ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານກ່ຽວກັບອິດສະຫຼະພາບ ທາງດ້ານການຂ່າວ ຢູ່ໃນທົ່ວໂລກ


ລາຍງານກ່ຽວກັບອິດສະຫຼະພາບ ທາງດ້ານການຂ່າວ ຢູ່ໃນທົ່ວໂລກ
ລາຍງານກ່ຽວກັບອິດສະຫຼະພາບ ທາງດ້ານການຂ່າວ ຢູ່ໃນທົ່ວໂລກ

ກຸ່ມຕິດຕາມເບິ່ງອິດສະຫຼະພາບຂອງສື່ມວນຊົນໃນໂລກກ່າວວ່າ ຣວັນດາ ເຢເມນ ແລະ
ຊີເຣຍໄດ້ເຂົ້າຢູ່ໃນກຸ່ມຂອງ 10 ປະເທດທີ່ກົດຂີ່ພວກນັກຂ່າວຮ້າຍແຮງສຸດ.

ອົງການນັກຂ່າວບໍ່ມີພົມແດນໄດ້ພິມເຜີຍແຜ່ລາຍງານປະຈຳປີກ່ຽວກັບການລຽງລຳດັບ
ປະ​ເທດ​ຕ່າງໆ ຕາມອິດສະຫຼະພາບທາງດ້ານການຂ່າວໃນວັນພຸດມື້ນີ້ ໂດຍເຕືອນວ່າ
ການປາບປາມພວກນັກຂ່າວຢູ່ໃນບັນດາປະເທດຜະເດັດການແມ່ນມີຄວາມຮ້າຍແຮງ
ຂຶ້ນຕື່ມ.

ອົງການນັກຂ່າວບໍ່ມີພົມແດນ​ເວົ້າວ່າ ນອກຈາກຣວັນດາ ເຢເມນແລະຊີເຣຍແລ້ວ ອິດສະ
ຫຼະພາບໃນດ້ານການຂ່າວ ຢູ່ໃນຊູດານ Turkmenistan, Eritrea, ເກົາຫຼີເໜືອ,
ມຽນມາ, ຈີນ ແລະອີຣ່ານ ຍັງສືບຕໍ່ຊຸດໂຊມລົງຕື່ມ. ກຸ່ມດັ່ງກ່າວເວົ້າວ່າ ທັງ 10 ປະເທດ
ໄດ້ກົດຂີ່ສື່ມວນຊົນແລະສະກັດກັ້ນ ບໍ່ໃຫ້ປະຊາຊົນຂອງຕົນໄດ້ຮັບຂ່າວແລະຂໍ້ມູນຕ່າງໆ.

ອົງການນັກຂ່າວບໍ່ມີພົມແດນທີ່ມີສຳນັກງານໃຫຍ່ຢູ່ກຸງປາຣີກ່າວວ່າ ຄິວບາ ບໍ່ໄດ້ມີຊື່ຢູ່
ໃນຈຳນວນ 10 ປະເທດທີ່ກົດຂີ່ພວກນັກຂ່າວຮ້າຍແຮງສຸດ ເປັນເທື່ອທຳອິດນັບແຕ່ໄດ້
ເລີ້ມມີການອອກລາຍງານປະຈຳປີ ໃນປີ 2002. ເຈົ້າໜ້າທີ່ຄິວບາໄດ້ປ່ອຍພວກນັກຂ່າວ
14 ຄົນ ແລະນັກເຄື່ອນໄຫວອີກ 22 ໃນໄລຍະສອງສາມເດືອນຜ່ານມານີ້ ແຕ່ອົງການ
ນັກຂ່າວບໍ່ມີພົມແດນເວົ້າວ່າ ພວກນັກຂ່າວຢູ່ຄິວບາ ຍັງສືບຕໍ່ປະເຊີນໜ້າກັບການກົດຂີ່
ຈາກລັດຖະບານເປັນແຕ່ລະ ມື້ໆໄປ.

4 ປະເທດຄອມມູນິສໃນເອເຊຍ ອັນມີເກົາຫຼີເໜືອ ທີ່ຕິດອັນດັບທີ 177 ຈີນອັນດັບທີ
171 ຫວຽດນາມ ທີ 165 ແລະ ສປປ ລາວຕິດອັນດັບທີ 168 ນັ້ນ ແມ່ນຢູ່ໃນກຸ່ມ 15
ປະເທດທີ່ຕິດອັນດັບຕໍ່າສຸດຂອງດັດຊະນີອິດສະຫະພາບທາງດ້ານການຂ່າວຂອງໂລກ
ປີ 2010.

XS
SM
MD
LG