ເສດຖີໃຈບຸນຈີນຄົນນຶ່ງກ່າວວ່າ ທ່ານໄດ້ບໍລິຈາກເງິນຈໍານວນຫລາຍກວ່າ 16 ລ້ານໂດລາ ໃນລະຫວ່າງການຢ້ຽມຢານໄຕ້ຫວັນເປັນເວລາ 1 ສັບປະດາ ຮວມທັງການເອົາເງິນຈໍານວນຫລາຍໝື່ນໂດລາ ໃສ່ໃນຊອງສີແດງ ແຈກໃຫ້ພວກຜູ້ຄົນຍ່າງຕາມຖະໜົນຫົນທາງສາຍຕ່າງໆ.
ອົງການຂ່າວທາງການຂອງໄຕ້ຫວັນ ລາຍງານຂ່າວໃນວັນອັງຄານມື້ນີ້ ອ້າງຄໍາເວົ້າຂອງ
ທ່ານ Chen Guangbiao ມະຫາເສດຖີເງິນພັນລ້ານ ວ່າທ່ານໄດ້ແຈກຢາຍເງິນ ຈໍານວນ
ຫລາຍກວ່າ 2 ລ້ານ 7 ແສນ 5 ໝື່ນໂດລາໃຫ້ປະຊາຊົນຕາມຖະໜົນຫົນທາງ ແລະມອບ
ເງິນຈໍານວນທີ່ຍັງເຫລືອໃຫ້ກຸ່ມການກຸສົນຕ່າງໆ ທີ່ຂໍບໍ່ໃຫ້ເປີດເຜີຍຊື່ຂອງພວກເຂົາເຈົ້າ.
ອົງການຂ່າວນີ້ເວົ້າຕື່ມວ່າ ທ່ານ Chen ໄດ້ມີຊື່ສຽງໂດ່ງດັງຢູ່ແລ້ວ ໃນຈີນແຜ່ນດິນໃຫຍ່ ຍ້ອນຄວາມເປັນຄົນໃຈບຸນສຸນທານຂອງທ່ານນັ້ນ ໄດ້ແຈກຢາຍເງິນຫລາຍກວ່າ 1 ລ້ານໂດລາໃສ່ໃນຊອງສີແດງໃຫ້ພວກຜູ້ຄົນທີ່ທຸກຍາກໃນມື້ດຽວ ແຕ່ຫລັງຈາກມີຜູ້ຄົນຕິດຕາມທ່ານ ເປັນຈໍານວນຫລາຍຂຶ້ນ ຢ່າງບໍ່ເປັນລະບຽບນັ້ນ ທ່ານ Chen ກໍໄດ້ຫັນໄປໄຊ້ວິທີການໃຫ້ທານ ແບບບໍ່ເປີດເຜີຍ.
ເຖິງແມ່ນມີຄວາມພໍອົກພໍໃຈນໍາການບໍລິຈາກເງິນຂອງທ່ານ Chen ກໍຕາມ ແຕ່ຊາວໄຕ້ຫວັນບາງຄົນພາກັນຈົ່ມວ່າ ການຢ້ຽມ ຢາມໄຕ້ຫວັນຂອງທ່ານ Chen ເປັນການໂຄສະນາຊວນເຊື່ອ ທີ່ມີວັດຖຸປະສົງເພື່ອເຮັດໃຫ້ປະຊາ ຊົນໄຕ້ຫວັນມີຄວາມເຕັມໃຈທີ່ ຈະທ້ອນໂຮມກັນຄືນກັບຈີນແຜ່ນ ດິນໃຫຍ່ຫລາຍຂຶ້ນ. ລາຍໄດ້ສະ ເຫລ່ຍຂອງຊາວໄຕ້ຫວັນ ແມ່ນ ສູງກວ່າລາຍໄດ້ສະເຫລ່ຍຂອງ ຄົນຈີນແຜ່ນດິນໃຫຍ່ 5 ເທົ່າໂຕ.