ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ຈັບ​ກຸມ ໃນ​ຄະ​ດີ​​ບຸກ​ໂຈມ​ຕີ ​ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ ຮອດ 950 ຄົນ​ແລ້ວ


​ແຟ້ມ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ທ່ານ​ເມີ​ຣິກ ກາ​ແລນ ໃຫ້​ການ​ທີ່​ຕຶກ​ຫໍ​ລັດ​ຖະ​ສະ​ພາ ເມື່ອ​ວັນ​ທີ 26 ເມ​ສາ 2022.
​ແຟ້ມ - ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ສະ​ຫະ​ລັດ ທ່ານ​ເມີ​ຣິກ ກາ​ແລນ ໃຫ້​ການ​ທີ່​ຕຶກ​ຫໍ​ລັດ​ຖະ​ສະ​ພາ ເມື່ອ​ວັນ​ທີ 26 ເມ​ສາ 2022.

ເກືອບ​ສອງ​ປີ​ຜ່ານ​ມາ ​ຫຼັງ​ຈາກ​ໄດ້​ເກີດການ​ໂຈມ​ຕີ​ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ເມື່ອວັນ​ທີ 6 ມັງ​ກອນ 2021 ​ການ​ສືບ​ສວນ​ຢ່າງ​ກະ​ຈັດ​ກະ​ຈາຍ​ ຂອງ​ລັດ​ຖະ​ບານ​ກາງ ກ່ຽວ​ກັບ​ການ​ກໍ່​ຈະ​ລາ​ຈົນ ແມ່ນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາໃນ “ລະ​ດັບ​ຄວາມ​ໄວ​ແລະ​ຂອບ​ເຂດ​ແບບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ຊຶ່ງ​ມີ​ຜູ້​ຖືກ​ຈັບ​ກຸມແລ້ວ​ຫຼາຍກວ່າ 950 ຄົນ ອີງ​ຕາມ​ຄຳ​ເວົ້າລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ເມີ​ຣິກ ກາ​ແລນ ທີ່​ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້.

ໂຕ​ເລກ​ທີ່​ວ່ານັ້ນ ແມ່ນ​ບໍ່​ຮອດ​ເຄິ່ງ​ນຶ່ງ​ຂອງ​ພວກ​ສະ​ໜັບ​ສະ​ໜຸນ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ປະ​ມານ 2,000 ຫາ 2,500 ຄົນ ​ທີ່​ເຊື່ອ​ວ່າ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຕຶກ​ຫໍ​ລັດ​ຖະ​ສະ​ພາ ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ພວມ​ປະ​ຊຸມ​ກັນ ​ເພື່ອໃຫ້​ການຢັ້ງ​ຢືນ​ຕໍ່​ຜົນ​ການ​ເລືອກ​ຕັ້ງ​ປ​ະ​ທາ​ນາ​ທິ​ບໍ​ດີ​ ໃນປີ 2020.

ແຕ່​ທ່ານ​ກາ​ແລນ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ປະ​ເທດກ່າວ​ວ່າ ກະຊວງ​ຍຸ​ຕິ​ທຳ​ຍັງ​ມີ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ນຳ​ເອົາ​ພວກ​ລະ​ເມີດ​ກົດ​ໝາຍ​ມາ​ຮັບ​ຄວາມ​ຜິດ.

ທ່ານ​ກາ​ແລນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ພວກ​ເຮົາ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ​ ໃນ​ເລື້ອງ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ພວກ​ທີ່​ໄດ້​ກະ​ທຳ​ຜິດໃນ​ການ​ບຸກ​ໂຈມ​ຕີ​ເມື່ອ​ວັນ​ທີ 6 ມັງ​ກອນ​ຕໍ່​ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ ແລະ​ພວກ​ເຮົາ​ຍັງ​ມີ​ຄວາມ​ໝັ້ນ​ໝາຍ ທີ່​ຈະ​ດຳ​ເນີນ​ການ​ທຸກ​ສິ່ງ​ຢ່າງ ທີ່​ຢູ່​ໃນ​ອຳ​ນາດ​ຂອງ​ພວກ​ເຮົາ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນ​ໄດ້​ອີກ.”

ແຟ້ມ - ພວກ​ສະ​ໜັບ​ສະ​ໜຸນ ປະ​ທາ​ນາ​ທິ​ບໍ​ດີດ​ໍ​ໂນ​ລ ທ​ຣຳ ໃນ​ເວ​ລານັ້ນ ບຸກ​ໂຈມ​ຕີ​ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 6 ມັງ​ກອນ 2021.
ແຟ້ມ - ພວກ​ສະ​ໜັບ​ສະ​ໜຸນ ປະ​ທາ​ນາ​ທິ​ບໍ​ດີດ​ໍ​ໂນ​ລ ທ​ຣຳ ໃນ​ເວ​ລານັ້ນ ບຸກ​ໂຈມ​ຕີ​ຕຶກ​ຫໍ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 6 ມັງ​ກອນ 2021.

ທ່ານ​ເດ​ວິດ ຊັນ​ເບີກ (David Sundberg) ຮອງ​ຜູ້​ອຳ​ນວຍ​ການ ຫ້ອງ​ການ​ປະ​ຕິ​ບັດ​ການ​ພາກ​ສະ​ໜາມ​ຂອງ​ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ຂອງ​ສະ​ຫະ​ລັດ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ​ເປັນ​ຜູ້​ນຳ​ພາ​ການ​ສືບ​ສວນ​ຂອງ​ລັດ​ຖະ​ບານ​ກາງ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສືບ​ສວນ​ອາດ​ຈະ​ໃຊ້​ເວ​ລາ​ຫຼາຍໆ​ປີ.

ທ່ານ​ຊັນ​ເບີກ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ໃນ​ຊຸມ​ເດືອນ​ແລະ​ຊຸມ​ປີ​ຕໍ່​ໜ້າ ຫ້ອງ​ການ​ພາກ​ສະ​ໜາມ​ຂອງ​ອົງ​ການ FBI ທີ່​ວໍ​ຊິງ​ຕັນ​ຈະ​ສືບ​ຕໍ່​ການ​ເປັນ​ຄູ່​ຮ່ວມ​ງານ​ກັບ​ຫ້ອງ​ການ​ຍຸ​ຕິ​ທຳ​ຂອງ​ສະ​ຫະ​ລັດ ໃນ​ທົ່ວ​ປະ​ເທດ ເພື່ອ​ນຳ​ເອົາ​ພວກ​ທີ່​ໄດ້​ພະ​ຍາ​ຍາມ​ໃຊ້​ຄວາມ​ຮຸນ​ແຮງເພື່ອ​ນຳ​ເອົາເຈດ​ຕະ​ນາ​ລົມ​ຂອງ​ພວກ​ເຂົາ​ເຈົ້າ​ມາ​ແທນ​ເຈດ​ຕະ​ນາ​ລົມ​ຂອງ​ປະ​ຊາ​ຊົນ​ນັ້ນ ມາ​ຮັບ​ຄວາມ​ຜິດ.”

ໃນ​ຂະ​ນະ​ທີ່​ສ່ວນ​ໃຫຍ່ຂອງ​ພວກ​ທີ່​ຖືກ​ຈັບ ມາ​ຮອດ​ເວ​ລານີ້ແມ່ນ​ພົວ​ພັນ​ກັບ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 6 ມັງ​ກອນ ແມ່ນ​ປະ​ເຊີນ​ໜ້າ​ກັບ​ຂໍ້​ຫາອາ​ຊະ​ຍາ​ກຳ​ທີ່​ບໍ່​ເຖິງ​ຂັ້ນ​ຮ້າຍ​ແຮງ ເຊັ່ນ​ວ່າ ບຸກ​ເຂົ້າ​ໄປ​ໃນ ​ຫຼື​ມີ​ໜ້າ​ຢູ່​ໃນ​ຕຶກ​ອາ​ຫານ​ທີ່​ມີ​ການ​ຈຳ​ກັດ​ຂອງ​ລັດ​ຖະ​ບານ ອີກ​ຫຼາຍໆ​ຄົນ​ໄດ້​ຖືກ​ດຳ​ເນີນ​ຄະ​ດີ​ໃນ​ຄວາມ​ຜິດ​ທີ່​ຮ້າຍ​ແຮງກວ່ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG