ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຜູ້ຊາຍຕິດອາວຸດ ບຸກເຂົ້າປຸ້ນແລະທຳລາຍ ສະໜາມບິນ ໃນປາປົວນີວກີນີ


ແຜນທີ່ ປາປົວນີວກີນີ
ແຜນທີ່ ປາປົວນີວກີນີ

ພວກ​ຜູ້​ຊາຍ​ຕິດ​ອາວຸດຈຸ​ນຶ່ງ ຈຳນວນ 30 ຄົນ​ໄດ້​ບຸກ​ເຂົ້າ​ປຸ້ນ​
ສະດົມ​ແລະ​ທຳລາຍ ສະໜາມ​ບິນ​ແຫ່ງ​ໃຫຍ່ອັນ​ດັບ​ສອງ​ຂອງ
ປາ​ປົວ​ນີວກີ​ນີ.

ບັນດາ​ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ກ່າວ​ວ່າ ພວກ​ຜູ້​ຊາຍ​ທີ່​ຕິດ
​ອາວຸດ​ປືນ​ສັ້ນ​ ປືກ​ເຫລັກ​ຍາວ ​ແລະ​ປືນ​ທີ່​ເຮັດ​ເອງ ​ແລະ​ພ້າ
​ອີ່ໂຕ້ ​ໄດ້ບຸກ​ເຂົ້າ​ໄປ​ໃນ​ເດີ່ນ​ບິນ Nadzab ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ
​ເມືອງ​ທ່າ Lae ປະມານ 40 ຫຼັກ​ກິ​ໂລ​ແມັດ ​ໃນ​ວັນ​ຈັນ​ມື້​ນີ້.

ກະຊວງ​ການ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ກ່າວ​ວ່າ ປະຊາຊົນ
​ປະມານ 30 ຄົນ ຢູ່​ໃນສະໜາມ​ບິນເພື່ອ​ຈະ​ອອກ​ເດີນທາງ​ໄປ
​ກັບຖ້ຽວ​ບິນ​ໃນ​ຕອນ​ເຊົ້າໆ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ຍາມ​ສະໜາມບິນ 9 ຄົນ ​ໄດ້​ຖືກ​ຈັບ​ເປັນ​ຕົວ​ປະກັນ​ ​ໃນ​ຂະນະ​ທີ່​ພວກ​ໂຈມ​ຕີ​ດັ່ງກ່າວ ພາກັນ​ຂະ​ໂມ​ຍ​ເອົາ​ເຂົ້າປາ​ອາ​ຫານ​ແລະ​ເຄື່ອງ​ໃຊ້ໃນຫ້ອງການ.

​ໂຄ​ສົກ​ຕຳຫຼວດ​ກ່າວ​ວ່າ ຄົນ​ຮ້າຍ​ໄດ້​ເອົາ​ປືນ​ຈີ້ ​ໃຫ້ພວກ​ເຈົ້າ​ໜ້າ​ທີ່​ຍາມ​ສະໜາມ​ບິນ ທີ່
“ມີ​ກຳລັງໜ້ອຍ​ກວ່າ” ນັ້ນ ໃຫ້​ໄປ​ໂຮມ​ກັນ​ກັບພວກ​ຄົນ​ໂດຍສານ” ຢູ່​ໃນ​ຫ້ອງ​ຕ້ອນ
ຮັບ​ຄົນ​ໂດຍສານ.

ຄົນ​ໂດຍສານ​ຄົນ​ນຶ່ງ ​ໄດ້​ຖືກ​ທຸບ​ຕີ​ດ້ວຍ​ທ້າຍປືນ​ເຫລັກ​ຍາວ.

ຕຳຫຼວດ​ກ່າວ​ວ່າ ພວກ​ໂຈມ​ຕີໄດ້​ພະຍາຍາມ ​ແຕ່​ບໍ່​ສຳ​ເລັດ​ຜົນ ​ໃນ​ການທຳລາຍ​ຕູ້​ນິລະໄພ​
ຂອງ​ສາຍ​ການບິນ Air Niugini.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການໂຈມ​ຕີ​ດັ່ງກ່າວ​ດຳ​ເນີນ​ໄປ 2 ຊົ່ວ​ໂມງ ກ່ອນ​ພວກ​ຜູ້​ຊາຍ​ຄົນ​ຮ້າຍ​ເຫຼົ່າ​ນີ້ ​ເອົາ​ໂຕ​ຫຼົບໜີ​ໄປ ​ໂດຍ​ແລ່ນ​ຂ້າມ​ທາງ​ແລ່ນ​ຂອງ​ເຮືອບິນ ​ເຂົ້າ​ໄປ​ໃນ​ປ່າ.

XS
SM
MD
LG