ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະ​ເທດ ອາ​ເມ​ເນຍ ຈັດ​ການ​ເລືອກ​ຕັ້ງ ​ສະ​ພາ​ແຫ່ງ​ຊາດ​


ປະ​ຊາ​ຊົນ​ຍ່າງ​ຜ່ານ​ຮູບ​ການ​ເລືອກ​ຕັ້ງ​ໃນ​ນະ​ຄອນຫຼວງ ເຢ​ເຣ​ວານ. 6 ທັນ​ວາ 2018 ກ່ອນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່​ງ​ຊາດ​ກ່ອນ​ກຳ​ນົດ.
ປະ​ຊາ​ຊົນ​ຍ່າງ​ຜ່ານ​ຮູບ​ການ​ເລືອກ​ຕັ້ງ​ໃນ​ນະ​ຄອນຫຼວງ ເຢ​ເຣ​ວານ. 6 ທັນ​ວາ 2018 ກ່ອນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່​ງ​ຊາດ​ກ່ອນ​ກຳ​ນົດ.

ປະ​ຊາ​ຊົນຊາວ ອາ​ເມ​ເນຍ ໄດ້​ພາ​ກັນ​ປ່ອນ​ບັດ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ​ໃນ​ການ
ເລືອກຕັ້ງສະພາແຫ່ງຊາດກ່ອນ​ກຳ​ນົດໃນວັນອາທິດມື້ນີ້.

ຜູ້​ນຳ​ນັກ​ປະ​ຕິ​ຮູບ ທ່ານ ນິ​ໂກ​ລ ປາ​ຊິນ​ຢານ (Nikol Pashinyan) ໄດ້ຊະ​ນະ​ການ​
ເລືອກຕັ້ງເຂົ້າກຳອຳນາດໃນເດືອນພຶດສະພາທີ່ຜ່ານມາ ຫຼັງຈາກການປະທ້ວງຕໍ່ຕ້ານ
ລັດຖະບານຫຼາຍອາທິດ ທີ່ໄດ້ບັງຄັບໃຫ້ນາຍົກລັດຖະມົນຕີ ເຊີຈ ຊາກຊຽນ (Serzh
Sargsian) ລາອອກຈາກຕຳແໜ່ງຢ່າງກະທັນຫັນ, ທ່ານຍັງເຄີຍໄດ້ເປັນອະດີດປະ
ທານາທິບໍດີຂອງປະເທດ ອາເມເນຍ ອີກດ້ວຍ.

ແນວ​ໃດ​ກໍ​ຕ​າມ, ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ປົກ​ຄອງ​ປະ​ເທດ​ຢູ່​ຂອງ​ທ່ານ ຊາກ​ຊຽນ, ໄດ້​ກີດ​ກັ້ນ
ບໍ່ໃຫ້ທ່ານ ປາຊິນຢານ ລົງແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີ, ເຊິ່ງສົ່ງຜົນໃຫ້ມີ
ການປະທ້ວງຫຼາຍຂຶ້ນ. ພັກຣີພັບບລີກັນ ຕໍ່ມາໄດ້ຕັດສິນໃຈສະໜັບສະໜູນທ່ານ
ປາຊິນຢານ ສຳລັບສິ່ງທີ່ເຂົາເຈົ້າໄດ້ກ່າວວ່າ ເປັນສິ່ງທີ່ດີຕໍ່ປະເທດ.

ທ່ານ ປາ​ຊິນ​ຢານ ໄດ້​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ແຕ່​ເມື່ອບໍ່​ດົນ​ມາ​ນີ້​ທ່ານ​ໄດ້​ອອກ​
ຈາກຕຳແໜ່ງ ດັ່ງນັ້ນສະພາແຫ່ງຊາດຈຶ່ງສາມາດຖືກຍຸບສຳລັບການເລືອກຕັ້ງກ່ອນ​
ກຳນົດໜ້າ. ແຕ່ທ່ານຍັງຄົງເປັນຜູ້ວ່າການນາຍົກລັດຖະມົນຕີຂອງ ອາເມເນຍ ຢູ່.

ບັນ​ດາ​ນັກ​ວິ​ເຄາະ​ຄາດ​ວ່າ ​ທ່ານ​ຈະ​ໄດ້​ກັບ​ເຂົ້າ​ມາ​ດຳ​ລົງ​ຕຳ​ແໜ່ງ​ອີກ, ພ້ອມ​ກັບ​ພັກ​
ການເມືອງຂອງທ່ານ ຄວບຄຸມສະພາແຫ່ງຊາດ.

ທ່ານ ປາ​ຊິນ​ຢານ, ເຊິ່ງ​ແມ່ນ​ອະ​ດີດ​ບັນ​ນາ​ທິ​ການ​ໜັງ​ສື​ພິມ ຜູ້​ທີ່​ຖືກ​ຈັບ​ເຂົ້າ​ຄຸກ​ສຳ​ລັບ​
ການເຄື່ອນໄຫວຂອງທ່ານນັ້ນ, ໄດ້ສັນຍາທີ່ຈະຮັກສາສາຍພົວພັນອັນໃກ້ຊິດກັບ ຣັດ
ເຊຍ ໄວ້ຄືເກົ່າ ແລະ ຕໍ່ສູ້ການສໍ້ລາດບັງຫຼວງ. ທ່ານຍັງໄດ້ສັນຍາທີ່ຈະ “ຂະຫຍາຍ
ການຮ່ວມມືກັບ ສະຫະລັດ ແລະ ສະຫະພາບ ຢູໂຣບ ດ້ວຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG