ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາຍີ່ປຸ່ນ ຈີນ ແລະເກົາຫລີໃຕ້ ຈະໄປຢ້ຽມຢາມເມືອງ Fukushima


ໂຮງງານນີວເຄລຍ ເຂດເມືອງ Fukushima ໃນຍີ່ປຸ່ນ ທີ່ໃຊ້ການບໍ່ໄດ້
ໂຮງງານນີວເຄລຍ ເຂດເມືອງ Fukushima ໃນຍີ່ປຸ່ນ ທີ່ໃຊ້ການບໍ່ໄດ້

ພວກຜູ້ນໍາຍີ່ປຸ່ນ ຈີນ ແລະ ເກົາຫລີໃຕ້ ໄດ້ຕົກລົງແຜນ ການນຶ່ງທີ່ຈະຮ່ວມກັນໄປຢ້ຽມຢາມເມືອງ Fukushima ທີ່ຢູ່ໃກ້ໂຮງງານນີວເຄລຍທີ່ໃຊ້ ການບໍ່ໄດ້ ລ່ວງໜ້າກອງປະຊຸມສຸດຍອດສາມຝ່າຍທີ່ມີກໍານົດຈະເລີ່ມຂຶ້ນ ໃນວັນເສົາຈະມານີ້ ທີ່ນະຄອນຫລວງໂຕກຽວ.

ສື່ມວນຍີ່ປຸ່ນລາຍງານເມື່ອວັນພຸດມື້ນີ້ ໂດຍອ້າງເອົາຄໍາເວົ້າຂອງພວກເຈົ້າໜ້າທີ່ອາວຸໂສ ທີ່ເວົ້າວ່າ ນາຍົກລັດຖະມົນຕີຈີນ ທ່ານ ເຫວິນ ເຈ້ຍເບົາ ແລະປະທານາທິບໍດີເກົາຫລີໃຕ້ ທ່ານ ລີ ມຽງ ບັກ ກໍຈະພາກັນໄປຢ້ຽມ ຢາມເມືອງ Sendai ເຊັ່ນກັນ ຊຶ່ງເປັນເມືອງນຶ່ງທີ່ໄດ້ຮັບຄວາມເສຍຫາຍ ຢ່າງໜັກທີ່ສຸດໃນເຫດການແຜ່ນດິນໄຫວແລະຄື້ນຟອງສຸນາມິ ເມື່ອວັນທີ່ 11 ເດືອນມີນາຜ່ານມານັ້ນ.

ໃນຂັ້ນຕົ້ນ ທ່ານ Naoto Kan ນາຍົກລັດຖະມົນຕີຍີ່ປຸ່ນໄດ້ສະເໜີໃຫ້ຈັດ ກອງປະຊຸມປະຈໍາປີເປັນເວລາສອງມື້ ຂອງພວກຜູ້ນໍາສາມປະເທດໃນເມືອງ Fukushima ແຕ່ຂໍ້ສະເໜີດັ່ງກ່າວໄດ້ຖືກຍົກເລີກໄປເນຶ່ອງຈາກມີລາຍງານ ວ່າ ໄດ້ຮັບການຄັດຄ້ານຈາກຈີນ.

XS
SM
MD
LG