ປະເທດເວເນຊູເອລາ ມີສາງອາວຸດຂະໜາດໃຫຍ່ທີ່ສ່ຽງຕໍ່ການຕົກໄປຢູ່ກຳມືຂອງສັດ
ຕູ ນັ້ນຄືຄຳໃຫ້ການຂອງຫົວໜ້າອົງການສືບລັບ CIA ຕໍ່ຄະນະກຳມະການສະພາສູງ
ໃນວັນພະຫັດວານນີ້ ທີ່ກ່າວເພີ້ມອີກວ່າ “ມັນເປັນການຂົ່ມຂູ່ທີ່ແທ້ຈິງ.”
ຜູ້ອຳນວຍການອົງການສືບລັບ CIA ທ່ານ Mike Pompeo ໄດ້ແຈ້ງການຊັ່ງຊາດັ່ງ
ກ່າວຢູ່ໃນການຮັບຟັງຄຳໃຫ້ການ ຂອງຄະນະກຳມະການສືບລັບສະພາສູງສະຫະ
ລັດ. ຄວາມວຸ້ນວາຍໃນເວເນຊູເອລາ ກ້າວເຂົ້າສູ່ເດືອນທີສອງ ໂດຍມັກມີການປະ
ທ້ວງຢ່າງຮຸນແຮງຢູ່ຕາມຖະໜົນຫົນທາງ ພ້ອມທັງຢ່າງໜ້ອຍ 39 ຄົນໄດ້ເສຍຊີວິດ
ອັນເປັນຜົນມາຈາກການປະທະກັນ ລະຫວ່າງພວກສະໜັບສະໜູນລັດຖະບານສັງ
ຄົມນິຍົມ ແລະຝ່າຍກົງກັນຂ້າມ.
ການໃຫ້ຄວາມເຫັນຂອງທ່ານ Pompeo ໄດ້ມີຂຶ້ນໃນການຕອບຄຳຖາມຂອງ ສະມາ
ຊິກສະພາສູງສະຫະລັດ ທ່ານ Marco Rubio. ສະມາຊິກສະພາສູງພັກ ຣີພັບບລິກັນ
ຈາກລັດ Florida ທ່ານນີ້ ໄດ້ຖາມກ່ຽວກັບ ໄພຂົ່ມຂູ່ຈາກ “ບັນດາ ກຸ່ມຕິດອາວຸດ ຂອງ
ອຳນາດການປົກຄອງ Nicolas Maduro ເພື່ອປ້ອງກັນທ່ານຈາກພວກປະທ້ວງ.”
ທ່ານ Rubio ໄດ້ສະເໜີແນະວ່າ ບັນດາກຸ່ມຕິດອາວຸດເຫລົ່ານີ້ ທີ່ຮ້ອງກັນວ່າ
“colectivos” ອາດຂາຍອາວຸດຢູ່ຕະຫລາດມືດໃຫ້ແກ່ພວກຄ້າຢາເສບຕິດຫລືບັນດາ
ອົງການກໍ່ການຮ້າຍ ເຊັ່ນວ່າ FARC ຊຶ່ງຫວ່າງມໍ່ໆມານີ້ ໄດ້ຍຸຕິການເຮັດສົງຄາມເປັນ
ເວລາຫລາຍທົດສະວັດ ກັບປະເທດໂຄລອມເບຍ ຊຶ່ງເປັນເພື່ອນບ້ານເວເນຊູເອລາ
ຫລື ກຸ່ມຫົວຮຸນແຮງ Hezbollah ໃນເລບານອນ.
ທ່ານ Pompeo ຮັບຮູ້ເຖິງໄພຂົ່ມຂູ່ ແຕ່ກໍກ່າວວ່າ ອົງການ CIA ບໍ່ມີຫລັກຖານກ່ຽວ
ກັບການຕິດຕໍ່ ລະຫວ່າງພວກກໍ່ການຮ້າຍ ແລະບັນດາກຸ່ມຕິດອາວຸດເວເນຊູເອລາ.