ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປ່ອນບັດ ໃນອີຈິບ ດໍາເນີນຕໍ່ໄປ ຫລັງຈາກ ເຫດການກໍ່ຄວາມຮຸນແຮງ


Jam digital yang menunjukkan perhitungan mundur sampai 7 Februari 2014, atau pembukaan Olimpiade Musim Dingin di Sochi, Rusia. (V. Undritz/VOA) 
Jam digital yang menunjukkan perhitungan mundur sampai 7 Februari 2014, atau pembukaan Olimpiade Musim Dingin di Sochi, Rusia. (V. Undritz/VOA) 

ພວກ​ປ່ອນ​ບັດ​ໃນ​ເກົ້າ​ແຂວງ​ຂອງ​ອີ​ຈິບ ​ໄດ້​ເລີ່​ມຕົ້ນ​ປ່ອນ​ບັດຂັ້ນ​ຕັດສິນ​ຊີ້​ຂາດເອົາ​ສະມາ
ຊິກ​ສະພາ​ຜູ້​ແທນ​ໃນ​ການ​ເລືອກ​ຕັ້ງ​ທີ່​ມີ​ຫລາຍ​ຂັ້ນ​ຂອງ​ປະ​ເທດ ຊຶ່ງ​ມີ​ຂຶ້ນຫລັງ​ຈາກ​ເຫດ
ການ​ປະ​ທະ​ກັນ​ລະຫວ່າງ​ພວກ​ປະ​ທ້ວງ​ແລະ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໃນ​ເມືອງ​ຫລວງ​
ໄຄ​ໂຣ​ເປັນ​ເວລາ​ຫລາຍ​ມື້​ແລ້ວ ນັ້ນ.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເມື່ອ​ວັນ​ພຸດ​ມື້​ນີ້ ສ່ວນ​ໃຫຍ່​ແມ່ນ​ຢູ່​ຕາມ​ເຂດ​ຊົນນະບົດ​ເພື່ອ​ຕັດ
ສິນ​ການ​ແຂ່ງຂັນ​ກັນ​ທີ່​ວ່າ​ຍັງ​ບໍ່​ມີ​ຜູ້​ໃດ​ຊະນະ​ຢ່າງ​ເດັດຂາດ​ໃນການ​ເລືອກ​ຕັ້ງ​ທີ່​ຈັດ​ຂຶ້ນ​ເມື່ອ​
ອາທິດ​ຜ່ານ​ມາ.

ການ​ປະ​ທະ​ກັນ​ເປັນ​ເວລາ​ຫ້າ​ມື້​ ລະຫວ່າງ​ກໍາລັງ​ຮັກສາ​ຄວາມ​ປອດໄພ ​ແລະ​ພວກ​ປະ​ທ້ວງ
ທີ່​ຈະຕຸ​ລັດ​ຕາ​ເຣຍ​ໃນ​ນະຄອນຫລວງ​ໄຄ​ໂລ​ນັ້ນ ຍັງ​ຜົນໃຫ້​ມີ​ຜູ້​ເສຍ​ຊີວິດໄປ​ຢ່າງ​ໜ້ອຍ 14
ຄົນ ​ໃນ​ຂະນະ​ທີ່ພວກ​ເດີນ​ຂະ​ບວນປະ​ທ້ວງ ທວງ​ໃຫ້​ຍຸຕິ​ການ​ປົກຄອງ​ໂດຍ​ຝ່າຍ​ທະຫານ​
ຂອງ​ອີ​ຈິບ​ນັ້ນ.

ເວລາ​ນີ້ສະພາ​ທະຫານກໍາລັງ​ກໍາກັບ​ດູ​ແລ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ​ເອົາ​ສະມາ​ຊິກ​ສະພາ​ຜູ້​
ແທນ ທີ່​ໃຊ້​ເວລາ​ສາມ​ເດືອນ ​ແລະ​ໄດ້ສັນຍາ​ທີ່​ຈະ​ໂອ​ນອໍາ ນາດ​ໃຫ້​ປະທານາທິບໍດີ​ຜູ້ທີ່​ຖືກ
ເລືອກ​ຕັ້ງໃນ​ເດືອນ​ກໍລະກົດ.

ພວກ​ເຈົ້າໜ້າ​ທີ່​ການ​ແພດ ກ່າວ​ວ່າ ຜູ້​ເສຍ​ຊີວິດ​ສອງ​ ຄົນ​ທີ່​ມີ​ຂຶ້ນ​ເມື່ອວັນ​ອັງຄານ​ວານ​ນີ້
ຫລັງ​ຈາກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ທໍາ​ການ​ບຸກ​ເຂົ້າ​ໄປ​ໃນ​ບໍລິ​ເວນຈະຕຸ​ລັດ. ພາຍຫລັງ
ຕໍ່​ມາ​ຂອງ​ມື້​ດຽວ​ກັນ​ນັ້ນ ຊາວ​ອີ​ຈິບ​ຫລາຍ​ພັນ​ຄົນ ໄດ້ໂຮມ​ຊຸມນຸມ​ກັນ​ປະ​ທ້ວງ​ການ​ປະຕິ
ບັດ​ຕໍ່​ພວກ​ແມ່ຍິງໂດຍກໍາລັງ​ຮັກສາ​ຄວາມ​ປອດ​ໄພ.

XS
SM
MD
LG