ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ​ນາງ ຮີລ​ລາຣີ ຄລິນ​ຕັນ ​​ຢ້ຽມຢາມ​ ປະ​ເທດ​ອາ​ຟຣິກາ​ໃຕ້ (ສະໄລດ໌)


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ພົບປະກັບທ່ານ Nelson Mandela, ອາຍຸ 94 ປີ, ອະດີດປະທານາທິບໍດີອາຟຣິກາໃຕ້ ທີ່ເຮືອນຂອງທ່ານ ຢູ່ບ້ານ Qunu, ປະເທດອາຟຣິກາໃຕ້, ວັນທີ 6 ສິງຫາ 2012.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ພົບປະກັບທ່ານ Nelson Mandela, ອາຍຸ 94 ປີ, ອະດີດປະທານາທິບໍດີອາຟຣິກາໃຕ້ ທີ່ເຮືອນຂອງທ່ານ ຢູ່ບ້ານ Qunu, ປະເທດອາຟຣິກາໃຕ້, ວັນທີ 6 ສິງຫາ 2012.

ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ ຮີລ​ລາຣີ ຄລິນ​ຕັນ ​ກໍາລັງ​ຢ້ຽມຢາມ
​ປະ​ເທດ​ອາ​ຟຣິກາ​ໃຕ້ ບ່ອນ​ທີ່​ທ່ານ​ນາງ​ມີ​ກໍານົດພົບ​ປະກັບ ອະດີດ​ປະທາ​ນາ​ທິບໍດີ​
ອາ​ຟຣິກາ​ໃຕ້ ທ່ານ Nelson Mandela ​ໃນ​ການຢ້ຽ​ມຢາ​ມທະວີບອາ​ຟຣິກາຄັ້ງ​ຫລ້າ​ສຸດ​ນີ້.

ທ່ານ​ນາງຄລິນ​ຕັນ​ໄດ້​ເດີນທາງ​ໄປ​ຍັງ​ບ້ານ Qunu ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ສົນທະນາ​ຫາລື​ກັບ
ທ່ານ Mandela ວິລະ​ບຸ​ລຸດຜູ້​ຕໍ່ຕ້ານ​ການ​ແບ່ງ​ແຍກ​ຜີວພັນຂອງ​ອາ​ຟຣິກາ​ໃຕ້ ​ແລະ​ເປັນ
​ຜູ້​ນໍາ​ຂອງ​ປະ​ເທດ​ດັ່ງກ່າວ ​ໃນ​ສະ​ໄໝທີ່​ທ່ານ Bill Clinton ສາມີ​ຂອງ​ທ່ານ​ນາງ ດໍາລົງ​
ຕໍາ​ແໜ່​ງ​ເປັນ​ປະທານາທິບໍດີ​ສະຫະລັດ​ນັ້ນ.

ທ່ານ​ນາງຄລິນ​ຕັນຈະ​ໃຊ້​ເວລາ​ຫລາຍໆ​ມື້ ຢ້ຽມຢາມ​ອາ​ຟຣິກາໃຕ້ ​ໂດຍ​ມີ​ລາຍການ
ພົບ​ປະ​ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຫລາຍໆ​ທ່ານ​.

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດໄດ້​ເດີນ​ທາງໄປອາ​ຟຣິກາ​ໃຕ້ ​ຈາກປະ​ເທດ Malawi
​ໃນ​ວັນ​ອາທິດ​ວານ​ນີ້ ບ່ອນ​ທີ່​ທ່ານ​ນາງ​ໄດ້​ພົບ​ປະ​ກັບປທາ​ນາ​ທິບໍດີ Joyce Banda
ແລະໄດ້​ກ່າວ​ ຊົມ​ເຊີຍທ່ານນາງ Banda ທີ່​ໄດ້​ທໍາການ​ປະຕິ​ຮູບອັນສໍາຄັນ​ຫລາຍ​ໆຢ່າງ
​ ຫຼັງຈາກ​ທີ່​ໄດ້​ຂຶ້ນ​ກໍາ​ຕໍາ​ແໜ່​ງ​ໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້.

ທ່ານ​ນາງ ຍັງໄດ້ກ່າວ​ວ່າ ການ​ປະຕິ​ຮູບຂອງ​ທ່ານ​ນາງ Banda ​ໄດ້ຊ່ອຍ​ເຮັດ​ໃຫ້ເສດ
ຖະກິດຂອງ​ປະ​ເທດ​ທີ່​ທຸກ​ຈົນ​ແຫ່ງ​ນັ້ນ​ດີ​ຂຶ້ນ ​ແລະໄດ້ສົ່ງຜົນໃຫ້ສະຫະລັດຮື້​ຟືນ
ການຊ່ອຍເຫຼືອ​ໃຫ້​ແກ່​ມາລາ​ວີ.

ທ່ານ​ນາງ Banda ໄດ້ເຂົ້າຮັບໜ້າທີ່ ຫຼັງຈາກການເສຍຊີວິດລົງຢ່າງກະທັນຫັນ ຂອງ
ປະທານາທິບໍດີ Bingu wa Mutharika. ທ່ານ​ນາງ Banda ​ແມ່ນເປັນ ປະທານາທິ
ບໍດີຍິງຄົນທໍາອິດຂອງ​ Malawi.

ສ່ວນທ່ານ​ນາງ Banda ນັ້ນກ່າວວ່າ ທ່ານນາງແມ່ນກະຕືລືລົ້ນຫລາຍ​ທີ່​ໄດ້ພົບປະກັບ
ທ່ານນາງຄລິນ​ຕັນ ​ແລະວ່າ​ ທ່ານທັງສອງໄດ້ເປັນຜູ້ສົ່ງ​ເສີມ​ແລະ​ສະໜັບ​ສະ​ໜຸນ​ສິດທິ​
ແລະ​ຜົນ​ປະ​ໂຫຍດຂອງແມ່ຍິງແລະພວກເດັກນ້ອຍ ມາດົນ​ນານແລ້ວ.

ຫຼັງຈາກທີ່ຢຸດແວ່ ທີ່ອາ​ຟຣິກາ​ໃຕ້ແລ້ວ ທ່ານນາງຄລິນ​ຕັນຍັງຈະເດີນທາງຕໍ່ໄປ​ຍັງ
Nigeria, Benin ​ແລະ Ghana. ​ໃນການຢ້ຽມຢາມຄັ້ງນີ້ ທ່ານ​ນາງ​ໄດ້ຢຸດແວ່ ທີ່
Senegal, Uganda, Sudan ໃຕ້ ແລະ Kenya ມາ​ແລ້ວ.

XS
SM
MD
LG