ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຂອງຊີເຣຍ​ ​​ໂຕນ​ໜີ​


ທ່ານ Riyad Hijab (ຊ້າຍ) ຢືນຢູ່ຕໍ່ໜ້າ ປະທານາທິບໍດີ Bashar al-Assad ໃນພິທີສາບານໂຕເຂົ້າຮັບຕໍາແໜ່ງ ນາຍົກລັດຖະມົນຕີຊີເຣຍ.
ທ່ານ Riyad Hijab (ຊ້າຍ) ຢືນຢູ່ຕໍ່ໜ້າ ປະທານາທິບໍດີ Bashar al-Assad ໃນພິທີສາບານໂຕເຂົ້າຮັບຕໍາແໜ່ງ ນາຍົກລັດຖະມົນຕີຊີເຣຍ.

ນາຍົກລັດຖະມົນຕີຂອງຊີເຣຍ ​ໄດ້ໂຕນ​ໜີ​ 2 ​ເດືອນຫຼັງ​ຈາກ​ໄດ້ຂຶ້ນ​ກໍາ​ຕໍາ​ແໜ່ງ ແລະ​ກ່າວ​ວ່າ ທ່ານ​ຈະ​ໄປ​ສົມທົບ​ກັບ​ຝ່າຍ​ທີ່​ຕໍ່ຕ້ານ ປະທານາທິບໍດີ Bashar al-Assad.

​ໃນ​ຄໍາ​ຖະ​ແຫລ​ງທີ່​ອ່ານ​ອອກ​ໃນ​ນາມ​ຂອງ​ທ່ານ ທາງ​ສະຖານີ​ໂທລະພາບ Al Jazeera ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Riad Hijab ກ່າວ​ວ່າ ທ່ານ​ໄດ້ໜີອອກ​ມາຈາກ​ ອັນ​ທີ່​ທ່ານ​ເອີ້ນ​ວ່່າ “ອໍານາດ​ປົກຄອງ​ກໍ່​ການ​ຮ້າຍ​ແລະ​ເຂ່ນຂ້າ​ປະຊາຊົນ.”

ຄໍາ​ຖະ​ແຫລ​ງ​ເວົ້າ​ວ່າ ທ່ານ​ແລະ​ຄອບຄົວ​ຢູ່​ໃນ​ບ່ອນ​ທີ່​ປອດ​ໄພ. ບັນດາ​ເຈົ້າ​ໜ້າ​ທີ່​ຈໍ​ແດນ ກ່າວ​ວ່າ ທ່ານ Hijab ​ໄດ້​ໂຕນ​ໜີ​ໄປ​ຍັງ​ຈໍ​ແດນ.

​ໂທລະພາບຂອງລັດຊີ​ເຣຍລາຍ​ງານ​ຂ່າວ​ວ່າ ທ່ານ Hijab ໄດ້ຖືກ​ໄລ່​ອອກ​ ​ແລະຜູ້​ຮອງຂອງ​ທ່ານ​ ຄື​ທ່ານ Omar Ghalawanji ໄດ້​ຂຶ້ນ​ມາ​ກໍາ​ໜ້າ​ທີ່​ແທນ.

ຂ່າວ​ດັ່ງກ່າວ​ນີ້​ມີ​ຂຶ້ນ ຫຼາຍຊົ່ວ​ໂມງຫຼັງ​ຈາກສື່ຂອງລັດ​ລາຍ​ງານ​ວ່າ ​ໄດ້​ເກີດ​ເຫດ ລະເບີດຂຶ້ນ
ໃນຕຶກຂອງສະຖານີໂທລະພາບ​ໃນເມືອງຫລວງ Damascus ທີ່ພາ ໃຫ້ຫລາຍຄົນ ໄດ້​ຮັບບາດເຈັບ.

ສະຖານນີໂທລະພາບດັ່ງກ່າວຍັງໄດ້ສືບຕໍ່ຖ່າຍທອດ ຫຼັງຈາກ​ເກີດ​ເຫດລະເບີດ ທີ່ໄດ້​ເຮັດໃຫ້ຊັ້ນທີ່ 3 ຂອງຕຶກ ​ເພພັງເສຍຫາຍ.

ສະຖານີໂທລະພາບເອກກະຊົນ​ແຫ່ງ​ນຶ່ງ ທີ່ເຂົ້າຂ້າງທາງລັດຖະບານ ຊຶ່ງກໍໄດ້ຖືກ ລະເບີດຮ້າຍ​ແຮງເຖິງຂັ້ນມີຜູ້ເສຍຊີວິດໃນເດືອນມິຖຸນານັ້ນ ໄດ້ຖ່າຍທອດ​ໃຫ້​ເຫັນ​ພາບຝາພະໜັງທີ່ຫັກພັງ​ ສາຍ​ໄຟ​ຫ້ອຍ​ລົງ​ມາ​ຈາກເພດານທີ່ຍຸບລົງ ແລະພວກຜູ້ຄົນ ຍ່າງຜ່ານ ທາງຍ່າງທີ່​ເຕັມ​ໄປດ້ວຍ​ຄັວນ​ໄຟ.

ບັນດານັກເຄື່ອນໄຫວທີ່ຕໍ່ຕ້ານລັດຖະບານຊີເຣຍ ລາຍງານວ່າ ການ​ໂຈມ​ຕີຂອງກອງ ກໍາລັງຂອງລັດຖະບານ ຍັງດໍາເນີນສືບຕໍ່ມາ ໃນເມືອງພາກເໜືອ Aleppo ໃນວັນຈັນ ມື້ນີ້.

ກຸ່ມສັງເກດການສິດທິມະນຸດຊີເຣຍ ກ່າວ​ວ່າ ກອງທັບ​ຊີ​ເຣຍຍັງລະດົມ​ຍິງ​ໃສ່ຫຼາຍໆ ຄຸ້ມໃນເມືອງ Aleppo ແລະວ່າ ມີພົນລະເຮືອນເກືອບ 30 ຄົນ​ເສຍ​ຊີວິດ ​ໃນ​ທົ່ວ​ປະ​ເທດ.





XS
SM
MD
LG