ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອາເມເນຍ ແລະ ອາເຈີບາຍຈານ ແລກປ່ຽນການກ່າວຫາ ລະເມີດຂໍ້ຕົກລົງຢຸດຍິງ ຕໍ່ກັນແລະກັນ


ພວກພະນັກງານຂອງໂບດແຫ່ງນຶ່ງ ພວມກວດເອົາຂີ້ເຖົ່າຢູ່ໃນຫໍພະວິຫານທີ່ສັກສິດ ຫຼື Holy Savior Cathedral, ທີ່ໄດ້ຮັບຄວາມເສຍຫາຍ ຈາກການຍິງປືນໃຫຍ່ຖະລົ່ມ ໃນລະຫວ່າງການສູ້ລົບໃນບັນຫາຂັດແຍ້ງຢູ່ ຊູຊີ, ເຂດແບ່ງແຍກ ຂອງນາກໍໂນ-ຄາຣາບັກ, ວັນເສົາ ທີ 24 ຕຸລາ 2020.
ພວກພະນັກງານຂອງໂບດແຫ່ງນຶ່ງ ພວມກວດເອົາຂີ້ເຖົ່າຢູ່ໃນຫໍພະວິຫານທີ່ສັກສິດ ຫຼື Holy Savior Cathedral, ທີ່ໄດ້ຮັບຄວາມເສຍຫາຍ ຈາກການຍິງປືນໃຫຍ່ຖະລົ່ມ ໃນລະຫວ່າງການສູ້ລົບໃນບັນຫາຂັດແຍ້ງຢູ່ ຊູຊີ, ເຂດແບ່ງແຍກ ຂອງນາກໍໂນ-ຄາຣາບັກ, ວັນເສົາ ທີ 24 ຕຸລາ 2020.

ການປະກາດຢຸດຍິງຄັ້ງທີສາມ ຢູ່ໃນຂົງເຂດນາກໍໂນ-ຄາຣາບັກ ປາກົດວ່າ ໄດ້ພັງລົງໃນວັນຈັນມື້ນີ້ ຊຶ່ງເປັນຄວາມລົ້ມແຫຼວອີກຄັ້ງນຶ່ງ ທີ່ຈະຍຸຕິການສູ້ລົບກັນ ທີ່ແກຍາວມາໄດ້ສີ່ອາທິດ ຍ້ອນບັນຫາຂັດແຍ້ງກັນກ່ຽວກັບເຂດແດນນັ້ນ.

ອາເມເນຍ ແລະອາເຈີບາຍຈານ ໄດ້ກ່າວຫາຊຶ່ງກັນແລະກັນ ກ່ຽວກັບການລະ ເມີດການຢຸດຍິງທີ່ສະຫະລັດເປັນຜູ້ໄກ່ເກ່ຍ ບໍ່ດົນຫຼັງຈາກທີ່ມັນໄດ້ເລີ້ມມີຜົນບັງຄັບໃຊ້ ໃນເວລາ 8 ໂມງເຊົ້າ ຕາມເວລາໃນທ້ອງຖິ່ນ.

ກະຊວງການຕ່າງປະເທດຂອງອາເຈີບາຍຈານ ໄດ້ກ່າວໃນຖະແຫລງການສະບັບນຶ່ງວ່າ ກອງກຳລັງຂອງອາເມເນຍ ໄດ້ຍິງປືນໃຫຍ່ຖະຫລົ່ມຄຸ້ມບ້ານຕ່າງໆ ໃນຂົງເຂດ ເຕີເຕີ ແລະ ລາຈິນ (Terter and Lachin) ຊຶ່ງເປັນ “ການລະ ເມີດຢ່າງຈະແຈ້ງ” ຕໍ່ການຢຸດຍິງ.

ພາກສ່ວນຂອງຝ່າຍອາເມເນຍນັ້ນ ກະຊວງປ້ອງກັນປະເທດຂອງຕົນ ກໍໄດ້ໃຊ້ຄຳເວົ້າ ທີ່ຄ້າຍກັນນັ້ນ ໂດຍກ່າວວ່າ ກອງກຳລັງຂອງອາເຈີບາຍຈານ ໄດ້ “ລະເມີດຢ່າງຈະແຈ້ງ” ຕໍ່ການຢຸດຍິງ ໂດຍຍິງປືນໃຫຍ່ໂຈມີຕາມເຂດແນວໜ້າແຫ່ງຕ່າງໆ.

ກະຊວງການຕ່າງປະເທດ ສະຫະລັດ ແລະລັດຖະບານຂອງອາເຈີບາຍຈານ ແລະອາເມເນຍ ໄດ້ປະກາດ “ການຢຸດຍິງເພື່ອມະນຸດສະທຳ” ຄັ້ງຫຼ້າສຸດ ໃນຖະແຫລງການຮ່ວມ ເມື່ອວັນອາທິດວານນີ້.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂຽນລົງໃນທວິດເຕີ ໂດຍກ່າວວ່າ “ຂໍສະແດງຄວາມຍິນດີ ຕໍ່ນາຍົກລັດຖະມົນຕີ ນິໂຄລ ປາຊີນຢານ ຂອງອາເມເນຍ ແລະປະທານາທິບໍດີ ອາເຈີບາຍຈານ ທ່ານອີລຮາມ ອາລີເຢບ ຜູ້ທີ່ຫາກໍໄດ້ຕົກລົງທີ່ຈະປະຕິບັດຕາມຂໍ້ຕົກລົງຢຸດຍິງ ທີ່ມີຜົນບັງຄັບໃຊ້ໃນຕອນທ່ຽງຄືນ. ຫຼາຍໆຊີວິດຈະຖືກຊ່ອຍໄວ້ໄດ້.”

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວໃນຂໍ້ຄວາມທີ່ຂຽນລົງໃນທວິເຕີໃນວັນອາທິດເຊັ່ນກັນ ວ່າ ສະຫະລັດໄດ້ອຳນວຍ ຄວາມສະດວກໃຫ້ມີ “ການເຈລະຈາຢ່າງໜັກແໜ້ນ” ແລະລັດຖະມົນຕີກະຊວງການຕ່າງປະເທດຂອງອາເມເນຍ ທ່ານໂຊຣາບ ເມີນາດຊາການຢານ ແລະລັດຖະມົນຕີກະຊວງການຕ່າງປະເທດຂອງອາເຈີບາຍຈານ ທ່ານເຈຮັນ ບາຍຣາມອບວ໌ “ໄດ້ໝັ້ນໝາຍ ທີ່ຈະຈັດຕັ້ງປະຕິບັດ ແລະເຄົາລົບຕໍ່ການຢຸດຍິງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG