ໃນອີກຂ່າວນຶ່ງກ່ຽວກັບເກົາຫລີເໜືອນັ້ນ ຮູບຖ່າຍຕ່າງໆທາງດາວທຽມທີ່ນໍາອອກເປີດ
ເຜີຍໂດຍກຸ່ມເອກະຊົນກຸ່ມນຶ່ງທີ່ມີສໍານັກງານຢູ່ວໍຊິງຕັນດີຊີ ສະແດງໃຫ້ເຫັນວ່າ ເກົາຫລີ
ເໜືອໄດ້ປະສົບຄວາມກ້າວໜ້າໃນການສ້າງເຕົາແຍກປະລະມະນູນໍ້າຈືດ ຢູ່ທີ່ສະຖານທີ່ນີວ
ເຄລຍໃຫຍ່ Yongbyon ທາງທິດເໜືອຂອງນະຄອນຫລວງພຽງຢາງ.
ຮູບຖ່າຍສະຖານທີ່ນີວເຄລຍດັ່ງກ່າວທາງດາວທຽມ ເມື່ອວັນທີ່ 3 ເດືອນກຸມພາ ທີ່ນໍາ
ອອກເຜີຍແຜ່ໂດຍສະຖາບັນວິທະຍາສາດແລະຄວາມໝັ້ນຄົງລະຫວ່າງຊາດ ຫລື ISIS
ສະແດງໃຫ້ເຫັນວ່າ ພາຍນອກຂອງຕຶກກັງຫັນສໍາລັບພັດເຕົາແຍກປະລະມະນູໃຫ້ເຢັນ
ນັ້ນ ປາກົດວ່າໄດ້ສ້າງສໍາເລັດແລ້ວ ສົມທຽບກັບຮູບທີ່ຖ່າຍໄວ້ເມື່ອເດືອນກັນຍາປີຜ່ານ
ມາ ທີ່ເຫັນວ່າການກໍ່ສ້າງຍັງດໍາເນີນໄປຢູ່ໃນເວລານັ້ນ.
ນັກວິເຄາະຄົນນຶ່ງຈາກ ສະຖາບັນ ISIS ກ່າວວ່າ ພາບຕ່າງໆຊີ້ແນະວ່າ ຕຶກເຕົາແຍກ
ຍັງບໍ່ທັນມີຫລັງຄາເທື່ອ ຊຶ່ງໝາຍເຖິງວ່າເຕົາແຍກຍັງທໍາງານບໍ່ໄດ້.
ພາບເຫລົ່ານີ້ໄດ້ຖ່າຍໄວ້ບໍ່ເຖິງນຶ່ງເດືອນ ກ່ອນເກົາຫລີເໜືອຕົກລົງໂຈະການທົດລອງ
ອາວຸດນີວເຄລຍ ແລະລູກສອນໄຟໄລຍະຍາວ ພ້ອມທັງຍຸຕິກິດຈະກໍານີວເຄລຍອື່ນໆ
ຂອງຕົນ ໂຮມທັງກິດຈະກໍາການເສີມສະມັດ ຖະພາບທາດຢູເຣນຽມທີ່ Yongbyon
ນັ້ນນໍາ ເພື່ອແລກປ່ຽນກັບການຊ່ວຍເຫລືອດ້ານອາຫານນັ້ນ.
ການຕົກລົງດັ່ງກ່າວແມ່ນຕິດຕາມມາຫລັງຈາກການເຈລະຈາເມື່ອເດືອນກຸມພາ ທີ່ນະ
ຄອນຫລວງປັກກິ່ງຂອງຈີນ ລະຫວ່າງເຈົ້າໜ້າທີ່ສະຫະລັດແລະເກົາຫລີເໜືອ ໃນເວລາ
ພຽງສອງເດືອນຫລັງຈາກການມໍລະນະກໍາຂອງກິມ ຈົງອິລ ຜູ້ນໍາສູງສຸດຂອງເກົາຫລີ
ເໜືອ.