ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຄວາມໝັ້ນຄົງ ເຕືອນວ່າ ​ສັດ​ຕູທີ່ໃຊ້ AI ຈະພະຍາຍາມເຮັດໃຫ້ການເລືອກຕັ້ງຂອງສະຫະລັດ ເອນອຽງ


ຜູ້​ອຳ​ນວຍ​ການໜ່ວຍງານ​ສືບ​ລັບ​ແຫ່ງ​ຊາດ​ຂອງສະຫະລັດ ທ່ານນາງເອວຣີລ ເຮນສ໌ ​ໃຫ້ການ​ໃນຫໍລັດຖະສະພາ ໃນ ວໍຊິງຕັນ, ວັນທີ 10 ພຶດສະພາ 2022. ທ່ານນາງກ່າວໃນການພິຈາລະນາຂອງສະມາຊິກສະພາ ໃນວັນທີ 15 ພຶດສະພາ 2024 ວ່າ 'ຣັດເຊຍ ຍັງສືບຕໍ່ເປັນໄພຂົ່ມຂູ່ຈາກຕ່າງປະເທດທີ່ແຂງແກ່ນທີ່ສຸດ ຕໍ່ການເລືອກຕັ້ງຂອງພວກເຮົາ'
ຜູ້​ອຳ​ນວຍ​ການໜ່ວຍງານ​ສືບ​ລັບ​ແຫ່ງ​ຊາດ​ຂອງສະຫະລັດ ທ່ານນາງເອວຣີລ ເຮນສ໌ ​ໃຫ້ການ​ໃນຫໍລັດຖະສະພາ ໃນ ວໍຊິງຕັນ, ວັນທີ 10 ພຶດສະພາ 2022. ທ່ານນາງກ່າວໃນການພິຈາລະນາຂອງສະມາຊິກສະພາ ໃນວັນທີ 15 ພຶດສະພາ 2024 ວ່າ 'ຣັດເຊຍ ຍັງສືບຕໍ່ເປັນໄພຂົ່ມຂູ່ຈາກຕ່າງປະເທດທີ່ແຂງແກ່ນທີ່ສຸດ ຕໍ່ການເລືອກຕັ້ງຂອງພວກເຮົາ'

ສັດຕູຕ່າງຊາດຂອງອາເມຣິກາ ຈະພະ​ຍາ​ຍາມຄອບ​ງຳການເລືອກຕັ້ງ ສະຫະລັດ ທີ່ກຳລັງຈະມາເຖິງນີ້​ອີກ​ຄັ້ງ​ນຶ່ງ, ເຈົ້າຫນ້າທີ່ຄວາມໝັ້ນຄົງລະດັບສູງ ໄດ້ເຕືອນ ສະມາຊິກສະພາສູງໃນວັນພຸດວານນີ້, ໂດຍນໍາໃຊ້ປະໂຫຍດຈາກນະວັດຕະກໍາຫລ້າ ສຸດໃນປັນຍາປະດິດ ເພື່ອເຜີຍແຜ່ຂໍ້ມູນທີ່ບໍ່ຖືກຕ້ອງທາງອິນເຕີເນັດ, ເຮັດໃຫ້ຜູ້ລົງຄະ ແນນສຽງເຂົ້າໃຈຜິດ ແລະກັດເຊາະທໍາລາຍຄວາມໄວ້ວາງໃຈໃນລະບອບປະຊາທິປະໄຕ, ອີງຕາມອົງການຂ່າວ ເອພີ.

​ແຕ່​ສະຫະລັດ​ໄດ້ປັບປຸງ​ຄວາມ​ສາມາດ​ຂອງ​ຕົນ​ຢ່າງຫຼວງຫຼາຍ ​ໃນ​ການ​ປົກ​ປ້ອງ​ຄວາມ​ປອດ​ໄພ​ໃນ​ການ​ເລືອກ​ຕັ້ງ ​ຕະຫຼອດຈົນເຖິງການກຳນົດ ​ແລະ​ຕ້ານ​ການ​ໂຄສະນາ​ເຜີຍ​ແຜ່​ຂ່າວທີ່ບໍ່ເປັນຄວາມຈິງ​ຈາກ​ຕ່າງປະ​ເທດ ​ນັບ​ແຕ່​ປີ 2016 ເປັນ​ຕົ້​ນາ, ​ເມື່ອຣັດ​ເຊຍໄດ້​ພະຍາຍາມທີ່ຈະສະແຫວງຫາ​ອິດ​ທິພົນ​ໃນ​ການ​ເລືອກ​ຕັ້ງ, ຜູ້​ອຳ​ນວຍ​ການໜ່ວຍງານ​ສືບ​ລັບ​ແຫ່ງ​ຊາດ​ຂອງສະຫະລັດ ທ່ານ ເອວຣີລ ເຮນສ໌ (Avril Haines) ​ໄດ້​ໃຫ້ການ​ຕໍ່​ຄະນະ​ກຳມະການ​ສືບ​ລັບຂອງ​ສະພາ​ສູງ.

ການເຕືອນຫຼ້າສຸດຈາກເຈົ້າຫນ້າທີ່ຮັກສາຄວາມໝັ້ນຄົງ ມີຂຶ້ນເມື່ອຄວາມກ້າວຫນ້າໃນ AI ເຮັດໃຫ້ການສ້າງຮູບພາບ, ວີດີໂອ ແລະສຽງທີ່ຄ້າຍຄືກັບມີຊີວິດຈິງ ເປັນເລື້ອງງ່າຍ ແລະ ມີລາຄາຖືກກວ່າທີ່ເຄີຍມີມາ ເຊິ່ງສາມາດຫຼອກລວງໄດ້ແມ່ນແຕ່ຜູ້ລົງຄະແນນສຽງທີ່ ສະຫລາດທີ່ສຸດ. ເຄື່ອງມືອື່ນໆໃນການສະໜອງຂໍ້ມູນທີ່ບໍ່ຖືກຕ້ອງ ປະກອບມີສື່ມວນ ຊົນຂອງລັດ, ຜູ້ມີອິດທິພົນອອນໄລນ໌ ແລະເຄືອຂ່າຍຂອງບັນຊີຜູ້ໃຊ້ປອມທີ່ສາມາດຂະ ຫຍາຍເນື້ອໃນທີ່ບໍ່ຖືກຕ້ອງ ແລະເຮັດໃຫ້ເຂົ້າໃຈຜິດຢ່າງໄວວາ.

ເຈົ້າ​ໜ້າທີ່​ຮັກສາ​ຄວາມໝັ້ນຄົງ​ກ່າວ​ວ່າ ຣັດ​ເຊຍ, ຈີນ ​ແລະ ອີຣ່ານ ຍັງ​ຄົງ​ເປັນ​ຜູ້ດຳ ເນີນການຫຼັກ​ທີ່​ຕ້ອງການ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ປີ 2024, ​ແຕ່​ຍ້ອນ​ຄວາມ​ກ້າວໜ້າ​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ​ປະ​ເທດ​ອື່ນ ​ຫຼື​ແມ່ນ​ແຕ່​ບັນດາ​ກຸ່ມ​ຕ່າງໆພາຍ​ໃນ​ປະ​ເທດ​ ອາດພະຍາ ຍາມ​ຍົກລະດັບການ​ໂຄສະນາ​ເຜີຍ​ແຜ່ທີ່ມີຄວາມຊັບຊ້ອນຂອງຕົນ ກ່ຽວກັບການສະ ໜອງຂໍ້ມູນທີ່ບໍ່ຖືກຕ້ອງ.

ທ່ານ ເຮນສ໌ (Haines) ກ່າວ​ວ່າ ຣັດ​ເຊຍ​ຍັງ​ຄົງ​ເປັນ "ໄພ​ຂົ່ມ​ຂູ່​ຈາກ​ຕ່າງ​ປະ​ເທດ​ທີ່​ມີ​ການ​ເຄື່ອນ​ໄຫວຫຼາຍ​ທີ່​ສຸດ​ຕໍ່​ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ", ໂດຍ​ນໍາໃຊ້​ສື່​ມວນ​ຊົນ​ຂອງ​ລັດ ແລະ​ຜູ້​ມີ​ອິດ​ທິ​ພົນ​ທາງ​ອອນ​ລາຍຂອງຣັດເຊຍ ເພື່ອ​ທຳລາຍ​ຄວາມ​ໄວ້​ວາງ​ໃຈ​ໃນ​ສະ​ຖາ​ບັນ​ຊາ​ທິ​ປະ​ໄຕ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ລັດ​ຕໍ່​ຢູ​ເຄ​ຣນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG