ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານໄທ ອອກໝາຍຈັບ ນາຍທະຫານ ອະວຸໂສ ທີ່ ສົງໄສ ຄ້າມະນຸດ


ອົບພະຍົບຈຳນວນນຶ່ງ ພາກັນຕົກໃຈ ທີ່ກອງທັບເຮືອໄທ ແກ່ເຮືອເຂົາເຈົ້າ ອອກຄືນສູ່ທະເລ.
ອົບພະຍົບຈຳນວນນຶ່ງ ພາກັນຕົກໃຈ ທີ່ກອງທັບເຮືອໄທ ແກ່ເຮືອເຂົາເຈົ້າ ອອກຄືນສູ່ທະເລ.

ປະ​ເທດໄທ​ໄດ້​ອອກ​ໝາຍ​ຈັບ ​ເຈົ້າ​ໜ້າ​ທີ່​ທະຫານຂັ້ນ​ສູງ​ຄົນ​ນຶ່ງ
ທີ່​ສົງ​ໄສ​ວ່າ​ພົວພັນ​ກັບ​ການ​ຄ້າ​ມະນຸດ ທີ່​ເປັນ​ຊາວ​ອົບ​ພະ​ຍົບ
ທາງ​ເຮືອ​ຈາກມຽນມາ ແລະ​ບັງ​ກລາ​ແດັສ.

ພົນ​ໂທ Manas Kongpan ​ເປັນ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ສຸດ​ທີ່​ພົວພັນ
​ ​ໃນ​ລະຫວ່າງ​ການ​ປາບປາມ​ຂອງລັດຖະບານ​ໄທ ​ຕໍ່ເຄືອຂ່າຍ
ການ​ລັກລອບຄ້າມະນຸດທີ່ກວ້າງ ຂວາງນັ້ນ.

ນາຍ​ພົນ​ອາ​ຍຸ 58 ປີທ່ານນີ້ ​ໄດ້ຖື​ກກ່າວ​ຫາ​ວ່າຄ້າມ​ະນຸດ ກັກ​
ຂັງ​ຜູ້​ເຄາະ​ຮ້າຍ​ ໃນການ​ຄ້າ​ມະນຸດ ​ແລະ​ຈັບ​ພວກກ່ຽວເພື່ອ​ຮຽກ
​ຄ່າ​ໄຖ່ ອີງຕາມລາຍງານຂອງ ໜັງສື​ພິມBangkok Post.

Rohingya Migrants
please wait
Embed

No media source currently available

0:00 0:02:03 0:00

​ໃນ​ຕອນ​ຕົ້ນ ພວກທະຫານ​ໄທ​ທີ່​ປົກຄອງ​ປະ​ເທດ ​ບໍ່ໄດ້ໃຫ້ຄວາມສຳຄັນຕໍ່​ການ ສະເໜີ
ແນະ​ວ່າ ​ມີພວກນາຍທະຫານ​ຂອງ​ຕົນ​ພົວພັນ​ກັບ​ເຄືອຂ່າຍ​ລັກລອບຄ້າມະນຸດ ​ແຕ່ກັບ
ມີການຈັບ​ກຸມ​ເຈົ້າ​ໜ້າ​ທີ່​ຊັ້ນ​ຕຳ່​ຫລາຍ​ສິບ​ຄົນແທນ.

ການ​ປາບປາມ ທີ່ເລີ້ມຂຶ້ນ​ໃນ​ເດືອນ​ແລ້ວ​ນີ້ ​ໄດ້​ເກີດ​ລົບ​ກວນເຄືອຂ່າຍ​ການ​ຂົນ​ສົ່ງ​ຂອງ
ພວກອາຊະຍາກອນ ​ທີ່​ມີ​ມາ​ດົນນານ ​ແຕ່​ພາໃຫ້ມີການ​ປະ​ປ່ອຍພວກ​ຜູ້​ເຄາະ​ຮ້າຍ​ໄວ້​ຢູ່​
ກາງທະ​ເລ.

​ໃນ​ເດືອນ​ແລ້ວນີ້ ຊາວ​ອົບພ​ຍົບຫລາຍ​ພັນ​ຄົນ ​ໄດ້​ພາກັນລອຍ​ເຂົ້າ​ຝັ່ງຫລື​ໄດ້​ຮັບ​ ການ​ກູ້
​ໄພ​ຈາກ​ເຮືອ​ຕ່າງໆ ​ຢູ່​ຕາມ​ຊາຍ​ຝັ່ງ​ຂອງມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ​ໄທ ​ແລະ​ບັງກລາ​ແດັສ

XS
SM
MD
LG