ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Sarkisian ຖືກເລືອກ ເຂົ້າຮັບຕຳແໜ່ງ ເປັນສະໄໝທີ 2


ປະທານາທິບໍດີອາມີເນຍ ທ່ານ Serge Sarkisian ປ່ອນບັດ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ ທີ່ນະຄອນຫຼວງ Yerevan (18 ກຸມພາ 2013)
ປະທານາທິບໍດີອາມີເນຍ ທ່ານ Serge Sarkisian ປ່ອນບັດ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີ ທີ່ນະຄອນຫຼວງ Yerevan (18 ກຸມພາ 2013)
ຜົນ​ຂອງການ​ເລືອກຕັ້ງ​ຂັ້ນ​ຕົ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ປະທານາ
ທິບໍດີ ອາ​ມີ​ເນຍ ທ່ານ Serge Sarkisian ​ໄດ້ໄຊຊະນະ​ ຕໍາ
​ແໜ່​ງ​ຂອງ​ທ່ານຕື່ມ​ອີກ ​ເປັນ​ສະ​ໄໝທີ​ສອງ.

ຄະນະ​ກໍາ​ມະ​ການ​ກາງ ຮັບຜິດຊອບ​ກ່ຽວ​ກັບ​ເລືອກ​ຕັ້ງອາ​ມີ​ເນຍ
ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າທ່ານ Sarkisian ​ໄດ້​ຮັບຄະ​ແນນ
ສຽງ​ເກືອ​ບ 59 ​ເປີ​ເຊັນ ຊຶ່ງເປັນ​ທີ່​ພຽງພໍ​ ​ໂດຍ​ບໍ່​ຕ້ອງ​ມີ​ການ​ແຂ່ງ
ຂັນ​ຮອບ​ສອງ. ຂູ່​ແຂ່ງທີ່​ໄດ້​ຮັບ​ຄະ​ແນນ​ໃກ້​ຄຽງທ່ານ ຄື ທ່ານ
Raffi Hovanessian ຊຶ່ງເກີດ​ຢູ່ທີ່ສະຫະລັດ ​ໄດ້​ຮັບ​ຄະ​ແນນ
ສຽງ 37 ​ເປີ​ເຊັນໃນການ​ປ່ອນ ບັດ​ໃນ​ມື້ວັນ​ຈັນ​ວານ​ນີ້.

ມີພຽງ​ແຕ່​ປະມານ 60 ​ເປີ​ເຊັ​ນ ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ​ຊາວ
Amenia 2 ລ້ານ 5 ​ແສນ​ຄົນ ພາກັນມາ​ເລືອກ​ຕັ້ງ ຊຶ່ງ​ເປັນ​ທີ່​ຄາດ​
ກັນ​ຢ່າງ​ກວ້າງ​ຂວາງ​ວ່າ ທ່ານ Sarkisian ຈະ​ໄດ້​ຮັບ​ໄຊຊະນະ​
ຢ່າງ​ງ່າຍ​ດາຍ​ຈາກບັນດາ​ຜູ້​ທ້າ​ທາຍ​ຫ້າ​ທ່ານ. ທ່ານ Hovanessian ​ໄດ້​ຕິຕຽນ​ການ​ປ່ອນ​ບັດ ​ໂດຍກ່າວ​ຫາ​ວ່າ​ມີ​ການ ປ່ອນ​ບັດ​ປອມ​ແລະ​ການ​ເຮັດ​ຜິດ​ກົດ​ລະບຽບ​ອື່ນໆ.

ບັນດາ​ຜູ້​ສັງ​ເກດ​ການ​ນາໆ​ຊາດ ຈາກ​ອົງການ​ວ່າ​ດ້ວຍ​ຄວາມໝັ້ນຄົງ​ແລະການ​ຮ່ວມ​ມື​ໃນຢູ​ໂຣບ ກ່າວ​ວ່າ ສະພາບການ​ລົງ​ຄະ​ແນນ​ສຽງ​ໄດ້​ດີ​ຂື້ນ​ຈາກ​ການ​ເລືອກ​ຕັ້ງ​ຄັ້ງ​ກ່ອນ ​ແລະ​ຍັງໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປ່ອນ​ບັດໃນ​ປີ​ນີ້ ​ແມ່ນ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖີງຄວາມ​ບໍ່​ກະ​ຕືລືລົ້ນ ຂອງ​ຜູ້​ມີ​ສິດ​ປ່ອນ​ບັດ ​ແລະ​ຂາດ​ຄູ່​ແຂ່ງຂັນ​ທີ່​ແທ້​ຈິງ​ໃນ​ບັນດາ​ຜູ້​ສະມັກ ​ເລື​ອກຕັ້ງ.

ຜົນ​ການ​ເລືອກຕັ້ງ​ຄາດ​ວ່າ​ຈະ​ປະກາດ​ເປັນ​ທາງ​ການ ​ໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້. ທ່ານ
Sarkisian ທີ່ຄາດ​ວ່າ​ຈະ​ໄດ້​ຮັບ​ໄຊຊະນະນັ້ນ ຈະ​ໃຫ້​ທ່ານ​ໄດ້​ປົກຄອງ​ປະ​ເທດ​ຕື່ມ​ອີກ​ຫ້າ​ປີ ຕື່ມ​ໃສ່​ປົກຄອງ​ມາ​ທີ່​ດຳ​ເນີນ​ມາແລ້ວເປັນ ​ເວລາ 13 ປີຂອງ​ພັກຣີພັບ​ບລີ​ກັນ ຢູ່ໃນ​ປະ​ເທດນ້ອຍໆ​ທີ່​ຕັ້ງຢູ່​ໃນ​ເຂດ ພູ Caucasus ດັ່ງກ່າວ​ນີ້.
XS
SM
MD
LG