ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ​​ພະຍາຍາມໃຫ້ມີ​ ການເຈລະຈາສຸກ​ເສີນຫົກ​ຝ່າ​ຍ ​ກັບເກົາຫຼີເໜືອ


ລັດຖະມົນຕີການ​ຕ່າງປະ​ເທດຈີນ ທ່ານ ​ຢັງ ຈີ້ຈີ
ລັດຖະມົນຕີການ​ຕ່າງປະ​ເທດຈີນ ທ່ານ ​ຢັງ ຈີ້ຈີ

ຈີນກ່າວ​ວ່າ ຕົນ​ຈະ​ໃຈ​ເຢັນ​ແລະ​ອົດທົນ​ໃນ​ການ​ກົດ​ດັນ​ໃຫ້​ສະຫະລັດ​ແລະພັນທະ​ມິດຂອງ
ສະຫະລັດ ເຂົ້າ​ຮ່ວມໃນການປຶກສາຫາລືຫົກ​ຝ່າ​ຍເພື່ອລົດຜ່ອນ ຄວາມເຄັ່ງຕຶງໃນແຫຼມ
ເກົາຫຼີລົງນັ້ນ.

ລັດຖະມົນຕີການ​ຕ່າງປະ​ເທດຈີນ ທ່ານ ​ຢັງ ຈີ້ຈີ ​ໄດ້​ບອກສໍານັກງານ​ຂ່າວຊີ​ນຫົວຂອງ
ທາງການຈີນ ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ປັກ​ກິ່ງ​ຈະ​ສືບ​ຕໍ່ຜັກ​ດັນ​ໃຫ້​ມີ​ການ​ສົນທະນາ​ຫາລື​
ສຸກ​ເສີນຂຶ້ນ​ພາຍ​ໃນ​ເດືອນ​ນີ້ ​ເຖິງ​ແມ່ນ​ວ່າ​ທາງສະຫະລັດ, ​ເກົາຫຼີ​ໃຕ້​ແລະ​ຍີ່ປຸ່ນ
ຈະ​ບໍ່​ເຕັມ​ໃຈ​ກໍ​ຕາມ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງທາງ​ການ​ທູດ​ຂອງ ສະຫະລັດ, ​ເກົາຫຼີ​ໃຕ້​ແລະ​ຍີ່ປຸ່ນ​ ໄດ້​ພົບ​ປະກັນ
ທີ່​ກຸງວໍ​ຊິງ​ຕັນ ​ໃນ​ອາທິດ​ແລ້ວ​ນີ້ ໃນການ​ສະ​ແດ​ງທ່າ​ທີ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນຕໍ່​ອັນທີ່
ພວກ​ເຂົາ​ເຈົ້າ​ເອີ້ນວ່າ ​ເປັນ​ການ​ເກາະ​ຜິດ​ແລະການ​ກະທໍາແບບ ກະຫາຍ​ສົງຄາມຂອງ
ເກົາຫຼີ​ເໜືອ ​ເມື່ອ​ບໍ່​ນານ​ມາ​ນີ້​.

ທັງ​ສາມ​ຄູ່​ພັນທະ​ມິດ​ດັ່ງກ່າວ​ ​ເວົ້າວ່າ ຈີນ​ແມ່ນ​ມີ​ບົດບາດ​ສໍາ​ຄັນໃນ​ການ​ດໍາ​ເນີນຄວາ​ມ
ພະຍາຍາມທາງການ​ທູດ​ໃນ​ອານາ​ຄົດ ​ແຕ່ກໍ​ໄດ້​ປະຕິ​ເສດຕໍ່​ການ​ເຊື້ອ​ເຊີນ​ຂອງ​ຈີນ ​
ໃຫ້​ໄປ​ຮ່ວມ​ໃນການສົນທະນາ​ຫາລືສຸກ​ເສີນກັບ​ເກົາຫຼີ​ເໜືອ​ນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດຈີນ ທ່ານ ຢັງ ຈີ້​ຈີ ກ່າວ​ວ່າຄວາມ​ເຄັ່ງ​ຕຶງຈະ​ຜ່ອນຄາຍ​ລົງ
ກໍ​ຕໍ່​ເມື່ອ​ວ່າທຸກໆພັກ​ຝ່າ​ຍ ສະ​ແດງ​ອອກເຖິງ​ຄວາມຈິງໃຈ​ແລະ​ເຮັດວຽກ​ຮ່ວມ​ກັນ.



XS
SM
MD
LG