ປະທານາທິບໍດີ ຊີເຣຍ ທ່ານ Bashar al-Assad ກ່າວວ່າ ກອງທັບຂອງທ່ານກໍາລັງສູ້ລົບ
ກັບພວກກະບົດ ໃນການຕໍ່ສູ້ທີ່ຈະກໍານົດຊະຕາກໍາຂອງປະເທດ.
ທ່ານ Assad ໄດ້ຊົມເຊີຍ ກໍາລັງຂອງລັດຖະບານ ຢູ່ໃນຄໍາຖະແຫລງໃນວັນພຸດມື້ນີ້ ໃນຂະນະ
ທີ່ຄວາມຮຸນແຮງຍັງມີຢູ່ສືບຕໍ່ມາ ໃນທົ່ວປະເທດ.
ອົງການສິ້ງຊອມສິດທິມະນຸດຊີເຣຍ ທີ່ມີສໍານັກງານຢູ່ປະເທດອັງກິດ ກ່າວວ່າ ຢ່າງໜ້ອຍ
ນຶ່ງຄົນໄດ້ເສຍຊີວິດ ໃນການຕໍ່ສູ້ກັນລະຫວ່າງພວກກະບົດ ແລະ ກໍາລັງຮັກສາຄວາມປອດ
ໄພ ຢູ່ໃນຄຸ້ມນຶ່ງທີ່ມີຊາວຄຣິສ ອາໄສຢູ່ເປັນສ່ວນໃຫ່ຍໃນກຸງ Damascus. ຜ່ານມາ ການ
ສູ້ລົບແມ່ນບໍ່ຄອຍຈະມີຂຶ້ນຢູ່ໃນເຂດຂອງ ຊາວຄຣິສ ໃນເມືອງຫລວງ ໃນລະຍະ 17 ເດືອນ
ຂອງການລຸກຮືຂື້ນຕໍ່ຕ້ານການປົກຄອງຂອງ ທ່ານ Assad ນັ້ນ.
ຫ້ອງການຂອງສະຫະປະຊາຊາດໃນຊີເຣຍກ່າວໃນວັນພຸດມື້ນີ້ວ່າ ຕົນໄດ້ຮັບການຢືນຢັນວ່າ
ດຽວນີ້ ຝ່າຍກະບົດແມ່ນມີອາວຸດໜັກແລ້ວ ໂຮມທັງລົດຖັງນໍາ. ໂຄສົກຫ້ອງການ ສປຊ ທ່ານ
ນາງ Sausan Ghosheh ຍັງກ່າວອີກວ່າ ໃນວັນອັງຄານນັ້ນ ຄະນະສັງເກດການຂອງ
ສະຫະປະຊາຊາດໄດ້ເຫັນເຮືອບິນລົບຂອງຝ່າຍລັດຖະບານ ລະດົມຍິງໃສ່ເມືອງ Aleppo
ເປັນເທື່ອທໍາອິດ.