ປີ 2010 ນັ້ນ. ຫລາຍໆ​ຄົນ​ພາກັນ​ຖາມ​ວ່າ ຈະ​ມີ​ຫຍັງ​
ເກີດ​ຂຶ້ນ​ແດ່​ເນາະ? ຈະ​ມີ​ຫຍັງ​ຜິດ​ປົກກະຕິ​ເກີດ​ຂຶ້ນ? ຈະ​ມີ​ຫຍັງ ​ເກີ​ດຂຶ້ນ​ກັບ​ບັດ​ຄະ
​ແນນ​ສຽງ​ຂອງ​ພວກ​ເຮົາ?”

ຊາຍຄົນນຶ່ງຟ້ອນລໍາ ຢູ່ບ່ອນໂຄສະນາຫາສຽງຂອງພັກ ຂອງທ່ານນາງ ອອງ ຊານ ຊູຈີ ທີ່ນະຄອນຢ່າງກຸ້ງ, ວັນທີ 30 ມີນາ 2012.
ຊາຍຄົນນຶ່ງຟ້ອນລໍາ ຢູ່ບ່ອນໂຄສະນາຫາສຽງຂອງພັກ ຂອງທ່ານນາງ ອອງ ຊານ ຊູຈີ ທີ່ນະຄອນຢ່າງກຸ້ງ, ວັນທີ 30 ມີນາ 2012.

ການ​ປ່ອນ​ບັດ​ໃນ​ວັນ​ອາທິດ​ມື້​ອື່ນ​ນີ້ ​ແມ່ນ
​ເພື່ອ​ເລືອກ​ເອົາຜູ້​ແທນ​ເຂົ້າ​ນັ່ງ​ໃນ 45 ບ່ອນ
​ທີ່​ເປົ່າ​ວ່າງ​ລົງ​ໃນ​ສະພາ ຊຶ່ງ​ກໍ​ຄາດ​ກັນ​ວ່າ
ຄົງ​ຈະ​ບໍ່ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ດຸນ​ຂອງ
​ອໍານາດໃນ​ສະພາ​ແຕ່​ຢ່າງໃດ. ​ແຕ່​ທ່ານມ່ອງ
ວັນ​ທາ ນັກວິ​ເຄາະ​ຂ່າວ​ການ​ເມືອງຂອງ​ວາ
ລະສານ​ລາຍ​ອາທິດ the Journal’s Age
ທີ່​ນະຄອນ​ຢ່າງ​ກຸ້ງ ກ່າວ​ວ່າ ​ເຖິງ​ຢ່າງ​ໃດ
ທ່ານ​ກໍ​ຍັງເຊື່ອ​ວ່າ ການ​ເລືອກ​ຕັ້ງ​ຄັ້ງ​ນີ້ມີ
ຄວາມ​ສໍາຄັນ​ຢູ່. ທ່ານ ມ່ອງ ວັນ​ທາ ​ເວົ້າ​ວ່າ:

“ມັນ​ເປັນຄວາມ​ຈິງ. ​ແຕ່​ທ່ານ​ນາງ​ອອງ ຊານ ​ຊູ​ຈີ ກໍ​ສາມາດ​ປ່ຽນ​ບັນຍາກາດ​ຂອງ​
ສະພາ​ໄດ້. ​ໃຜໆ​ກໍ​ເຫັນ​ວ່າ ​ເພິ່ນ​ເປັນ​ຄົນ
​ທີ່​ເວົ້າ​ເພື່ອ​ປະຊາຊົນ ​ແລະ​ເພິ່ນ​ກໍ​ສາມາດ​
ເຮັດ​ໃຫ້​ສະພາ ​ເປັນ​ເວທີ​ທີ່​ເປີດ​ກວ້າງ​ຫລາຍ​ກ່ວາ​ເກົ່າ​ໄດ້.”

​ເຖິງ​ແມ່ນ​ຈະ​ມີ​ຄວາມ​ສົງ​ໃສ​ກ່ຽວ​ກັບ​ຄວາມ​ຍຸຕິ​ທໍາ​ຂອງ​ການ​ເລືອກ​ຕັ້ງ​ກໍ​ຕາມ ​ແຕ່​ບັນດາ​ຜູ້​ສັງ​ເກດ​ການ​ທັງ​ໝົດ ຕ່າງ​ກໍຖື​ວ່າ ການ​ເລືອກຕັ້ງ​ຄັ້ງ​ນີ້​ເປັນ​ບາດກ້າວ​ທີ່​ສໍາ​ຄັ​ນອັນ​ນຶ່ງ​ຂອງ​ມຽນມາ ບົນ​ເສ້ນ​ທາງໄປ​ສູ່​ການ​ປະຕິ​ຮູບ ທີ່​ບໍ່​ແນ່​ນອນນັ້ນ​.

XS
SM
MD
LG