ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈໍານວນຄົນໃຊ້ ອີນເຕີແນດ ໃນປະທດຈີນ ເພິ້ມຂື້ນກາຍ 500 ລ້ານຄົນແລ້ວ


ຊາວຈີນພາກັນຊົມໃຊ້ອິນເຕີແນັດ ຢູ່ຮ້ານບໍລິການອິນເຕີແນັດ ຫລືອິນເຕີແນັດກາເຟ.
ຊາວຈີນພາກັນຊົມໃຊ້ອິນເຕີແນັດ ຢູ່ຮ້ານບໍລິການອິນເຕີແນັດ ຫລືອິນເຕີແນັດກາເຟ.

ເຈົ້າໜ້າທີ່ຈີນ ກ່າວວ່າ ຈໍານວນຜູ້ຊົມ​ໃຊ້ອີນເຕີແນັດ ໃນປະເທດຈີນ ໄດ້ເພີ້ມຂື້ນ​ກາຍ
500 ລ້ານຄົນ​ແລ້ວ.

ສູນກາງຂ່າວຕາໜ່າງອີນເຕີແນັດຈີນ ກ່າວໃນວັນຈັນມື້​ນີ້ວ່າ ປະຊາກອນທີນໍາໃຊ້
ອີນເຕີແນັດ ​ໄດ້​ມີ​ຈໍານວນສູງຂຶ້ນເຖີງ 513 ລ້ານຄົນ ໃນຕອນທ້າຍປີ 2011 ຄື
ເພີ້ມຂື້ນ 12 ເປີເຊັນຈາກປີ 2010 ແລະວ່າ ຕົວເລກຂອງພວກຄົນທີ່ໃຊ້​ອິນ​ເຕີແນັດ​
ທາງໂທຣະສັບມືຖື ກໍ​ໄດ້ເພີ້ມຂຶ້ນເຖີງ 17 ເປີເຊັນ​ເຄິ່ງ ​ເປັນ 365 ລ້ານຄົນ.

ເກືອບເຄິ່ງນຶ່ງຂອງປະຊາກອນຜູ້ຊົມ​ໃຊ້​ອິນ​ເຕີ​ແນັດຢູ່ໃນຈີນ ​ແມ່ນພາກັນໃຊ້ micro-
blogs ຊຶ່ງ​ເອີ້ນ​ກັນ​ວ່າ weibos ໃນປະເທດຈີນ. Weibos ​ແມ່ນຄ້າຍຄືກັນກັບ
Twitter ຊຶ່ງເປັນສື່ທີ່ນິຍົມ​ໃຊ້​ເພື່ອ​ໂອ້ລົມກັນຢູ່ທົ່ວໂລກ ແຕ່ວ່າໄດ້ຖືກຫ້າມຢູ່​ໃນຈີນ.

XS
SM
MD
LG