ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ບັນ​ຊາ​ການ​ ກອງທັບ ​ອິນ​ເດຍ ​ເຕືອນໃຫ້ ກຽມ​ພ້ອມ ເພື່ອຮັບມື ກັບສົງຄາມ 2 ດ້ານ


ລັດຖະມົນຕີປ້ອງກັນປະເທດ ອິນເດຍ ທ່ານ Manohar Parrikar, (ຂວາ), ຢືນຖ່າຍຮູບ, ຈາກຊ້າຍ: ຜູ້​ບັນ​ຊາ​ການ​ທະຫານບົກອິນ​ເດຍ ທ່ານ Bipin Rawat, ຜູ້​ບັນ​ຊາ​ການ​ກອງທັບອາກາດ Birender Singh Dhanoa ແລະຜູ້​ບັນ​ຊາ​ການ​ທະຫານ​ເຮືອ Sunil Lanba ໃນພິທີເປີດງານ Aero India 2017 ທີ່ກອງທັບອາກາດ Yelahanka ໃນເມືອງ Bangalore, ອິນເດຍ, 14 ກຸມພາ, 2017.
ລັດຖະມົນຕີປ້ອງກັນປະເທດ ອິນເດຍ ທ່ານ Manohar Parrikar, (ຂວາ), ຢືນຖ່າຍຮູບ, ຈາກຊ້າຍ: ຜູ້​ບັນ​ຊາ​ການ​ທະຫານບົກອິນ​ເດຍ ທ່ານ Bipin Rawat, ຜູ້​ບັນ​ຊາ​ການ​ກອງທັບອາກາດ Birender Singh Dhanoa ແລະຜູ້​ບັນ​ຊາ​ການ​ທະຫານ​ເຮືອ Sunil Lanba ໃນພິທີເປີດງານ Aero India 2017 ທີ່ກອງທັບອາກາດ Yelahanka ໃນເມືອງ Bangalore, ອິນເດຍ, 14 ກຸມພາ, 2017.

ຜູ້​ບັນ​ຊາ​ການ​ທະຫານ​ຂອງ​ອິນ​ເດຍ ​ໄດ້​ເຕືອນ​ປະ​ເທດ​ຊາດ ​ໃຫ້​ມີ​ການ​ກຽມ​ພ້ອມກ່ຽວ
​ກັບ ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ອາດ​ຈະ​ເກີດສົງຄາມ 2 ດ້ານ ກັບ​ຈີນແລະ​ປາ​ກິ​ສຖານ​ໃນ​ເວ
ລາ​ດຽວ​ກັນ.

ທ່ານ​ນາ​ພົນ Bipin Rawat ໄດ້​ເຕືອນ​ວ່າ ຈີນ ຍັງ​ຈະ​ສືບ​ຕໍ່​ໃນ​ຄວາມ​ພະຍາຍາມ​
ຂອງ​ຕົນທີ່​ຈະ “ຍາດ​ແຍ່ງ​ເອົາ” ດິນ​ແດນຂອງ​ອິນ​ເດຍ ດັ່ງ​ທີ່​ໄດ້​ກະທຳ​ມາໃນ​ການ​
ປະ​ເຊີນ​ໜ້າ​ຫວ່າງມໍ່ໆ​ມາ​ນີ້ ​ໃນ​ເຂດພູຫິມະ​ໄລ​ ທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ສັບປະດາ​ນີ້.
ທ່ານຍັງ​ໄດ້​ກ່າວ​ວ່າ ຈະ​ມີ​ເຫດ​ການ​ແບບນີ້ຕື່ມ​ອີກ ຄື​ກັນ​ກັບ​ການ​ປະ​ເຊີນ​ໜ້າ ​
ໃນ​ເຂດ​ພູພຽງ Doklam ​ໃນ​ພູ​ຖານ ທີ່​ອາດນຳ​ໄປ​ສູ່​ວິ​ກິດ​ການ​ທີ່​ຮ້າຍ​ແຮງ ​ໃນ​ເຂດ
ຊາຍ​ແດນ​ທາງ​ພາກ​ເໜືອ​ຂອງ​ອິນ​ເດຍ.

ຖ້າ​ຫາກ​ວ່າ ​ມັນຈະ​ເກີດ​ຂຶ້ນ ທ່ານ Rawat ​ໄດ້​ເຕືອນ​ວ່າ ມັນອາດ​ເປັນ​ໄປ​ໄດ້ທີ່
​ປາ​ກິສຖານ​ຈະ​ຖື​ເອົາໃນ​ໂອກາດນີ້ ​ໂຈມ​ຕີຈາກ​ທາງ​ພາກ​ຕາ​ເວັນ​ຕົກຕໍ່​ສັດຕູ​ຂອງ​ຕົນ.
ທ່ານ​ກ່າວ​ຕື່ມ​ວ່າ“ພວກ​ເຮົາ​ຕ້ອງ​ມີ​ການ​ກຽມ​ພ້ອມເພື່ອ​ຮັບ​ມື​ກັບ​ວິກິດການ
ຕາມ​ແນວ​ຊາຍ​ແດນທາງ​ພາກເໜືອ ​ແລະ​ຕາ​ເວັນ​ຕົກຂອງ​ປະ​ເທດ.”

“ເທົ່າ​ທີ່ ​ພວກສັດຕູ​ທາງຕາ​ເວັນ​ຕົກ ພິຈາລະນານັ້ນ,” ຊຶ່ງ​ທ່ານ​ໝາຍ​ເຖິງ​ປາ​ກິ​ສຖານ
“ພວກ​ເຮົາ​ບໍ່​ເຫັນ​ວ່າ ຈະ​ມີ​ທາງໃດໆ ​ໃນ​ການ​ປະ​ນິປະນອມ ​ຍ້ອນກອງກຳລັງ​ທາງ​
ທະຫານ​ຂອງ​ພວກ​ເຂົາ, ລະບົບ​ການ​ປົກຄອງ ແລະປະຊາຊົນ​ໃນ​ປະ​ເທດດັ່ງກ່າວ
​ໄດ້ຖືກ​ສັ່ງສອນ​ໃຫ້ເຊື່ອ​ວ່າ ອິນ​ເດຍ ຕ້ອງການ​ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ຂອງ
ເຂົາ​ເຈົ້າ​ແຕກ​ແຍກ​ອອກ​ຈາກ​ກັນ.”

ອິນ​ເດຍ ​ແລະ​ປາ​ກິ​ສຖານ ​ໄດ້​ເຮັດ​ສົງຄາມກັນມາ​ແລ້ວ 3 ​ເທື່ອ ນັບ​ຕັ້ງ​ແຕ່​ທັງ​ສອງ
​ປະ​ເທດໄດ້​ຮັບ​ເອກ​ກະລາດ​ຈາ​ກອັງກິດ ​ເມື່ອ 70 ປີ ປີກ່ອນ. ອິນ​ເດຍ ​ແລະ​ຈີນ ​
ແມ່ນ​ໄດ້ສູ້​ລົບ​ກັນຄັ້ງ​ນຶ່ງ ນັບ​ແຕ່​ນັ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG