ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດມີຊາວລາວ ແລະມົ້ງ ໃນຈຳນວນເພີ້ມຂຶ້ນ ຈະຖືກສົ່ງກັບຄືນ ໄປລາວ


ແຜນທີ່ປະເທດລາວ.
ແຜນທີ່ປະເທດລາວ.


ອາດມີຊາວລາວແລະຊາວມົ້ງໃນຈຳນວນຫຼາຍຂຶ້ນຖືກເນລະເທດກັບຄືນໄປລາວ. ທ່ານນາງກວຽນດິນ ປະທານອົງການ SEARAC (Southeast Asia Resource Action Center) ໄດ້ກ່າວໃນການໂອ້ລົມ ກັບວີໂອເອ ພະແນກພາສາລາວ ເມື່ອໄວໆມານີ້ວ່າ:

ລິງໂດຍກົງ

“ພວກເຮົາຮູ້ວ່າ ໄດ້ມີການຕົກລົງກັນໂດຍທາງປາກເປົ່າແລ້ວ ແຕ່ພວກເຮົາບໍ່ໄດ້ເຫັນຫຍັງເປັນລາຍລັກອັກສອນເທື່ອ ແລະພວກເຮົາກໍບໍ່ຮູ້ວ່າ ມັນຈະມີຂຶ້ນຫລືບໍ່ ແຕ່ແນວໃດກໍຕາມພວກເຮົາຮູ້ວ່າ ດ້ວຍການກົດດັນຂອງສະຫະລັດ ທີ່ພວກເຮົາໄດ້ເຫັນມາແລ້ວ ປະເທດຕ່າງໆໄດ້ຮັບເອົາສ່ວນບຸກຄົນເພີ້ມຂຶ້ນ ແລະດັ່ງນັ້ນພວກເຮົາຈຶ່ງຄາດວ່າ ເລື່ອງດັ່ງກ່າວນີ້ ຈະເກີດຂຶ້ນ ແລະມັນຈະມີຈຳນວນເພີ້ມຂຶ້ນ.”

ທ່ານນາງກວຽນດິນ ກ່າວວ່າ ທາງອົງການຂອງທ່ານນາງຂໍຕ້ອງຕິຕໍ່ການເຄື່ອນໄຫວທີ່ຈະຈັດສົ່ງຊາວລາວແລະຊາວມົ້ງກັບຄືນໄປລາວ ຍ້ອນຈະເຮັດໃຫ້ຄອບຄົວມີການແບ່ງແຍກ ແລະຄວາມຜິດທີ່ພວກເຂົາເຈົ້າໄດ້ເຮັດນັ້ນ ກໍຮັບໃຊ້ໂທດໄປແລ້ວ.

ມີລາຍງານຂ່າວແຈ້ງວ່າ ລັດຖະບານສະຫະລັດພວມກົດດັນໃຫ້ລາວລົງນາມໃນຂໍ້ຕົກລົງ ຮັບເອົາພວກທີ່ຖືກສົ່ງກັບ ແລະຂໍ້ຕົກລົງດັ່ງກ່າວ ອີງຕາມລາຍງານແລ້ວ ແມ່ນຄ້າຍຄືກັນ ກັບຂໍ້ຕົກລົງທີ່ມີຢູ່ແລ້ວກັບກຳປູເຈຍແລະຫວຽດນາມ ຊຶ່ງຮັບເອົາພວກທີ່ຖືກເນລະເທດ ກັບຄືນໄປ.

ມີຊາວລາວແລະຊາວມົ້ງປະມານ 4,300 ຄົນ ທີ່ໄດ້ຮັບຄຳສັ່ງຂັ້ນສຸດທ້າຍໃຫ້ຖືກເນລະເທດໄປລາວ ສ່ວນໃຫຍ່ເປັນພວກທີ່ຍັງບໍ່ທັນໄດ້ຮັບສັນຊາດອາເມຣິກັນ ແລະເຄີຍເຮັດຄວາມຜິດມາກ່ອນ. ເລີ້ມແຕ່ປີ 1998 ເປັນຕົ້ນມາ ມີສ່ວນບຸກຄົນຖືກເນລະເທດໄປລາວແລ້ວຫຼາຍກວ່າ 200 ຄົນ.

ອົງການ SEARAC ເປັນອົງການຊ່ວຍປົກປ້ອງສິດທິພົນລະເມືອງຂອງຊາວອາເມຣິກັນ ທີ່ມີເຊື້ອສາຍ ຈາກເຂດເອເຊຍຕາເວັນອອກສຽງໃຕ້ ຮວມທັງລາວ ກໍາປູເຈຍ ແລະຫວຽດນາມ.

XS
SM
MD
LG