ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອາເມເນຍ ແລະ ອາເຈີບາຍຈານ ກ່າວຫາກັນແລະກັນ ກ່ຽວກັບ ການລະເມີດການຢຸດຍິງ ໃນເຂດ ນາກໍໂນ-ຄາຣາບັກ


ປະຊາຊົນເບິ່ງເຮືອນທີ່ຖືກທຳລາຍ ນຶ່ງວັນຫຼັງຈາກການຍິງຖະຫຼົ່ມໂດຍປືນໃຫຍ່ຂອງ ອາເມເນຍ ໃນລະຫວ່າງການຕໍ່ສູ້ ກ່ຽວກັບ ພາກພື້ນ ນາກໍໂນ-ຄາຣາບັກ, ເມືອງ ການຈາ, ປະເທດ ອາເຈີບາຍຈານ. 12 ຕຸລາ, 2020.
ປະຊາຊົນເບິ່ງເຮືອນທີ່ຖືກທຳລາຍ ນຶ່ງວັນຫຼັງຈາກການຍິງຖະຫຼົ່ມໂດຍປືນໃຫຍ່ຂອງ ອາເມເນຍ ໃນລະຫວ່າງການຕໍ່ສູ້ ກ່ຽວກັບ ພາກພື້ນ ນາກໍໂນ-ຄາຣາບັກ, ເມືອງ ການຈາ, ປະເທດ ອາເຈີບາຍຈານ. 12 ຕຸລາ, 2020.

ອາເມເນຍ ແລະ ອາເຈີບາຍຈານ ຍັງສືບຕໍ່ລາຍງານເຖິງການຕໍ່ສູ້ໃນວັນຈັນວານນີ້ ເຖິງແມ່ນຈະມີການເຈລະຈາຢຸດຍິງ ໃນຄວາມຂັດແຍ້ງຂອງພາກພື້ນ ນາກໍໂນ-ຄາຣາບັກ ທີ່ແຍກໂຕອອກໄປກໍຕາມ, ເຊິ່ງແຕ່ລະປະເທດໄດ້ກ່າວອ້າງນັ້ນ.

ກອງກຳລັງ ອາເມເນຍ ໄດ້ກ່າວໃນວັນຈັນວານນີ້ວ່າ ກອງກຳລັງ ອາເຈີບາຍຈານ ໄດ້ຍິງຖະຫຼົ່ມໃສ່ເຂດແນວໜ້າທີ່ເກີດຄວາມຂັດແຍ້ງຢູ່ທາງພາກໃຕ້, ໃນຂະນະທີ່ບັນດາເຈົ້າໜ້າທີ່ ນາກໍໂນ-ຄາຣາບັກ ໄດ້ກ່າວຫາ ອາເຈີບາຍຈານ ກ່ຽວກັບ ການເຮັດສົງຄາມໃນຂອບເຂດທີ່ກວ້າງຂວາງ“ ໃນເຂດເມືອງ ອາດຣຸດ. ນາກໍໂນ-ຄາຣາບັກ ແມ່ນດິນແດນທີ່ຫ້ອມລ້ອມດ້ວຍ ອາເຈີບາຍຈານ ທີ່ມີຊົນເຜົ່າ ອາເມເນຍ ສ່ວນໃຫຍ່ອາໄສຢູ່.

ກະຊວງປ້ອງກັນປະເທດຂອງ ອາເຈີບາຍຈານ ໄດ້ປະຕິເສດການກ່າວຫາດັ່ງ ກ່າວວ່າ “ເປັນການໃຫ້ຂໍ້ມູນທີ່ຜິດ” ແລະ ໄດ້ກ່າວຫາກອງກຳລັງ ອາເມເນຍ ກ່ຽວກັບ ການຍິງຖະຫຼົ່ມເຂດຕ່າງໆໃນ ອາເຈີບາຍຈານ ໃກ້ກັບພາກພື້ນ ນາກໍໂນ-ຄາຣາບັກ.

ທັງສອງຝ່າຍໄດ້ກ່າວໃນວັນຈັນວານນີ້ວ່າ ເຂົາເຈົ້າບໍ່ໄດ້ລະເມີດການຢຸດຍິງ ແລະ ໄດ້ກ່າວຢໍ້າເຖິງຄວາມໝາຍໝັ້ນຂອງເຂົາເຈົ້າຕໍ່ຂໍ້ຕົກລົງນັ້ນ.

ການຢຸດຍິງໄດ້ມີຜົນບັງຄັບໃຊ້ໃນຕອນບ່າຍຕາມເວລາໃນທ້ອງຖິ່ນຂອງວັນເສົາທີ່ຜ່ານມາ, ເຊິ່ງຢ່າງໜ້ອຍມັນກໍໄດ້ຢຸດການເຮັດສົງຄາມທີ່ຮ້າຍແຮງເຖິງແກ່ຊີວິດໃນພາກພື້ນດັ່ງກ່າວເປັນການຊົ່ວຄາວ.

ອາເມເນຍ ແລະ ອາເຈີບາຍຈານ ໄດ້ຕົກລົງທີ່ຈະຢຸດຍິງຫຼັງຈາກການເຈລະຈາ 10 ຊົ່ວໂມງໃນນະ ຄອນຫຼວງ ມົສກູ. ຂໍ້ຕົກລົງຢຸດຍິງດັ່ງກ່າວແມ່ນມີຈຸດປະສົງທີ່ຈະອະນຸຍາດໃຫ້ທັງສອງຝ່າຍແລກ ປ່ຽນຊະເລີຍ ແລະ ກອບກູ້ເອົາສົບຜູ້ເສຍຊີວິດ.

ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣອຟ, ຜູ້ທີ່ໄດ້ໄກ່ເກ່ຍການເຈລະຈາດັ່ງກ່າວໄດ້ເວົ້າວ່າ ການຢຸດຍິງຄວນປູທາງໃຫ້ການເຈລະຈາຄັ້ງຕໍ່ໄປ ກ່ຽວກັບ ການແກ້ໄຂຄວາມຂັດແຍ້ງ.

ຫ້ອງການສິດທິມະນຸດອົງການສະຫະປະຊາຊາດໄດ້ກ່າວວ່າ ເຂົາເຈົ້າໄດ້ຮັບລາຍງານທີ່ບໍ່ໄດ້ຖືກຢືນຢັນວ່າ ພົນລະເຮືອນຫຼາຍກວ່າ 50 ຄົນ,​ ລວມທັງເດັກນ້ອຍ, ໄດ້ຖືກຂ້າຕາຍນັບຕັ້ງແຕ່ການຕໍ່ສູ້ໄດ້ເລີ່ມຂຶ້ນໃນວັນທີ 27 ກັນຍາເປັນ ຕົ້ນມາ.

ການຕໍ່ສູ້ດັ່ງກ່າວຍັງໄດ້ເອົາຊີວິດຂອງທະຫານຫປະມານ 400 ຄົນ ແລະ ໄດ້ບັງຄັບປະຊາຊົນຫຼາຍພັນຄົນ ຫ້ໜີອອກຈາກບ້ານເຮືອນຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG