ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ການບິນຈາກສະໜາມບິນ ບຣັສເຊີລສ໌ກຳນົດວ່າ ຈະເປີດຄືນ ຫຼັງການໂຈມຕີ


ບັນດາຕຳຫຼວດ ແລະ ທະຫານ ຄຸ້ມກັນ ບໍລິເວນນອກ ສະໜາມບິນ Zaventem ໃນນະຄອນຫຼວງ ບຣັສເຊີລສ໌ ເມື່ອວັນອັງຄານ ທີ 29 ມີນາ 2016. (AP Photo/Geert Vanden Wijngaert)
ບັນດາຕຳຫຼວດ ແລະ ທະຫານ ຄຸ້ມກັນ ບໍລິເວນນອກ ສະໜາມບິນ Zaventem ໃນນະຄອນຫຼວງ ບຣັສເຊີລສ໌ ເມື່ອວັນອັງຄານ ທີ 29 ມີນາ 2016. (AP Photo/Geert Vanden Wijngaert)

ການບິນຂອງສາຍການບິນຕ່າງໆໃນນະຄອນຫຼວງ ບຣັສເຊີລສ໌ ແມ່ນມີກຳນົດວ່າ ຈະ ເປີດຄືນໃໝ່ໃນຂອບເຂດຈຳກັດ ໃນວັນອາທິດມື້ນີ້ ບ່ອນທີ່ພວກວາງລະເບີດສະຫຼະຊີບ ໄດ້ໂຈມຕີ ຢ່າງຮ້າຍແຮງເຖິງແກ່ຊີວິດ ເມື່ອເກືອບສອງສັບປະດາທີ່ຜ່ານມາ.

ລະເບີດທີ່ແຕກຂຶ້ນຢູ່ທີ່ແຫ່ງດັ່ງກ່າວ ແລະ ຢູ່ສະຖານີລົດໄຟໃຕ້ດິນ ໄດ້ສັງຫານ 32 ຄົນ ແລະ ທຳລາຍບໍລິເວນຂາອອກ ຂອງສະໜາມບິນ.

ເຈົ້າໜ້າທີ່ຕຳຫຼວດ ຄຸມກັນອ້ອມ ເຂດລົດເມ ທີ່ໃຊ້ສຳລັບຄວບຄຸມຕົວພວກປະທ້ວງ ຢູ່ທີ່ Place de la Bourse ໃນນະຄອນຫຼວງ ບຣັສເຊີລສ໌ ຂອງແບລຈຽມ, ວັນທີ 2 ເມສາ 2016.
ເຈົ້າໜ້າທີ່ຕຳຫຼວດ ຄຸມກັນອ້ອມ ເຂດລົດເມ ທີ່ໃຊ້ສຳລັບຄວບຄຸມຕົວພວກປະທ້ວງ ຢູ່ທີ່ Place de la Bourse ໃນນະຄອນຫຼວງ ບຣັສເຊີລສ໌ ຂອງແບລຈຽມ, ວັນທີ 2 ເມສາ 2016.

ສາມຖ້ຽວບິນ ຂອງສາຍການບິນ Brussels Airlines ແມ່ນມີກຳນົດ ຈະອອກເດີນທາງ ໃນແລງວັນອາທິດມື້ນີ້. ທາງສະໜາມບິນ ເອີ້ນການອອກເດີນທາງນັ້ນວ່າ “ການບິນທີ່ ເປັນສັນຍາລັກ” ໂດຍຈະເພີ້ມຖ້ຽວບິນ ຕື່ມອີກຫຼາຍຖ້ຽວ ໃນອີກສອງສາມມື້ຈະມາເຖິງນີ້.

ຫົວໜ້າອຳນວຍການໃຫຍ່ ຂອງບໍລິສັດ ສະໜາມບິນ ບຣັສເຊີລສ໌ ທ່ານ Arnaud Feist ໄດ້ກ່າວໃນວັນເສົາວານນີ້ ວ່າ “ການເລີ້ມຕົ້ນໃໝ່ ຂອງການດຳເນີນງານ ໄວທີ່ຈະໄວໄດ້ ເຖິງແມ່ນວ່າ ພຽງໃນບາງສ່ວນເທົ່ານັ້ນກໍ່ຕາມ ແຕ່ມັນກໍເປັນສັນຍານຂອງຄວາມຫວັງ ທີ່ສະແດງໃຫ້ເຫັນເຖິງມານະທີ່ມີຮ່ວມກັນ ຂອງ ພວກເຮົາ ແລະ ຄວາມເຂັ້ມແຂງ ທີ່ຈະ ລຸກຂຶ້ນມາອີກ ແລະຈະບໍ່ຍອມກົ້ມຫົວຂອງພວກເຮົາ.”

ທະຫານແບລຈຽມ ຢືນຍາມ ຢູ່ນອກທາງເຂົ້າ ສະຖານີລົດໄຟໃຕ້ດິນ ໃນລະຫວ່າງ ຄວາມເຄັ່ງຕຶງ ລະຫວ່າງ ຕຳຫຼວດ ແລະພົນລະເມືອງ ໃນຄຸ້ມ Molenbeek ຂອງນະຄອນຫຼວງ ບຣັສເຊີລສ໌, ວັນທີ 2 ເມສາ 2016.
ທະຫານແບລຈຽມ ຢືນຍາມ ຢູ່ນອກທາງເຂົ້າ ສະຖານີລົດໄຟໃຕ້ດິນ ໃນລະຫວ່າງ ຄວາມເຄັ່ງຕຶງ ລະຫວ່າງ ຕຳຫຼວດ ແລະພົນລະເມືອງ ໃນຄຸ້ມ Molenbeek ຂອງນະຄອນຫຼວງ ບຣັສເຊີລສ໌, ວັນທີ 2 ເມສາ 2016.

ທ່ານ Feist ຍັງໄດ້ປະກາດເຖິງ ວຽກງານ ການສ້ອມແປງຊົ່ວຄາວ ແລະ ລະບົບຕ່າງໆ ດ້ານຄວາມປອດໄພ ທີ່ຈະນຳເອົາມາໃຊ້ຢູ່ທີ່ສະໜາມບິນ ໃນຂະນະທີ່ຕົນທຳງານເລັ່ງລັດ ເພື່ອທີ່ຈະໃຫ້ການດຳເນີນງານ ກັບຄືນສູ່ລະດັບ ເຕັມສ່ວນ ຊຶ່ງຈະໃຊ້ເວລາ ຫຼາຍເດືອນ.

Belgium Blast Airpport News Conference
please wait

No media source currently available

0:00 0:02:33 0:00

XS
SM
MD
LG