ການສືບສວນກ່ຽວກັບວ່າ ເປັນຫຍັງສູນກາງປ້ອງກັນ ທາງດ້ານ
ຊີວະສາດ ຂອງກອງທັບບົກສະຫະລັດ ຈຶ່ງໄດ້ສົ່ງເຊື້ອ anthrax
ທີ່ຍັງມີຊີວິດ ດ້ວຍຄວາມຜິດພາດ ໄປໃຫ້ເກືອບ 200 ຫ້ອງທົດ
ລອງ ຢູ່ໃນ ສະຫະລັດ ແລະຢູ່ນອກປະເທດ ພົບເຫັນວ່າ ບໍ່ມີຜູ້
ໃດຜູ້ໜຶ່ງຫລືເຫດ ການໃດໜຶ່ງ ມີຄວາມຮັບຜິດຊອບໂດຍກົງຕໍ່
ການສົ່ງເຊື້ອ anthrax ດ້ວຍຄວາມຜິດພາດດັ່ງກ່າວ.
ຕົວຢ່າງເຊື້ອ anthrax ທີ່ມີຊີວິດຢູ່ນັ້ນ ໄດ້ຖືກສົ່ງ ຈາກຫ້ອງທົດ
ລອງທະຫານແຫ່ງໜຶ່ງ ຢູ່ລັດ Utah ທາງພາກຕາເວັນຕົກຂອງ
ສະຫະລັດໄປຫາບັນດາຫ້ອງທົດລອງເອກກະຊົນແລະທະຫານ
ຢູ່ທັງໝົດ 50 ລັດຂອງສະຫະລັດ ແລະເກົ້າປະເທດ.
ທ່ານ Paul Owstrowski ນາຍພົນກອງທັບບົກທີ່ເປັນຫົວໜ້ານຳພາ ການສືບສວນ ກ່າວ
ວ່າ “ຮວມຢູ່ໃນເຫດການທັງໝົດ ຮວມທັງຊ່ອງຫວ່າງດ້ານວິທະຍາສາດ ບັນຫາຕ່າງໆ
ຂອງສະຖາບັນ ແລະຄວາມຮັບ ຜິດຊອບຂອງພະນັກງານ ເວລານຳມາຮວມເຂົ້າກັນແລ້ວ
ແຕ່ລະຢ່າງຕ່າງກໍຊ່ວຍເຮັດໃຫ້ເກີດເຫດການດັ່ງກ່າວ.”
ຊ່ອງຫວ່າງໃນຄວາມຮັບຜິດຊອບ ໄດ້ຊີ້ໃສ່ 12 ຄົນ ຮວມທັງນາຍພົນ ຈັດຕະວາ William
King ຜູ້ບັນຊາການຮັບຜິດຊອບຫ້ອງທົດລອງ ກ່ຽວກັບການສົ່ງລະຫວ່າງປີ 2009 ຫາ
2011. ນາຍພົນ King ມີຄວາມຜິດພາດຕໍ່ການປະຕິບັດງານດັ່ງກ່າວ ອີງຕາມລາຍງານ
“ຍ້ອນ ບັນຍາກາດທີ່ພາໃຫ້ເກີດຄວາມເຫລີງໃຈຢູ່ເລື້ອຍໆ” ລະຫວ່າງບັນດາພະນັກງານ
ຫ້ອງລົດລອງ.