ລິ້ງ ສຳຫລັບເຂົ້າຫາ

logo-print

ສະພາຄວາມໝັ້ນຄົງ ຈະປະຊຸມກັນ ກ່ຽວກັບການສູ້ລົບ ໃນເຂດນາກໍໂນ-ກາຣາບາກ


ພາບຖ່າຍທີ່ເຜີຍແຜ່ໂດຍກະຊວງປ້ອງກັນປະເທດຂອງອາເມເນຍ ໃນວັນທີ 27 ກັນຍາ, 2020 ສະແດງໃຫ້ເຫັນວ່າ ກໍາລັງທະຫານຂອງອາເມເນຍທໍາລາຍພາຫະນະຂອງກອງທັບອາເຈີບາຍຈານ ຢູ່ເສັ້ນຕິດຕໍ່ກັນກັບເຂດ Nagorno-Karabakh ທີ່ປະກາດຕົນເອງວ່າ ເປັນສາທາລະນະລັດ ຢູ່ໃນອາເຈີບາຍຈານ

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຄາດວ່າຈະສົນທະນາຫາລືກັນ ກ່ຽວກັບການ
ສູ້ລົບທີ່ເພີ້ມທະວີຂຶ້ນຢູ່ໃນເຂດນາກໍໂນ-ກາຣາບາກໃນຕອນແລງວັນອັງຄານມື້ນີ້.

ກອງປະຊຸມລັບໄດ້ຮຽກຮ້ອງໃຫ້ໄຂຂຶ້ນໂດຍຫ້າປະເທດໃນຢູໂຣບ ປະກອບດ້ວຍອັງກິດ
ແບລຈຽມ ແອັສໂທເນຍ ຝຣັ່ງ ແລະເຢຍຣະມັນ ໃນຂະນະທີ່ການສູ້ລົບ ເພີ້ມທະວີຂຶ້ນ
ໃນວັນຈັນວານນີ້ ລະຫວ່າງກຳລັງຂອງອາເມເນຍ (Armenia) ແລະອາເຈີບາຍຈານ
(Arzerbaijan) ໃນເຂດນາກໍໂນ-ກາຣາບາກ.

ໂຄສົກຄົນນຶ່ງຂອງອົງການສະຫະປະຊາຊາດ ທ່ານ ແອນໂຕນິໂອ ກູແຕເຣສ (António Guterres) ໄດ້ກ່າວຕໍ່ປະທານາທິບໍດີ ອິລແຮມ ອາລີແຢັບ ແຫ່ງ ອາເຈີບາຍຈານ ແລະ
ນາຍົກລັດຖະມົນຕີອາເມເນຍ ທ່ານນິໂກລ ປາຊີນຽນ ແລະໄດ້ຮຽກຮ້ອງໃຫ້ພວກທ່ານ
ທັງສອງ “ຢຸດການສູ້ລົບກັນໂດຍທັນທີ” ເພື່ອ ຫລຸດຜ່ອນຄວາມເຄັ່ງຕຶງ ແລະກັບຄືນສູ່
ການເຈລະຈາທີ່ມີຄວາມໝາຍ ໂດຍປາດສະຈາກການວາງເງື່ອນໄຂລ່ວງໜ້າ ຫຼືການ
ຊ້າໃດໆ.” ອີງຕາມລາຍງານ ຂອງອົງການຂ່າວເອພີ (AP.)

ພວກເຈົ້າໜ້າທີ່ ໃນເຂດນາກໍໂນ-ກາຣາບາກ ກ່າວວ່າ ທະຫານ 58 ຄົນໄດ້ເສຍຊີວິດ
ນັບແຕ່ວັນອາທິດເປັນຕົ້ນມາ ເວລາອາເຈີບາຍຈານ ໄດ້ເລີ້ມໂຈມ ຕີທາງອາກາດ
ແລະປືນໃຫຍ່.

ນອກນັ້ນ ຍັງມີລາຍງານວ່າ ມີພົນລະເຮືອນສອງຄົນເສຍຊີວິດ. ບໍ່ມີຂໍ້ມູນທີ່ເປັນທາງການ
ກ່ຽວກັບການເສຍຊີວິດຂອງທະຫານອາເຈີບາຍຈານ.

ທັງສອງຝ່າຍຕ່າງກໍກ່າວຫາກັນ ໃນການຍິງປືນໃຫຍ່ໂຈມຕີກັນ. ກະຊວງປ້ອງ ກັນປະເ
ທດອາເຈີບາຍຈານ ກ່າວວ່າ ກຳລັງອາເມເນຍໄດ້ຍິງປືນໃຫຍ່ຖະຫຼົ່ມ ເມືອງຕາຕາ.

ການສູ້ລົບໄດ້ເຮັດໃຫ້ມີຄວາມຢ້ານກົວວ່າ ມະຫາອຳນາດໃນຂົງເຂດ ຄືຣັດເຊຍ ແລະ
ເທິກີ ອາດຈະຖືກແກ່ດຶງເຂົ້າຮ່ວມຄວາມຮຸນແຮງດັ່ງກ່າວ. ມົສກູເປັນພັນ ທະມິດດ້ານ
ປ້ອງກັນປະເທດກັບອາເມເນຍ ໃນຂະນະທີ່ອັງກາຣາ ໜູນຫຼັງອາເຈີ ບາຍຈານ.

ໂຄສົກວັງແຄຣມລິນ ທ່ານເດີມີຕຣີ ເພສກັອຟ ຮຽກຮ້ອງໃນວັນຈັນວານນີ້ ໃຫ້ຢຸດເຊົາ
ການສູ້ລົບໂດຍທັນທີແລະກ່າວວ່າ ສະຖານະການນີ້ “ສ້າງຄວາມເປັນ ຫ່ວງໃຫ້ແກ່ມົສກູ
ແລະປະເທດອື່ນໆ.”

The United Nations Security Council is expected to discuss the escalating fighting in the breakaway region of Nagorno-Karabakh later Tuesday.

The closed door meeting was requested by five European nations -- Britain, Belgium, Estonia, France and Germany -- as the fighting intensified Monday between forces of Armenia and Azerbaijan in the enclave.

A spokesman for U.N. Secretary-General Antonio Guterres spoke to both President Ilham Aliyev of Azerbaijan and Armenian Prime Minister Nikol Pashinian and called for 58“an immediate stop to the fighting, a de-escalation of tension and a return to meaningful negotiations without preconditions or delay,” according to the Associated Press.

Officials in Nagorno-Karabakh say 58 soldiers have been killed since Sunday, when it says Azerbaijan launched an air and artillery attack.

The region also reported two civilian deaths. There was no official information about any Azeri military casualties.

Both sides exchanged accusations of using heavy artillery. The Azeri defense ministry said Armenian forces were shelling the town of Tartar.

The fighting has prompted fears that regional powers Russia and Turkey could be drawn into the violence. Moscow has a defense alliance with Armenia, while Ankara backs Azerbaijan.

Kremlin spokesman Dmitry Peskov called Monday for hostilities to immediately end and said the situation “is a cause for concern for Moscow and other countries.”

ລາຍງານບລອກສົດ! ຜົນການເລືອກຕັ້ງ ປະທານາທິບໍດີ ສະຫະລັດ 2020

ລາຍງານບລອກສົດ! ການເລືອກຕັ້ງ ໃນ ສະຫະລັດ ປີ 2020

ອະດີດຮອງປະທານາທິບໍດີິສະຫະລັດ ທ່ານໂຈ ໄບເດັນ ຊຶ່ງເປັນບຸກຄົນທີ່ຮູ້ຈັກກັນດີໃນວົງການເມືອງຂອງນະຄອນ ຫຼວງວໍຊິງຕັນ ເກືອບເຄິ່ງສັດຕະວັດແລ້ວນັ້ນ ຄາດຄະເນກັນວ່າ ຈະເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີຂອງສະຫະລັດ ແລະຈະໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນຈະມາ ເປັນປະທານາທິບໍດີທີ່ມີອາຍຸແກ່ທີ່ສຸດ ໃນປະຫວັດສາດ. ທ່ານໄບເດັນ ສັງກັດພັກເດໂມແຄຣັດ ທີ່ໄດ້ເປັນສະມາຊິກສະພາສູງມາ 36 ປີ ແລະ 8 ປີ ເປັນຮອງປະທານາທິບໍດີ ໃນສະໄໝປະທານາທິບໍດີບາຣັກໂອບາມາ ແມ່ນຄາດກັນໂດຍອົງການຂ່າວຕ່າງໆ ໄດ້ເອົາຊະນະປະທານາທິບໍດີດໍໂນລ ທຣຳ ທີ່ລົງສະໝັກແຂ່ງຂັນເອົາຕຳແໜ່ງຕື່ມອີກ ໃນການໂຄສະນາຫາສຽງທີ່ຂົມຂື່ນ ແລະຫຼັງຈາກໄດ້ມີການນັບບັດຄະແນນສຽງຫຼັງຈາກການເລືອກຕັ້ງມາໄດ້ຫຼາຍມື້ແລ້ວ. ຄະແນນສຽງແມ່ນຍັງຈະໄດ້ຮັບການຢືນຢັນຢ່າງເປັນທາງການ ແລະພວມໄດ້ຮັບການທ້າທາຍຢູ່ໃນສານ ແຕ່ກໍຄາດກັນວ່າ ຈະຜ່ານຜ່າໄປໄດ້. ທ່ານໄບເດັນ ໄດ້ຊະນະຕຳແໜ່ງປະທານາທິບໍດີ ໂດຍໄດ້ຮັບຄະແນນຈາກຜູ້ແທນລັດ ຢ່າງໜ້ອຍ 270 ຄະແນນ ຂອງຈຳນວນທັງໝົດ 538 ຄະແນນ. ການໄດ້ຮັບໄຊຊະຂອງທ່ານໄບເດັນ ເຮັດໃຫ້ທ່ານທຣຳເປັນປະທານາທິບໍດີຄົນທີ 3 ໃນຮອບສີ່ທົດສະວັດ ທີ່ບໍ່ສາມາດໄດ້ຮັບເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ ຫຼັງຈາກໄດ້ຂຶ້ນເປັນປະທານາທິບໍດີ 4 ປີແລ້ວ.

00:30 8.11.2020

ລາຍງານຂ່າວຫຼ້າສຸດ ໃນເຊົ້າວັນເສົາມື້ນີ້ແຈ້ງວ່າ ທ່ານໂຈ ໄບເດັນ ແລະທ່ານນາງຄາມາມາ ແຮຣິສ ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ໄດ້ຮັບຄະແນນ 273 ຄະແນນສຽງຂອງຜູ້ຕາງໜ້າລັດແລ້ວ ເຊີນເບິ່ງແຜນທີ່ການເລືອກຕັ້ງໃນສະຫະລັດຂອງເຮົາຕື່ມ!

23:51 7.11.2020

ມາຮອດເຊົ້າວັນເສົາມື້ນີ້ ຕາມເວລາໃນພາກຕາເວັນອອກຂອງສະຫະລັດ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍງານໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214 ຄະແນນ. ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນ ຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາ ແມ່ນຕ້ອງການອີກ 56 ຄະແນນຈຶ່ງຈະຮອດ 270 ຄະແນນເພື່ອຈະເຂົ້າກຳຕຳແໜ່ງຕື່ມອີກ 4 ປີ. ເວລານີ້ຫຼາຍລັດຍັງສືບຕໍ່ນັບຄະແນນກັນຢູ່ ແລະລັດຈໍເຈຍ ໄດ້ປະກາດໃນວັນສຸກມື້ວານນີ້ວ່າ ຕົນຈະນັບຄະແນນ ຄືນໃໝ່ທັງໝົດ ຍ້ອນວ່າ ປະທານາທິບໍດີດໍໂນລ ທຣຳ ຜູ້ສະໝັກຂອງພັກຣີພັບບລີກັນ ແລະຜູ້ທ້າຊິງ ຫຼືຄູ່ແຂ່ງຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ມີຄະແນນໃກ້ຄຽງກັນຫຼາຍ.

18:52 7.11.2020

ໃນຕອນຄ່ຳຂອງວັນພະຫັດວານນີ້ ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວອ້າງ ໂດຍບໍ່ມີຫຼັກຖານວ່າ ທ່ານໄດ້ຖືກສໍ້ໂກງ ໃຫ້ອອກຈາກຕໍາແໜ່ງ ໃນສະໄໝທີສອງ. ທ່ານກ່າວວ່າ “ຖ້າທ່ານນັບບັດຄະແນນສຽງທີ່ປ່ອນແບບຖືກຕ້ອງຕາມກົດໝາຍ, ຂ້າພະເຈົ້າຈະໄດ້ຊະນະຢ່າງງ່າຍໆ.” ທ່ານກ່າວຕໍ່ໄປອີກວ່າ "ຖ້າທ່ານນັບບັດຄະແນນສຽງທີ່ຜິດກົດໝາຍ, ພວກເຂົາສາມາດພະຍາຍາມລັກເອົາການເລືອກຕັ້ງໄປ ຈາກພວກເຮົາໄດ້." ທ່ານທຣໍາ ໄດ້ໃຊ້ເວລາ 16 ນາທີ ຢືນກ່າວຄໍາປາໄສ ຢູ່ຫ້ອງປະຊຸມຖະແຫລງຂ່າວ ໃນທຳນຽບຂາວ ໂດຍກ່າວວ່າ ຄະແນນນຳໜ້າຂອງທ່ານທີ່ມີຢູ່ໃນລັດຕ່າງໆກຳລັງຖືກ "ລັກເອົາອອກໄປຢ່າງລັບໆ ເທື່ອລະເລັກລະນ້ອຍ" ໃນຂະນະທີ່ມີການນັບຄະແນນສຽງຍັງສືບຕໍ່ດໍາເນີນໄປຢູ່ນັ້ນ. ມາຮອດວັນສຸກ ຄະແນນສຽງກໍຍັງບໍ່ມີການປ່ຽນແປງ ຈາກທີ່ພວກເຮົາໄດ້ລາຍໄປແລ້ວ ຄື ທ່ານໄບເດັນໄດ້ຮັບ 253 ຄະແນນ ແລະປະທານາທິບໍດີທຣຳ ໄດ້ຮັບ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາແໜ່ງໄວ້ ໃນອີກ 4 ປີຕໍ່ໜ້າ.

19:29 6.11.2020

ໃນຕອນບ່າຍວັນພະຫັດມື້ນີ້ ຕາມເວລາໃນເຂດພາກຕາເວັນອອກຂອງສະຫະລັດ ທ່ານໂຈ ໄບເດັນ ໄດ້ປາກົດຕົວເປັນເວລາສັ້ນໆ ທີ່ນະຄອນວິລມິງຕັນ ໃນລັດເດລາແວ ໂດຍກ່າວວ່າ "ບັດທຸກໆບັດຈະຕ້ອງໄດ້ຖືກນັບ." ທ່ານກ່າວຕື່ມວ່າ "ມັນແມ່ນກ່ຽວກັບວ່າ ປະຊາຊົນໃນປະເທດນີ້ ໄດ້ສະແດງອອກເຖິງການຕັດສິນໃຈຂອງພວກເຂົາເຈົ້າແບບໃດ ແລະມັນເປັນຄວາມປະສົງຂອງຜູ້ມີສິດປ່ອນບັດ ບໍ່ມີໃຜ ແລະບໍ່ມີສິ່ງໃດທັງໝົດ ທີ່ໄດ້ເລືອກເອົາປະທານາທິບໍດີຂອງສະຫະລັດ."

06:13 6.11.2020

ໃນເວລາ 12 ໂມງເຄິ່ງຂອງວັນພະຫັດ, ທີ 5 ພະຈິກ (ຕາມເວລາວໍຊິງຕັນ) ທ່ານໂຈ ໄບເດັນ ຄູ່ແຂ່ງຈາກພັກເດໂມແຄຣັດ ຍັງມີຄະແນນເທົ່າເດີມ ຕາມທີ່ພວກເຮົາໄດ້ລາຍໄປແລ້ວ ຄື 253 ແຕ່ທ່ານປະທານາທິບໍດີ ດໍໂນລ ທຣຳ ໄດ້ຮັບຕື່ມອີກນຶ່ງຄະແນນ ເພີ້ມຂຶ້ນເປັນ 214. ຂະນະນີ້ ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 56 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນຊຶ່ງຄາດໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້. ລາຍງານຂ່າວແຈ້ງວ່າ ມາຮອດວັນພະຫັດມື້ນີ້ ທ່ານໄບເດັນແມ່ນນຳໜ້າ ໃນຄະແນນສຽງຂອງປະຊາຊົນ ຄືໄດ້ 71 ລ້ານ 6 ແສນຄົນ ປຽບທຽບໃສ່ທ່ານທຣຳ ທີ່ໄດ້ຮັບ​ແຕ່ 68​ ລ້ານ 1 ແສນຄົນ ອີງຕາມອົງການຄົ້ນຄວ້າເອດີສັນແລະອົງການຂ່າວເອພີ.

00:38 6.11.2020

ມາຮອດ 7:00 ຕອນເຊົ້າຂອງວັນພະຫັດ, ທີ 5 ພະຈິກ (ຕາມເວລາວໍຊິງຕັນ) ທັງທ່ານໂຈ ໄບເດັນ ແລະປະທານາທິບໍດີດໍໂນລ ທຣຳ ຍັງມີຄະແນນເທົ່າເດີມ ຕາມທີ່ພວກເຮົາໄດ້ລາຍໄປແລ້ວ ຄື 253 ຕໍ່ 213 ຄະແນນ. ຂະນະນີ້ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 57 ຄະແນນ ຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້ ແຕ່ພວກທ່ານກໍສາມາດຕິດຕາມເບິ່ງໜ້າເວັບໄຊຂອງພວກເຮົາ ກ່ຽວກັບຄະແນນຫລ້າສຸດ.

19:20 5.11.2020

ມາຮອດ 9:00 ຕອນຄໍ່າຂອງວັນພຸດ, ທີ 4 ພະຈິກ ທ່ານໂຈ ໄບເດັນໄດ້ຄະແນນຈາກຜູ້ແທນລັດຕື່ມອີກສອງລັດ ຄືມິຊິແກນ ແລະວິສຄັນຊິນ ຈຶ່ງເຮັດໃຫ້ທ່ານນໍາໜ້າ ທ່ານທຣໍາ ໂດຍມີ 253 ຕໍ່ 213 ຄະແນນ. ຂະນະນີ້ທ່ານໄບເດັນຕອ້ງການອີກພຽງ 17 ຄະແນນຈາກຜູ້ແທນລັດ ກໍຈະຊະນະການເລືອກຕັ້ງແລ້ວ. ສ່ວນທ່ານທຣໍາແມ່ນຕ້ອງການອີກ 57 ຄະແນນຈຶ່ງຈະໄດ້ຮອດ 270 ເພື່ອຈະຮັກສາຕໍາ ແໜ່ງຂອງທ່ານໄວ້ອີກ 4 ປີຕໍ່ໜ້າ. ຍັງເຫຼືອອີກຢູ່ 6 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນເທື່ອບັດເລືອກຕັ້ງທີ່ສົ່ງທາງໄປສະນີ ປະກອບດ້ວຍລັດເພັນຊິລເວເນຍ, ຄາໂຣໄລນາເໜືອ, ຈໍເຈຍ, ເນວາດາ, ອາຣິໂຊນາ ແລະອາລາສກາ. ທ່ານໄບເດັນໄດ້ຊະນະການເລືອກຕັ້ງແບບມີຄະແນນສູສີກັນກັບທ່ານທຣໍາ ໃນລັດວິສຄັນຊິນ ແລະຄະນະໂຄສະນາຫາສຽງຂອງທ່ານທຣໍາ ຢາກໃຫ້ມີການນັບຄະແນນຄືນໃໝ່. ສ່ວນຜົນການເລືອກຕັ້ງຂັ້ນສຸດທ້າຍນັ້ນ ກໍອາດຈະໃຊ້ເວລາອີກຫລາຍວັນຈຶ່ງຮູ້ໄດ້!

ທ. ໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນລັດ 253 ຄະແນນ ແລະ ປ. ດໍໂນລ ທຣຳ ໄດ້ຮັບ 213 ຄະແນນ
ທ. ໂຈ ໄບເດັນ ໄດ້ຮັບຄະແນນຈາກຜູ້ແທນລັດ 253 ຄະແນນ ແລະ ປ. ດໍໂນລ ທຣຳ ໄດ້ຮັບ 213 ຄະແນນ

08:42 5.11.2020
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະໃນ 3 ລັດ ເທັກຊັສ ມອນຕານາ ແລະ ໄອໂອວາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະໃນ 3 ລັດ ເທັກຊັສ ມອນຕານາ ແລະ ໄອໂອວາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະ ລັດ ຟລໍຣິດາ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຊະນະ ລັດ ຟລໍຣິດາ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ຊະນະ ລັດ ມິນເນໂຊຕາ
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໄດ້ຊະນະ ລັດ ມິນເນໂຊຕາ

ມາເຖິງປັດຈຸບັນນີ້ ຄະແນນຈາກຜູ້ແທນ ຂອງທ່ານດໍໂນລ ທຣຳ ແລະທ່ານໂຈ ໄບເດັນ ສູສີກັນ 213 ຕໍ່ 220 ໃນຂະນະນີ້ ຍັງເຫຼືອອີກຢູ່ 9 ລັດທີ່ຍັງບໍ່ທັນສຳເລັດການນັບຄະແນນສຽງເທື່ອ ປະກອບດ້ວຍລັດ ເມນ ເພັນຊີລເວເນຍ ຄາໂຣໄລນາເໜືອ ຈໍເຈຍ ມິຊິແກນ ວິສຄັນຊິນ ເນວາດາ ອາຣິໂຊນາ ແລະອາລາສກາ ຄາດກັນວ່າ ຜົນການນັບບັດເລືອກຕັ້ງ ທີ່ສົ່ງເຂົ້າໄປທາງໄປສະນີ ຈະເລີ້ມຂຶ້ນໃນຕອນເຊົ້າ ວັນທີ 4 ພະຈິກນີ້ ຢູ່ໃນສະຫະລັດ ແລະຈະໃຊ້ເວລາຫຼາຍສົມຄວນ ບໍ່ຮູ້ວ່າ ຈະແລ້ວເສັດໃນມື້ນີ້ຫຼືບໍ່!

16:01 4.11.2020

ລາຍງານກ່ຽວກັບການນັບຄະແນນສຽງໃນເບື້ອງຕົ້ນຈາກລັດຕ່າງໆທາງພາກຕາເວັນອອກ ທີ່ໄດ້ປິດໜ່ວຍເລືອກຕັ້ງ

ມື້ນີ້ ປະທານາທິບໍດີ ດໍໂນລ ທຣໍາທີ່ສັງກັດພັກຣີພັບບລິກັນ ແລະຄູ່ແຂ່ງຂອງ ທ່ານກໍຄື ອະດີດຮອງປະທານາທິບໍດີ ໂຈ ໄບເດັນໄດ້ຮັບໄຊຊະນະໃນຫລາຍລັດ ແລ້ວ ຂະນະທີ່ຜົນຂອງການເລືອກຕັ້ງກໍາລັງອອກມາເລື້ອຍໆຢູ່ ແລະຊາວອາເມຣິ ກັນຕັດສິນໃຈວ່າໃຜຈະບໍລິຫານປະເທດຈາກທໍານຽບຂາວໃນນຶ່ງສະໄໝກໍຄື 4 ປີຕໍ່ໜ້າ ຊຶ່ງເລີ້ມຈາກເດືອນມັງກອນຈະມາເຖິງນີ້.

ໜ່ວຍເລືອກຕັ້ງຂອງບັນດາລັດຢູ່ໃນເຂດແຄມຝັ່ງທະເລທາງຕາເວັນອອກ ແລະ ຫລາຍໆລັດໃນເຂດພາກໃຕ້ ແລະພາກຕາເວັນຕົກຕອນກາງ ຂອງປະເທດ ໄດ້ປິດລົງ ແລະກໍໄດ້ເລີ້ມນັບຄະແນນສຽງແລ້ວ. ສ່ວນບັນດາລັດໃນພາກຕາເວັນ ຕົກຂອງປະເທດກໍກໍາລັງປິດໜ່ວຍປ່ອນບັດລົງ ແລະກໍຈະເລີ້ມນັບບັດເລືອກຕັ້ງ ໃນໄວໆນີ້.

ໃນຊົ່ວໂມງທີ່ຈະມາເຖິງນີ້ ຄວນເອົາໃຈໃສ່ຕິດຕາມການນັບຄະແນນສຽງໃນລັດທີ່ຕັ້ງແຄມມະຫາສະໝຸດແອດແລນຕິກ ຄືລັດຟລໍຣິດາ ແລະ ຄາໂລໄຣນາເໜືອ- ເຊິ່ງທັງສອງລັດນີ້ໄດ້ຊ່ວຍໃຫ້ທ່ານທຣໍາ ໄດ້ຮັບໄຊຊະນະໃນປີ 2016 ແລະບ່ອນທີ່ການຢັ່ງຫາງສຽງທ້າຍປີນີ້ສະແດງໃຫ້ເຫັນວ່າທ່ານທຣໍາ ແລະທ່ານໄບເດັນມີ ຄະແນນສູສີກັນ. ລັດເພັນໂຊວາເນຍ ທີ່ເປັນລັດຍາດແຍ່ງກັນ ກໍ່ແມ່ນຈຸດສຸມຂອງຄວາມສົນໃຈອີກແຫ່ງນຶ່ງ ແຕ່ອາດຈະບໍ່ລາຍງານຜົນເລືອກຕັ້ງທີ່ສົມບູນເປັນເວລາຫຼາຍມື້. ນັກວິເຄາະກ່າວວ່າທັງສາມລັດແມ່ນມີຄວາມຈຳເປັນ ສຳລັບທ່ານທຣໍາ ຖ້າເພິ່ນຕ້ອງການດຳລົງຕຳແໜ່ງ ເປັນສະໄໝທີສອງແລະຫລີກລ້ຽງການເປັນປະທານາທິບໍດີສະຫະລັດ ຄົນທີສາມໃນສີ່ທົດສະວັດທີ່ຜ່ານມາທີ່ຈະເສຍໄຊຢູ່ໃນການເລືອກຕັ້ງຄືນ.

ສຳລັບທ່ານໄບເດັນແລ້ວ ການໄດ້ໄຊຊະນະໃນລັດໃດກໍ່ຕາມໃນ 3 ລັດນັ້ນແມ່ນຈະເພີ່ມໂອກາດໃຫ້ທ່ານໄດ້ຮັບຕຳແໜ່ງປະທານາທິບໍດີໃນການພະຍາຍາມຄັ້ງທີສາມຂອງທ່ານ. ທ່ານໄດ້ສູນເສຍການແຂ່ງຂັນເປັນຜູ້ຕາງໜ້າພັກເດໂມແຄຣັດ ເພື່ອເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ໃນປີ 1988 ແລະ 2008 ມາແລ້ວ.

ໃນການເລືອກເອົາຜູ້ນໍາປະເທດນັ້ນສະຫະລັດແມ່ນໃຊ້ລະບົບປະຊາທິປະໄຕແບບທາງອ້ອມ ຊຶ່ງບໍ່ໄດ້ເອົາຕາມຄະແນນນິຍົມຂອງປະຊາຊົນທັງຊາດ. ຜົນຂອງການເລືອກຕັ້ງແມ່ນຖືກຕັດສິນໂດຍການເລືອກຕັ້ງຢູ່ໃນແຕ່ລະລັດໃນທົ່ວປະເທດ ທີ່ມີ 50 ລັດ ແລະນະຄອນຫລວງວໍຊິງຕັນ. ເພື່ອຈະໃຫ້ໄດ້ໄຊຊະນະ ໃນການເລືອກຕັ້ງ, ຜູ້ສະໝັກປະທານາທິບໍດີຕ້ອງໄດ້ຮັບ 270 ຄະແນນສຽງ ຈາກຜູ້ແທນໃນລັດ ທີ່ມີສະມາຊິກທັງໝົດ 538 ຄົນ ກໍຄື 538 ສຽງນັ້ນ.

ການເລືອກຕັ້ງປະທານາທິບໍດີສະຫະລັດຈັດຂຶ້ນໃນທຸກໆ 4 ປີໃນວັນອັງຄານທໍາອິດຂອງເດືອນພະຈິກ ຊຶ່ງປີນີ້ກໍກົງກັບວັນທີ 3 ກໍຄືມື້ນີ້ເອງ. ຕາມປົກກະຕິແລ້ວປະຊາຊົນອາເມຣິກັນພາກັນໄປປ່ອນບັດດ້ວຍຕົວເອງຢູ່ສະຖານທີ່ບ່ອນບັດຕ່າງໆ. ແຕ່ວ່າໃນປີນີ້ຍ້ອນການລະບາດຂອງໄວຣຣັສໂຄໂຣນາຫລາຍໆ ລັດແມ່ນຈັດໃຫ້ມີການປ່ອນບັດກ່ອນການເລືອກຕັ້ງ ຊຶ່ງຜູ້ມີສິດປ່ອນບັດ ເລືອກຕັ້ງ ສາມາດສົ່ງບັດລົງຄະແນນສຽງຂອງຕົນໄປທາງໄປສະນີ ຫລືໄປປ່ອນບັດດ້ວຍ ຕົວເອງກ່ອນວັນເລືອກຕັ້ງຕາມສະຖານທີ່ທີ່ຈັດໄວ້ໃຫ້ໃນເມືອງ ແລະເຂດເລືອກ ຕັ້ງຕ່າງໆ ອີງຕາມກົດລະບຽບຂອງແຕ່ລະລັດ.

10:47 4.11.2020
ມີລາຍງານ ຕື່ມອີກ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG