ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກອງ​ປະຊຸມວ່າ​ດ້ວຍ​​ລະ​ເບີດ​ລູກ​ຫວ່ານ ໃນທັດສະນະຂອງຜູ້ເຂົ້າຮ່ວມ 2 ຄົນ


​ກອງ​ປະຊຸມວ່າ​ດ້ວຍ​​ລະ​ເບີດ​ລູກ​ຫວ່ານ ໃນທັດສະນະຂອງຜູ້ເຂົ້າຮ່ວມ 2 ຄົນ
​ກອງ​ປະຊຸມວ່າ​ດ້ວຍ​​ລະ​ເບີດ​ລູກ​ຫວ່ານ ໃນທັດສະນະຂອງຜູ້ເຂົ້າຮ່ວມ 2 ຄົນ

ໃນລະຫວ່າງວັນ 9 -12 ຂ​ອງ​ເດືອນພະຈິກນີ້ ທາງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທໍາ​ອິດຂອງ​ບັນດາ​ລັດ​ພາຄີສົນທິສັນຍາ​ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະ​ເບີດ​ລູກ​ຫວ່ານ ຫລື​ລະ​ເບີດ​ບອມບີ ຂຶ້ນ​ທີ່ນະຄອນຫຼວງ​ວຽງ​ຈັນ​ ສປປ ລາວ ​ໂດຍໄດ້​ມີ 119 ປະ​ເທດ​ເຂົ້າ​ຮວ່ມ ຮວມທັງ​ກຸ່ມອົງ​ກອນ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຈຳ​ນວນ​ຫຼວງ​ຫຼາຍ​ ແລະ​ສ່ວນ​ບຸກຄົນນຳ ​ຊຶ່ງ​ຈຸດປະສົງ​ຫຼັກ​ຂອງກອງ​ປະ​ຊຸມ ກໍ​ເພື່ອ​ຢາກ​ຈະ​ໃຫ້​ເຫັນ​ເຖິງຄວາມ​ຮ້າຍ​ແຮງ​ຂອງ​ລະ​ເບີດ​ລູກ​ຫວ່ານ ທີ່​ມີຜົນ​ກະທົບຢ່າງ​ສາຫັດຕໍ່​ປະຊາຊົນລາວ ຍ້ອນ​ວ່າ ສປປ ລາວ​ ເປັນ​ປະ​ເທດ​ທີ່​ຖືກລູກ​ລະ​ເບີດ​ປະເພດ​ນີ້​ຖີ້ມ​ໃສ່ຫຼາຍ​ທີ່​ສຸດ​ໃນ​ໂລກ. ແລະ​ມື້ນີ້​ ທາງ VOA ​ໄດ້ສໍາພາດ​ກັບ​ທ່ານ​ ຢົ້ງ ຈັນທະລັງ​ສີ ເອກ​ອັກຄະລັດຖະທູດ​ລາວ​ປະຈຳ​ນະຄອນເຈນີວາ ສະ​ວີດເຊີ​ແລນ ​ທີ່ໄດ້ເຂົ້າ​ຮ່ວມໃນ​ກອງ​ປະຊຸມຄັ້ງ​ນີ້ ຊຶ່ງ​ທ່ານ​ໄດ້ໃຫ້​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບກອງ​ປະຊຸມ​ ​ໃນ​ການໂອ້​ລົມ​ກັບ​ VOA ຜ່ານ​ທາງ​ໂທລະ​ສັບ​ ຈາກ​ນະຄອນຫຼວງ​ວຽງ​ຈັນ ດັ່ງ​ຕໍ່​ໄປ​ນີ້:

"ຂ້າພະເຈົ້າຄິດວ່າວຽກງານການເກັບກູ່ລະເບີດນີ້ ພວກເຮົາໄດ້ດໍາເນີນຄົບຂັ້ນ
ຕອນໄປພ້ອມໆກັນ ທັງໆທີ່ວ່າແຕ່ກີ້ມານີ້ ພວກເຮົາມີຄວາມຄວາມຄິດຄວາມສາ
ມາດຈໍາກັດທາງດ້ານການເງິນ ແຕ່ພວກເຮົາເຮັດຄຽງຄູ່ກັບການຊອກຫາ ທຳ ລາຍແລະການຊ່ອຍເຫຼືອໃຫ້ແກ່ພວກທີ່ບາດເຈັບ. ພ້ອມກັນນັ້ນພວກເຮົາດໍາເນີນ
ໂຄສະນາຊວນເຊື່ອ ຢູ່ໃນແບບວ່າຊຸມຊົນ ຢ່າງກ້ວາງຂວາງທີ່ສຸດ ເປັນຕົ້ນແມ່ນ
ເຂົ້າໃນທຸກໆໂຮງຮຽນ ໂດຍການສາທິດລະຄອນຕຸກກະຕາ ແມ່ນພວກເຮົາດໍາ ເນີນມາເປັນລະບົບມາແລ້ວ ຖ້າວ່າສາກົນນີ້ຊ່ວຍເຫຼືອເພີ່ມງົບະມານຂຶ້ນຕື່ມນີ້
ຂ້າພະເຈົາຄິດວ່າ 4-5 ແບບແຜນ (compoments) ອັນນີ້ລະ ຕ້ອງໄດ້ຮັບ
ການເສີມຂະຍາຍແລະດໍາເນີນໄປຄຽງຄູ່ກັນເລີຍ.

ຈັນນະພາ ຄໍາວົງສາ ແຫ່ງອົງການ Legacy of War.
ຈັນນະພາ ຄໍາວົງສາ ແຫ່ງອົງການ Legacy of War.


ໃນ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ທີ່​
ໄດ້​ໄປຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ກໍ​ມີອົງການ
ບໍ່​ຫາ​ຜົນກໍາ​ໄລ​ Legacy of War ​ຫລື​ອົງ
ການ​ມໍລະດົກ​ຕົກ​ທອດ​ຈາກ​ສົງຄາມ​ ທີ່ເນ້ນ
ໜັກເລື່ອງ​ຜົນກະທົບ​ຈາກເສດ​ເຫຼືອຂອງສົງ
ຄາມ​ໂດຍ​ຕົງ ​ໂດຍ​ມີ ຈັນ​ນະພາ ຄໍາ​ວົງສາ ​
ຜູ້ອຳນວຍການ​ຂອງອົງການ​ເປັນ​ຜູ້ຕາງໜ້າ​. ຈັນ​ນະພາໄດ້​ກ່າວ​ເຖິງ​ຄວາມ​ສໍາຄັນ​
ໃນ​ການມີໜ້າໃນ​ຄັ້ງ​ນີ້ ວ່າ:

"ກອງ​ປະຊຸມ​ນີ້​ຈັດ​ຂຶ້ນ​ເພື່ອ​ໃຫ້​ມີ​ການ​ໂອ້​ລົມສົນທະນາ​ກັນ​ກ່ຽວ​ກັບ​ວ່າ ຄວນຈັດ​ຕັ້ງ​
ປະຕິບັດ​ສົນທິສັນຍາ​ນີ້ແບບ​ໃດ​ເພື່ອ​ໃຫ້​ທຸກ​ຂໍ້​ກໍາ​ນົດ​ແລະ​ກົດໝາຍ​ທີ່​ໄດ້​ວາງ​ອອກ
ມາ​ນັ້ນ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ ຕົວຢ່າງ​ເຊັ່ນ: ການ​ເກັບ​ກູ້​ລະເບີ​ດນີ້ຈະ​ໃຊ້​
ເວລາ​ດົນ​ປານ​ໃດ​ແລະຈະ​ທໍາລາຍ​ອາວຸດ​ນີ້ຢ່າງ​ໃດ? ຈະໃຫ້ການຊ່​ອຍ​ເຫຼືອພວກ
ທີ່​ເຄາະ​ຮ້າຍດ້ວຍ​ວິ​ທີໃດແລະ​ຈະໃຫ້​ຂໍ້​ມູນແກ່ປະຊາຊົນ​, ກະຈາຍຄວາມ​ຮູ້ຕ່າງໆ
ກ່ຽວ​ກັບ​ອັນຕະລາຍ​ຂອງລະ​ເບີ​ດທີ່​ຍັງ​ບໍ່​ທັນ​ແຕກ​ ແລະ​ຜົນ​ກະທົບ​ທີ່ອັນຕະລາຍ
ເຖິງ​ຂັ້ນ​ຕາຍ​ນັ້ນ​ແນວ​ໃດ ​ແລະ​ເງິນ​ທຶນສໍາລັບດໍາ​ເນີນໂຄງການນີ້​ ແມ່ນ​ຈະມາ​
ຈາກ​ໃສ​ເພື່ອ​ຈະ​ໃຫ້​ບັນລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ​ແລະ​ການ​ໂອ້​ລົມ​ສົນທະນາ​ກັນນີ້​
ຈະ​ກວມເອົາ 20 ກວ່າ​ປະ​ເທດ​ທີ່​ຖືກກະທົບໂດຍ​ລະ​ເບີດ bombie ນີ້ ​ໂດ​ຍສະ​
ເພາະ ສປປ ລາວ ບ່ອນ​ທີ່​ຖືກກະທົບຫຼາຍ​ທີ່​ສຸດ​ໃນ​ໂລກ
."

ກໍ​ຫວັງ​ວ່າໂຄງການເກັບ​ກູ້​ລະ​ເບີດ​ແລະ​ໂຄງການ​ບຳບັດ​ຢ່າງ​ອື່ນ​ໃນ​ການ​ຟື້ນ​ຟູ​ອາຊີບ
ການ​ງານ​ແລະ​ວິຖີ​ຊີວິດຂອງ​ພວກ​ເຄາະ​ຮ້າຍ​ ອັນເນື່ອງ​ມາ​ຈາກ​ລູກ​ລະ​ເບີດຫວ່ານ​ນີ້
ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດແລະ​ມີການ​ພັດທະນາທີ່​ດີ​ຂຶ້ນ ​ຈາກ​ກອງ​ປະຊຸມ​ນາໆຊາດ​ຄັ້ງ​ນີ້
ຊຶ່ງ​ທາງ​ວີ​ໂອ​ເອ​ກໍ​ຈະ​ຕິດຕາມ​ເອົາ​ຂ່າວ ​ນໍາ​ມາສະ​ເໜີ​ທ່ານ​ໃນ​ຄັ້ງ​ຕໍ່ໆ​ໄປ.

ກະລຸນາ​ຄອຍ​ຕິດຕາມ​ຮັບ​ຟັງໃນລາຍການ​ຊີວິດ​ຊາວ​ລາວໃນ​ຕ່າງ​ແດນ
ຂອງ VOA.



XS
SM
MD
LG