ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານໄທ 4 ຄົນ ເສຍຊີວິດ ຍ້ອນລະເບີດ ຢູ່ເຂດພາກໃຕ້


ພວກທະທານໄທ ກຳລັງຊອກຄົ້ນຫາ ຢູ່ບ່ອນລະເບີດແຕກ ທີ່ ຈັງຫວັດປັດຕະນີ ໃນພາກໃຕ້ ຂອງປະເທດໄທ.
ພວກທະທານໄທ ກຳລັງຊອກຄົ້ນຫາ ຢູ່ບ່ອນລະເບີດແຕກ ທີ່ ຈັງຫວັດປັດຕະນີ ໃນພາກໃຕ້ ຂອງປະເທດໄທ.

ຕໍາຫລ​ວດ​ໄທ​ກ່າວ​ວ່າ ລະ​ເບີດ​ຂ້າງຖະໜົນລູກ​ນຶ່ງ ຢູ່​ໃນ​ເຂດ​ພາກ​ໃຕ້ທີ່​ວຸ້ນວາຍ ຂອງ​
ປະ​ເທດ ​ໄດ້​ສັງຫານ​ທະຫານ​ 4 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນອກ​ນັ້ນ ຍັງ​ມີທະຫານ​ອີກ​ຫ້າຄົນ ​ແລະ​ພົນລະ​ເຮືອນ​ນຶ່ງ​ຄົນ
​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດ​ລະ​ເບີດ​ແຕກ ​ໃນ​ວັນ​ສຸກ​ມຶື້ນີ້ ​ທີ່​ຈັງຫ​ວັດ​ປັດຕະ ນີ.

ຂົງ​ເຂດ​ຊາຍ​ແດນ​ຊຶ່ງປະຊາຊົນສ່ວນ​ໃຫຍ່​ເປັນຊາວ​ມຸສລິ​ມນັ້ນ ​ໄດ້ເກີດຄວາມ​ຮຸນ​ແຮງ
ມາ​ເປັນ​ເວລາ​ກວ່າ​ນຶ່ງ​ທົດ​ສະ​ວັດແລ້ວ ​ໃນ​ຂະນະ​ພວກ​ກະບົດຊາວ​ມາ​ເລຊຶ່ງ
​ເປັນ​ຊົນ​ກຸ່ມ​ນ້ອຍ ສູ້​ລົບ​ກັບ​ລັດຖະບານ ທີ່​ຊາວ​ພຸດ​ເປັນ​ຊົນ​ກຸ່ມ​ໃຫຍ່​ຂອງ​ປະ​ເທດ​ໄທ
​ເພື່ອຢາກມີ​ສິດປົກຄອງຕົນ​ເອງ​ຫລາຍ​ຂຶ້ນ.

ຍັງ​ບໍ່​ທັນ​ມີ​ກາ​ນອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ທັນ​ທີ ກ່ຽວ​ກັບ​ການວາງ​ລະ​ເບີດໃນ​ຄັ້ງ
ນີ້​ເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Thailand Blast
please wait
Embed

No media source currently available

0:00 0:00:24 0:00

XS
SM
MD
LG