ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານແລກປ່ຽນວັດທະນະທຳ ລະຫວ່າງ ລາວ ກັບ ອະເມລິກັນ ລາຕິນ


ງານແລກປ່ຽນວັດທະນະທຳ ລະຫວ່າງ ລາວ ກັບ ອະເມລິກັນ ລາຕິນ
ງານແລກປ່ຽນວັດທະນະທຳ ລະຫວ່າງ ລາວ ກັບ ອະເມລິກັນ ລາຕິນ

VS: ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ​ນີ້​ທາງ​ອົງກາ​ນມູນ​ນິທິ​ມໍລະດົກ
ລາວທີ່​ມີ​ສາ​ຂາ​ໃຫ່ຽທີ່ນະ​ຄອນຫຼວງ Washington DC
ໄດ້ຮວມຕົວແລະປະສານງານກັບແລະກຸ່ມສະແດງTeatro
De La Luna (ອະເມຣິກາ ລາຕິນ) ເພື່ອຈັດງານຫາ
ລາຍໄດ້ທີ່ຈະສົ່ງເສີມແລະສືບສານວັດທະນະທຳທັງ
ສອງຢ່າງຊຶ່ງທາງປະທານຂອງມູນນິທິມໍລະດົກ​ລາວ
ນາງນິພາສອນ ສຸພົມໄດ້ອະທິບາຍເຖິງການຈັດງານຄັ້ງນີ້ວ່າ:

/Niphasone Souphome Act/

VS: ສິນລະປະວັດທຳນະທຳທີ່ສະແດງອອກຜ່ານດົນຕີແລະຟ້ອນລຳຕ່າງໆຂອງຊາດໃດ
ຊາດນຶ່ງນັ້ນແມ່ນເປັນເອກລັກທີ່ເອກອ້າງເຖິງຄວາມອຸດົມສົມບູນ ຮັ່ງມີຂອງອະລິຍະທຳຂອງ
ຊາດນັ້ນໆ ແລະກໍບໍ່ເປັນການງ່າຍທີ່ຈະປູກຝັງໃຫ້ພວກເຍົາວະຊົນຮຸ່ນໃຫມ່ ໂດຍສະເພາະ
ພວກທີ່ເກີດໃນຕ່າງແດນແລ້ວ​ໃຫ້ຮັກຫອມແລະພ້ອມທີ່ຈະເຂົ້າໃຈແລະຢາກຈະຮຽນຮູ້ເຖິງ
ຄວາມສຳຄັນແລະເປັນສະພານສືບສານແລະຮັກສາຮີດຄອງດັ່ງກ່າວນີ້ໄວ້ ຊຶ່ງ ໄຊຊະນະ
ສຸພົມ ນຶ່ງໃນບັນດາອາຈານສອນດົນຕີພື້ນເມືອງລາວເຊັ່ນ ແຄນແລະຊໍ ກ່າວວ່າ:

/Saysana Souphome Act/

VS: ນອກຈາກທັງສອງທີ່ເປັນບຸກຄົນສຳຄັນແລະເປັນຫົວຈັກຫົວແຮງແລ້ວ ກໍຍັງມີ
ລະນີ ສູນດາຣາ ນັກສຶກສາທີ່ມະຫາວິທະຍາໄລ Columbia ທີ່ New York ທີ່ຮຽນ
ທັງປລິນຍາຕີແລະໂທພ້ອມກັນເລີຍນັ້ນ ຊຶ່ງໃຊ້ເວລາຮວມກັນທັງຫມົດຫ້າປີ ແລະທຸກໆ
ລະດູຮ້ອນກໍຈະກັບຄືນໄປບ້ານເກີດທີ່ນະຄອນ Seattle ລັດ Washington ແລະແບ່ງ
ເວລາມາສິດສອນດົນຕີລາວເດີມຊ່ອຍຄນະກິນນະລີທີ່ເປັນນຶ່ງສາຂາທີ່ຂຶ້ນກັບອົງການ
ມູນ​ນິທິ​ມໍລະດົກ​ລາວນີ້ນຳ ຊຶ່ງ ລານີ ສູນດາຣາຊີ້ແຈງດັ່ງໃຫ້ຟັງວ່າ:

/Lanee Soundara Act/

VS: ງານ​ໃນ​ຕອນ​ບ່າຍ​ຂອງ​ວັນ​ນັ້ນ​ແມ່ນ​ດຳ​ເນີນ​ໄປ​ດ້ວຍ​ດີ​ ໂດຍ​ມີການ​ຂາຍ​ອາຫານ​
ການ​ກິນ​ແລະ​ມີ​ການວາງສະ​ແດງ​ສິນລະປະ ພາບ​ວາດ​ຕ່າງໆ​ ພ້ອມ​ທັງ​ກິດຈະກຳ​
ໃຫ້​ພວກ​ເດັກນ້ອຍ​ແລະ​ພໍ່​ແມ່​ໄດ້​ຮວມສນຸກສະນານດ້ວຍ​ກັນ ແລະນອກ​ນັ້ນ​ແລ້ວ
ຍັງ​ມີ​ການ​ຮ່ວມ​ຮ້ອງ​ເພງ​ແລະ​ບັນ​ເລງ​ໃຫ້​ແຂກ​ໄດ້​ມວ່ນຊື່ນ​ແລະ​ຟ້ອນ​ລຳວົງ​ກັນ​ຢ່າງ​ສະນຸກ
ສະຫນາ​ນ​ໂດຍ​ໄດ້​ມີ​ນັກ​ຮ້ອງລາວ​ແລະ​ອະ​ເມ​ຣິກັນ ລາ​ຕິນ​ເຊັ້ນ: Alex San Dinero,
David Fantazma and Jonny Olsen.

ກະລຸນາ​ຟັງ​ການ​ສຳພາດ​ຂ້າງເທິງນີ້ ແລະພົບກັນໃຫມ່ໃນວັນພະຫັດຫນ້າ.

XS
SM
MD
LG