ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ລັດຖະສະພາ​ແລະ​ທໍານຽບຂາວ ຍັງ​​ຕົກລົງກັນບໍ່ໄດ້ ກ່ຽວກັບໜີ້ສິນ ຂອງລັດຖະບານກາງ


ການພົບປະກັນລະຫວ່າງລັດຖະສະພາແລະທໍານຽບຂາວ
ການພົບປະກັນລະຫວ່າງລັດຖະສະພາແລະທໍານຽບຂາວ

ບັນດາ​ຜູ້​ນໍາ​ສະພາ​ສູງ​ແລະ​ສະພາ​ຕໍ່າ​ສະຫະລັດ​ກໍາລັງ​ກະກຽມ​ແຜນການ​ສໍາຮອງ​ໄວ້​
ຕ່າງຫາກ​ ສໍາລັບ​ການ​ເພີ່ມ​ລະດັບ​ໜີ້​ສິນ​ຂອງລັດຖະບານ​ກາງ​ຂຶ້ນ ​ຫລັງ​ຈາກ​ລັດຖະ
ສະພາ​ແລະ​ທໍານຽບຂາວ​ບໍ່​ສາມາດ​ບັນລຸຂໍ້ຕົກ ​ທີ່​ທັງ​ສອງ​ຝ່າຍ​ສາມາດ​ຮັບ​ເອົາ​ນັ້ນ​
ໄດ້​ ໃນ​ວັນ​ອາທິດ​ວານ​ນີ້.

ທ່ານ John Boehner ຜູ້​ນໍາ​ສຽງ​ຂ້າງ​ຫລາຍ​ໃນ​ສະພາ​ຕໍ່າ​ໄດ້​ຮຽກຮ້ອງ​ ໃນ​ວັນ​ອາທິດ
ວານ​ນີ້​ ໃຫ້​ເພື່ອນຮ່ວມ​ສັງກັດ​ພັກ Republican ສະໜັບສະ​ໜຸນ​ອັນ​ທີ່​ທ່ານເອີ້ນ​ວ່າ
ມາດ​ຕະການ​ໃໝ່​ອັນ​ນຶ່ງ​ທີ່​ຈະ​ພົວພັນ​ການເພີ່ມລະດັບໜີ້​ສິນ​ຂຶ້ນໃນ​ໄລຍະ​ສັ້ນ ພ້ອມ​ກັບ
ໂຄງການ​ຕັດ​ຄ່າ​ໃຊ້​ຈ່າຍ​ຊຸດ​ນຶ່ງ​ລົງ. ກ່ອນ​ໜ້າ​ນັ້ນ ທ່ານ Boehner ກ່າວ​ວ່າ ທ່ານ​ບໍ່​ມີ
ຄວາມ​ໝັ້ນ​ໃຈ ວ່າທັງສອງ​ຝ່າຍ​ຈະ​ສາມາດ​ບັນລຸ​ຂໍ້​ຕົກລົງ​ກັນ​ໄດ້.

ສ່ວນ​ທ່ານ Harry Reid ຜູ້​ນໍາ​ສຽງ​ຂ້າງ​ຫລາຍ​ໃນ​ສະພາ​ສູງ ສັງກັດ​ພັກ​ເດ​ໂມ​ແຄ​ຣດ
ຢາກ​ໃຫ້​ມີ​ຂໍ້​ຕົກລົງ​ໄລຍະ​ຍາວ​ ກ່ຽວ​ກັບການເພີ່ມ​ລະດັບ​ໜີ້ສິນ ​ແຕ່ໃນ​ຂະນະ​ດຽວ​ກັນ​
ກໍ​ໃຫ້​ຕັດ​ຄ່າ​ໃຊ້​ຈ່າຍ​ລົງ​ຫລາຍ​ພັນ​ຕື້​ໂດ​ລາ ​ເຊ່ນ​ກັນ.

ປະທານາທິບໍດີ ບາຣັກ​ ໂອ​ບາ​ມາ ຊຶ່ງ​ເປັນ​ຜູ້​ນໍາ​ສູງ​ສຸດ​ຂອງພັກ​ເດ​ໂມແຄຣດ ກໍ​ໄດ້
ກ່າວ​ວ່າ ທ່ານ​ຢາກ​ໃຫ້​ມີ​ໂຄງການ​ລົດໜີ້​ສິນ​ລົງຢ່າງ​ຫລວງຫລາຍ ​ແບບທີ່​ຈະ​ບໍ່ຕ້ອງ​
ໄດ້ເອົາ​ເລື້ອງ​ນີ້​ເຂົ້າ​ຢູ່​ໃນ​ລາຍການ​ປະຊຸມ​ກັນອີກ ຈົນ​ກ່ວາ​ຫລັງ​ຈາກ​ການ​ເລືອກ​ຕັ້ງ
ທົ່ວ​ໄປ ໃນ​ປີ 2012​.

ວັນ​ທີ 2 ສິງຫາ​ເດືອນໜ້າ​ນີ້ ເປັນ​ວັນ​ເສັ້ນ​ຕາຍ​ສໍາລັບ​ການ​ເພີ່ມ​ລະດັບ​ໜີ້​ສິນ​ຂຶ້ນ ​
ແລະ​ອະນຸຍາດ​ໃຫ້​ລັດຖະບານ​ກາງ​ສືບ​ຕໍ່​ກູ້​ຢືມ​ເງິນ​ໄດ້​ຕໍ່​ໄປ. ລັດຖະບານ​ທ່ານ​
ໂອ​ບາ​ມາແລະ​ພວກ​ຜູ້​ນໍາ​ລັດຖະສະພາ​ໄດ້​ຕັ້ງ​ຄວາມ​ຫວັງ​ໄວ້ວ່າ​ ຈະສາມາດ​ປະກາດ
ຮ່າງ​ຂໍ້​ຕົກລົງ​ກັນ​ໃຫ້​ຮູ້ ກ່ອນ​ພວກ​ຕະຫຼາດ​ການ​ເງິນ​ໃນ​ເອ​ເຊຍ​ໄຂ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້
ແຕ່​ເວລາ​ໄດ້​ຜ່ານ​ໄປ​ ໂດຍ​ບໍ່ມີ​ການປະກາດຂໍ້​ຕົກລົງ​ກັນໃດໆ​ໃຫ້​ຮູ້.

ພວກ​ນັກ​ລົງທຶນ​ຂອງ​ໂລກໄດ້ພາກັນ​ສິ້ງ​ຊອມ​ເບິ່ງ ​ຢ່າງ​ໃກ້ຊິດ ການ​ໂອ​ລົມ​ສົນທະນາ​ກັນ
ເລື້ອງເພີ່ມລະດັບ​ໜີ້​ສິນ​ຂອງ​ສະຫະລັດນີ້ ຊຶ່ງ​ພວກ​ນັກ​ລົງທຶນ​ລາຍ​ໃຫຍ່ໆພາກັນຢ້ານ​ວ່າ
ບັນດາບໍລິສັດ​ໃຫ້​ຄະ​ແນນ​ສິນ​ເຊື່ອ​ລາຍ​ສໍາຄັນໆ ອາດ​ສາມາດ​ລົດ​ຄະ​ແນນຄວາມ​ໜ້າເຊື່ອ
ຖື​ດ້ານ​ສິນເຊື່ອ ລະດັບ​ສູງ​ຂອງ​ສະຫະລັດ​ນັ້ນ ໄດ້.

XS
SM
MD
LG