ປະທານາທິບໍດີອີຈິບ ທ່ານ Mohamed Morsi ໄດ້ສັ່ງໃຫ້ລັດຖະມົນຕີປ້ອງກັນປະເທດ ແລະຫົວໜ້າເສນາທິການກອງທັບ ລາອອກກິນເບ້ຍບໍານານ.
ໃນວັນອາທິດວານນີ້ ປະທານາທິບໍດີ Morsi ໄດ້ແຕ່ງຕັ້ງທ່ານ Abdel Fattah al-Sissi ເປັນລັດຖະມົນຕີປ້ອງກັນປະເທດ ແທນທ່ານ Hussein Tantawi ທີ່ເປັນເຈົ້າໜ້າທີ່ເກົ່າ ທີ່ຍັງເຫລືອມາຈາກລັດຖະບານຂອງປະທານາທິບໍດີ Hosni Mubarak ທີ່ຖືກໂຄ່ນລົ້ມໄປນັ້ນ. ນອກນີ້ ທ່ານ Morsi ຍັງໄດ້ແຕ່ງຕັ້ງຜູ້ພິພາກສາສານອະວຸໂສ ທ່ານ Mahmoud Mekki ເປັນຮອງປະທານາ ທິບໍດີ.
ທ່ານ Tantawi ໄດ້ເປັນຫົວໜ້າສະພາທະຫານ ທີ່ໄດ້ປົົກຄອງອີຈິບມາເປັນເວລາເກືອບນຶ່ງປີເຄິ່ງ ຈາກເວລາທີ່ທ່ານ ມູບາຣັກ ຖືກໂຄ່ນລົ້ມ ຈົນຮອດເວລາ ທ່ານ ມໍຊີ ໄດ້ຖືກເລືອກຕັ້ງຂຶ້ນແທນ ເມື່ອເດືອນມິຖຸນາຜ່ານມາ ຊຶ່ງໃນຊ່ວງເວລາດັ່ງກ່າວນັ້ນ ສະພາປົກຄອງທະຫານໄດ້ຮັບຜ່ານຄໍາປະກາດລັດຖະທໍາມະ ນູນອັນນຶ່ງ ທີ່ອະນຸມັດອໍານາດຢ່າງກ້ວາງຂວາງໃຫ້ແກ່ບັນດາຜູ້ບັນຊາການທະຫານຂັ້ນສູງ.
ໃນວັນອາທິດວານນີ້ ປະທານາທິບໍດີ ມໍຊີ ໄດ້ສັ່ງລົບລ້າງຄໍາປະກາດດັ່ງກ່າວ. ບໍ່ເປັນທີ່ແຈ້ງຂາວໃນທັນທີນີ້ເທື່ອວ່າ ທາງກອງທັບໃຫ້ການສະໜັບສະໜຸນແກ່ການຕັດສິນໃຈຂອງທ່ານ ມໍຊີ ຫລືບໍ່ ແຕ່ວ່າ ທັງທ່ານ Tantawi ແລະຫົວໜ້າເສນາທິການກອງທັບ ທ່ານ Sami Enan ທີ່ຖືກສົ່ງໃຫ້ໄປບໍານານນັ້ນ ຕ່າງກໍໄດ້ຖືກແຕ່ງຕັ້ງ ໃຫ້ເປັນທີ່ປຶກສາປະທານາທິບໍດີ.