ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຄົນ ຖືກຈັບ ສົງໄສ ພົວພັນການຕາຍ ຂອງ ດາຣາຮູບເງົາ Hoffman (ວີດີໂອ/ສະໄລດ໌)


ຜູ້ຄົນກໍາລັງວາງດອກໄມ້ ໄວ້ອາໄລແກ່ທ່ານ Philip Seymour Hoffman ຢູ່ນອກຕຶກທີ່ພັກໃນເມືອງ Mahattan, New York.
ຜູ້ຄົນກໍາລັງວາງດອກໄມ້ ໄວ້ອາໄລແກ່ທ່ານ Philip Seymour Hoffman ຢູ່ນອກຕຶກທີ່ພັກໃນເມືອງ Mahattan, New York.
ຕໍາຫລວດ​ໃນນະຄອນ​ນິວຢອກ ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ສີ່​ຄົນ ພ້ອມ
ດ້ວຍວັດຖຸທີ່ສົງ ໄສວ່າເປັນເຮໂຣອີນ 350 ຫໍ່​ ​ຢູ່ໃນຕຶກຫໍພັກຫຼັງ
ນຶ່ງ ຂອງເກາະ Manhattan ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ສືບສວນ​ເຖິງ
​ການ​ຕາຍ​ຂອງດາ​ຣາຮູ​ບ​ເງົາ ທີ່​ໄດ້​ຮັບລາງວັນ ຕຸກກະຕາຄຳ ຫຼື
Academy Award ທ່ານ Philip Seymour Hoffman.

ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ຈັບ​ຜູ້​ຊາຍ​ສາມ​ຄົນ ​ແລະ​ຜູ້ຍິງ​ຄົນ​
ນຶ່ງ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ໃນ​ການ​ບຸກ​ເຂົ້າ​ກວດ​ຄົ້ນບໍ່​ໄກ​ປານ
ໃດຈາກ​ຫໍ​ພັກ​ ບ່ອນ​ທີ່ສົບ​ຂອງທ່ານ Hoffman ​ໄດ້​ຖືກ​ຄົ້ນ​ພົບ​ໃນ​
ວັນ​ອາທິດ​ແລ້ວ​ນີ້. ອົງການ​ຂ່າວເອພີ ແລະໜັງສືພິມ New York
Times ທີ່ອ້າງແຫຼ່ງຂ່າວເຈົ້າ​ໜ້າ​ທີ່​ປະຕິບັດກົດໝາຍກ່າວວ່າ​ ບັນ​
ດາ​ຜູ້​ສືບສວນ ​ໄດ້​ຄົ້ນ​ພົບ​ເຂັມ​ສັກ​ຢາ​ອັນ​ນຶ່ງ ຢູ່ທີ່ແຂນ​ຂອງ ທ່ານHoffman ​ແລະ​ຊອງ​ໜັງສື​
ອັນ​ນຶ່ງ ທີ່​ບັນ​ຈຸໃນອັນທີ່ ​ເຊື່ອ​ກັນວ່າ ແມ່ນເຮ​ໂຣອີນ. ການ​ສັນນະສູດ​ສົບ​ກໍາລັງດໍາ​ເນີນ​ຢູ່​ໃນ​
ຂະນະ​ນີ້.

ທ່ານ Hoffman ​ໄດ້​ຮັບລາງວັນ ຕຸກກະຕາຄຳ Academy Award ​ແລະ Golden Globe
​ໃນ​ຖານະ​ເປັນ​ນັກສະ​ແດງ​ທີ່​ດີ​ເລີດໃນ​ປີ 2005 ຈາກຮູບເງົາຊີວະປະຫວັດ​ເລື່ອງ Capote
ທີ່​ທ່ານ​ໄດ້​ສະ​ແດງ​ເປັນ​ນັກ​ຂຽນ Truman Capote.


ທ່ານ Hoffman ​ໄດ້​ກ່າວ​ຢ່າງ​ເປີດ​ເຜີຍ​ ​ໃນ​ຫລາຍ​ປີຜ່ານມາ ກ່ຽວ​ກັບ​ການຕໍ່ສູ້​ດີ້ນ​ລົນ​ກັບ​
ການ​ຕິດຢາ​ເສບ​ຕິດ. ຫລັງ​ຈາກ​ທີ່​ໄດ້​ປະລະມາ​ໄດ້ 23 ປີ​ແລ້ວ ທ່ານ​ໄດ້​ຍອມຮັບໃນການ​
ສໍາພາດ​ປີ​ແລ້ວ​ນີ້​ວ່າ ທ່ານ​ໄດ້​ກັບ​ຄືນໄປ ​ແລະ​ເລີ້ມມີ​ບັນຫາ ກ່ຽວກັບເຮ​ໂຣອິນອີກ ທີ່​ເຮັດ
ໃຫ້ທ່ານ ຕ້ອງໄດ້ໄປຮັບການປິ່ນປົວຢູ່ບ່ອນຟື້ນຟູຄົນ ຕິດຢານັ້ນ.

ມີລາຍງານວ່າ ຄ​ອບຄົວຂອງ​ທ່ານ Hoffman ​ກໍາລັງ​ວາງ​ແຜນ ຈັດພິທີສົ່ງ​ສະການ​ແບບ​
ສ່ວນໂຕ ແລະ​ພິທີ​ໄວ້ອາ​ໄລໃຫ້ແກ່ທ່ານ ຊຶ່ງທັງ​ສອງ​ພິທີນີ້ຄາດ​ວ່າ​ ຈະ​ຈັດ​ຂື້ນ​ທີ່ນະຄອນ​ນິວຢອກ.

New Yorkers React to Actor Hoffman's Death
please wait

No media source currently available

0:00 0:02:30 0:00
ລິງໂດຍກົງ
XS
SM
MD
LG