ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ການຂັດແຍ້ງກັນລະຫວ່າງຈີນ ກັບສະຖາບັນ ລາງວັນໂນແບລ


ນັກຂ່າວໂທລະພາບຂອງ VOA ໄປລໍຖ້າເອົາຂ່າວ ຢູ່ທາງນອກສະຖາບັນລາງວັນໂນແບລ ທີ່ນະຄອນຫລວງ ອອສໂລ ປະເທດນໍເວ ບ່ອນທີ່ຈະມີການມອບລາງວັນໂນແບລຂະແໜງສັນຕິພາບ ໃນວັນສຸກ ທີ 10 ທັນວານີ້ ໃຫ້ທ່ານຫລິວ ຊຽວໂບ ທີ່ຕິດຄຸກຢູ່ໃນຈີນ ເວລານີ້.

ຫົວໜ້າສະ​ຖາ​ບັນລາງວັນ​ໂນ​ແບ​ລ ​ເວົ້າວ່າ 19 ປະ​ເທດໄດ້​ປະຕິ​ເສດ ການ​ເຊື້ອ​ເຊີນໃຫ້​ໄປຮ່ວມ ພິທີ​ມອບ​ລາງວັນ​ໂນ​ແບ​ລ ຂະ​ແໜງສັນຕິພາບ ຂອງ​ສະ​ຖາ​ບັນ ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ສຸກ​ທີ່​ຈະ​ມາ​ເຖິງ​ນີ້ ຊຶ່ງ​ຂັດກັນກັບຄຳເວົ້າຂອງ​ຈີນ ​ທີ່​ກ່າວ​ອ້າງວ່າ ປະ​ເທດສ່ວນ​ໃຫຍ່ໃຫ້ການ​ສະໜັບສະໜຸນຕໍ່ຄຳຮຽກ ຮ້ອງຂອງ​ຕົນ ທີ່ຂໍ​ໃຫ້ຮ່ວມໃຈກັນ​ບອຍຄອ໊ດພິທີມອບ ລາງ ວັນ​ດັ່ງກ່າວ.

ຢູ່​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວຕາມປົກກະຕິ​ຂອງ​ກະຊວງ ຕ່າງປະ​ເທດ​ຈີນ ​ໃນ​ວັນ​ອັງຄານ​ວານ​ນີ້ ໂຄສົກ​ປະຈຳ​ກະຊວງ​ ທ່ານ​ນາງ Jiang Yu ​ໄດ້​ກ່າວປະນາມ ພວກ​ທີ່ໃຫ້ການ​ສະໜັບສະໜູນ​ແກ່ທ່ານ Liu Xiaobo ຜູ້​ໄດ້ຮັບລາງວັນ​ໂນ​ແບ​ລນັ້ນວ່າ ​ເປັນຄື “ຕົວ​ຕະລົກ​ສອງ​ສາມ​ຄົນຫລິ້ນລະ ຄອນ​ນຳ​ກັນ”. ທ່ານ​ນາງເວົ້າ​ວ່າ “ປະຊາ​ຄົມ​ນາໆຊາດສ່ວນ​ໃຫຍ່” ຈະ​ບໍ່​ເຂົ້າຮ່ວມພິທີ ແລະກ່າວ​ຕື່ມວ່າ “ມີຫລາຍກວ່າ 100 ​ປະ​ເທດ” ທີ່ສະໜັບສະໜຸນ​ທ່າ​ທີຫລືຈຸດ​ຢືນຂອງ​ຈີນ.

ແຕ່ສະ​ຖາ​ບັນຮັບຜິດ​ຊອບລາງວັນ​ໂນ​ແບ​ລ ທີ່​ນະຄອນຫລວງອອສ​ໂລ ປະ​ເທດ Norway ໄດ້ອອກຖະ​ແຫລ​ງການ​ສະບັບ​ນຶ່ງ​ ​ເວົ້າວ່າ ນອກຈາກ​ຈີນ​ແລ້ວ ມີ​ແຕ່ 18 ປະ​ເທດ​ເທົ່າ​ນັ້ນ ທີ່​ຈະບໍ່​ໄປ​ຕາມການ​ເຊື້ອ​ເຊີນ​ຂອງ​ສະ​ຖາ​ບັນ “ຍ້ອນເຫດຜົນ​ຫລາຍ​ຢ່າງຕ່າງ​ກັນ.” ຫົວໜ້າ ລາງວັນ​ໂນ​ແບ​ລ ທ່ານ Geir Lundestad ບອກ​ກັບອົງການຂ່າວສານ​ຂອງຝຣັ່ງ Agence France Presse ວ່າ ​ມີ 44 ປະ​ເທດ​ແລ້ວ​ທີ່​ໄດ້ຕອບຮັບວ່າ​ ຈະ​ໄປຮ່ວ​ມ ງານ​ມອບລາງວັນ​ດັ່ງກ່າວນັ້ນ.

ບໍ່​ເປັນ​ທີ່ແຈ້ງ​ຂາວ​ເທື່ອ​ວ່າ ມີ​ຈັກ​ປະ​ເທດ​ໄດ້ຮັບບັດ​ເຊີນ​ກັນ​ແທ້.

ເຈົ້າໜ້າທີ່ຮັບຜິດ​ຊອບລາງວັນ​ໂນ​ແບ​ລ​ເວົ້າວ່າ ຈີນ​ໄດ້​ທຳ​ການ​ປຸກລະດົມ ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ເພື່ອ​ບໍ່ຢາກ​ໃຫ້ບັນດາ​ປະ​ເທດ​ຕ່າງໆ ສົ່ງ​ຜູ້ຕາງ​ໜ້າ ຂອງ​ພວກ​ເຂົາ​ເຈົ້າ​ໄປຮ່ວມງານ ​ທີ່​ໃຫ້ກຽດ​ແກ່ ທ່ານ ຫລີ​ວ ຊຽວ​ໂບ, ນັກ​ເຄື່ອນ​ໄຫວ ​ເພື່ອ​ສິດທິມະນຸດ ທີ່ກຳ​ລັງ​ຮັບ​ໃຊ້​ໂທດ​ຈຳ​ຄຸກ 11 ປີ ຍ້ອນ​ໄດ້​ສົ່ງ​ເສີມ​ໃຫ້​ມີການ​ປະຕິຮູບ​ ໄປ​ສູ່ປະຊາທິປະ​ໄຕ​ຢ່າງກວ້າງ ຂວາງ ໃນຈີນນັ້ນ.

ສະ​ຖາ​ບັນລາງວັນ​ໂນ​ແບ​ລ ​ໄດ້​ບົ່ງ​ຊື່​ພວກ​ປະ​ເທດທີ່​ໄດ້​ປະຕິ​ເສດ​ການ​ເຊື້ອ​ເຊີນ​ໄປ​ຮ່ວມງານ
ນີ້ວ່າ ມີ​ຄື ຣັດ​ເຊຍ, ກາ​ຊັກສຕັງ, ​ໂຄ​ລຳ​ເບຍ, ຕູ​ນີ​ເຊຍ, ຊາ​ອູ​ດີ ອາ​ເຣ​ເບຍ, ປາ​ກິ​ສຖານ,
ເຊີ​ເບຍ, ອີຣັກ, ອີຣ່ານ, ຫວຽດນາມ, ອັຟກາ​ນິສຖານ, ​ເວ​ເນຊູ​ເອລາ, ຟີ​ລິບ​ປິນ, ອີ​ຈິບ,
ຊູ​ແດນ, ຢູ​ເຄຣນ, ກຸຍບາ ​ແລະ ​ໂມຣອກ​ໂກ.

ຈີນ​ໄດ້​ຂູ່ວ່າ ຈະ​ມີ​ “ຜົນສະທ້ອນ” ຕິດຕາມມາ ສຳລັບພວກປະ​ເທດທີ່​ຈະໄປຮ່ວມພິທີ​ມອບ ລາງວັນ​ໂນ​ແບ​ລ ໃຫ້ທ່ານ ຫລີວ ຊຽວໂບ ນັ້ນ.

XS
SM
MD
LG