ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ທ່ານ ອາໂນລ ສວາສເນັກເກີ ກ່າວປະນາມ ຄວາມຮຸນແຮງ ຢູ່ຫໍລັດຖະສະພາ ສະຫະລັດ


ຜູ້ສະໜັບສະໜູນປະທານາທິບໍດີ ດໍໂນລ ທຣຳ ປະເຊີນໜ້າກັບເຈົ້າໜ້າທີ່ຕຳຫຼວດ ຫໍລັດຖະສະພາ ສະຫະລັດ ຢູ່ນອກຫ້ອງສະພາສູງ ໃນຫໍລັດຖະສະພາ ແຄັບປິຕອລ, ນະຄອນຫຼວງ ວໍຊິງຕັນ. 6 ມັງກອນ, 2021.

ໃນວິດີໂດທີ່ມີຄວາມຫວັ່ນໄຫວ ດ້ວຍການອ້າງເຖິງຊີວິດໄວເດັກໃນປະເທດ ອອສເຕຣຍ ຫຼັງຈາກລະບອບການປົກຄອງ ນາຊີ ນັ້ນ, ອະດີດຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ອາໂນລ ສວາສເນັກເກີ ໄດ້ກ່າວປະນາມຄວາມຮຸນແຮງຢູ່ຫໍລັດຖະສະພາ ແຄັບປິຕອບ ຮິລ ເມື່ອບໍ່ດົນມານີ້, ແລະ ສິ່ງທີ່ທ່ານເອີ້ນວ່າເປັນການຂີ້ຕົວະຂອງປະທານາທິບໍດີ ດໍໂນລ ທຣຳ ເຊິ່ງໄດ້ກະຕຸ້ນໃຫ້ເກີດການຈະລາ ຈົນ.

ທ່ານ ສວາສເນັກເກີ ອາຍຸຸ 73 ປີ, ອະດີດນັກສະແດງຜູ້ທີ່ມີຊື່ສຽງທີ່ສຸດໃນບົດບາດການສະແດງເປັນຜູ້ກຳຈັດຫຼື Terminator ໃນລະຫວ່າງອາຊີບຂອງທ່ານຢູ່ Hollywood ນັ້ນໄດ້ກ່າວໃນວິດີໂອຍາວ 7 ນາທີທີ່ໄດ້ລົງເຜີຍແຜ່ໃນສື່ສັງ ຄົມໃນວັນອາທິດວານນີ້ວ່າ “ປະທານາທິບໍດີ ດໍໂນລ ທຣຳ ໄດ້ພະຍາຍາມທີ່ຈະ ຕ່າວປີ້ນຜົນການເລືອກຕັ້ງ, ເຊິ່ງແມ່ນການເລືອກຕັ້ງທີ່ຍຸຕິທຳ. ທ່ານໄດ້ພະ ຍາຍາມທີ່ຈະກໍ່ລັດຖະປະຫານດ້ວຍການເຮັດໃຫ້ຄົນອື່ນເຂົ້າໃຈຜິດດ້ວຍຄວາມຂີ້ຕົວະຂອງລາວ.”

ທ່ານ ສວາສເນັກເກີ, ຜູ້ສະໜັບສະໜູນພັກຣີພັບບລີກັນ ໄດ້ກ່າວວ່າ “ພໍ່ຂອງຂ້າພະເຈົ້າ ແລະ ເພື່ອນບ້ານຂອງພວກເຮົາ ກໍຖືກເຮັດໃຫ້ເຂົ້າໃຈຜິດດ້ວຍຄຳຂີ້ຕົວະທັງຫຼາຍ, ແລະ ຂ້າພະເຈົ້າຮູ້ວ່າຄຳຂີ້ຕົວະນັ້ນຈະນຳໄປສູ່ຫຍັງ.”

ທ່ານ ທຣຳ ໄດ້ຢືນຢັດໂດຍບໍ່ມີຫຼັກຖານໃດໆວ່າ, ທ່ານໄດ້ຊະນະການເລືອກຕັ້ງໃນວັນທີ 3 ພະຈິກທີ່ຜ່ານມາ. ການຈະລາຈົນຂອງພວກທີ່ສະໜັບສະໜູນທ່ານໄດ້ລະເມີດການຮັກສາຄວາມປອດໄພຢູ່ຫໍລັດຖະສະພາໃນວັນພຸດແລ້ວນີ້, ໃນຂະນະທີ່ສະພາໄດ້ສະຫຼຸບການຢັ້ງຢືນໄຊຊະນະຂອງຄູ່ແຂ່ງ ທ່ານ ໂຈ ໄບເດັນ. ໃນວິດີໂອທີ່ຖືກເຜີຍແຜ່ຕໍ່ຜູ້ສະໜັບສະໜູນຂອງທ່ານ ທ່າມກາງຄວາມຮຸນ ແຮງຂອງວັນພຸດນັ້ນ, ທ່ານປະທານາທິບໍດີໄດ້ຂໍໃຫ້ເຂົາເຈົ້າກັບບ້ານ, ແຕ່ຍັງຢືນຢັດວ່າທ່ານໄດ້ຊະ ນະ.

ຕໍ່ມາທ່ານ ທຣຳ ໄດ້ເຜີຍແຜ່ວິດີໂອຕອນນຶ່ງເຊິ່ງທ່ານໄດ້ຢືນຢັນວ່າ ຈະມີການໂອນອຳນາດຢ່າງຮຽບຮ້ອຍ. ຮອງໂຄສົກທຳນຽບຂາວຄົນນຶ່ງໄດ້ຂຽນຂໍ້ຄວາມໃນທວິດເຕີໃນວັນພະຫັດວ່າ ທຳນຽບຂາວ ແລະ ທ່ານປະທານາທິບໍດີໄດ້ກ່າວປະນາມຄວາມຮຸນແຮງ.

ທ່ານ ສວາສເນັກເກີ ໄດ້ເຕືອນໃນວັນອາທິດວານນີ້ວ່າ ໃນຂະນະທີ່ທ່ານ ທຣຳ ອາດກາຍເປັນ “ຄົນບໍ່ສຳຄັນຄືກັບຂໍ້ຄວາມເກົ່າໃນທວິດເຕີ” ຫຼັງຈາກການສາບານຕົວເຂົ້າຮັບຕຳແໜ່ງນັ້ນ, ບັນດາສະ ມາຊິກສະພາ, ຜູ້ທີ່ທ່ານຖືກວິພາກວິຈານ ສຳລັບ “ການບໍ່ມີຄວາມເຂັ້ມແຂງ” ນັ້ນ, ຈະຕ້ອງຖືກນຳ ມາຮັບຜິດຊອບ ສຳລັບການກະທຳຂອງເຂົາເຈົ້າ, ແລະ ວ່າກົດໝາຍຕ້ອງຖືກຮັບຜ່ານ ສະນັ້ນ ເຫດການໃນວັນພຸດທີ່ຜ່ານມາຈະບໍ່ໄດ້ເກີດຂຶ້ນອີກ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG