ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມມືປືນ ສັງຫານພະນັກງານ 10 ຄົນ ຂອງອົງການເພື່ອການກຸສົນ ທີ່ເກັບກູ້ລະເບີດຝັງດິນ ໃນອັຟການິສຖານ


ພວກຄົນງານທີ່ໄດ້ຮັບບາດເຈັບ ຂອງອົງການ HALO Trust ເກັບກູ້ລະເບີດຝັງດິນ ແມ່ນໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍໃນແຂວງແບກແລນ ທາງພາກເໜືອ ຂອງອັຟການິສຖານ, ວັນພຸດ ທີ 9 ມິຖຸນາ 2021. (AP Photo/Mehrab)
ພວກຄົນງານທີ່ໄດ້ຮັບບາດເຈັບ ຂອງອົງການ HALO Trust ເກັບກູ້ລະເບີດຝັງດິນ ແມ່ນໄດ້ຮັບການປິ່ນປົວຢູ່ທີ່ໂຮງໝໍໃນແຂວງແບກແລນ ທາງພາກເໜືອ ຂອງອັຟການິສຖານ, ວັນພຸດ ທີ 9 ມິຖຸນາ 2021. (AP Photo/Mehrab)

ບັນດາເຈົ້າໜ້າທີ່ໃນອັຟການິສຖານ ໄດ້ກ່າວໃນວັນພຸດວານນີ້ວ່າ ພວກມືປືນໄດ້ໂຈມຕີຫ້ອງການຂອງອົງການສາກົນເພື່ອການກຸສົນທີ່ເກັບກູ້ລະເບີດຝັງດິນ ຢູ່ໃນປະເທດດັ່ງກ່າວນັ້ນ ໂດຍສັງຫານຢ່າງໜ້ອຍ 10 ຄົນ ແລະອີກຫຼາຍກວ່າສິບຄົນໄດ້ຮັບບາດເຈັບ.

ການໂຈມຕີໃນຕອນກາງຄືນຕໍ່ຄ້າຍຂອງອົງການ HALO Trust ທີ່ມີສຳນັກ ງານຕັ້ງຢູ່ໃນອັງກິດນັ້ນ ໄດ້ເກີດຂຶ້ນຢູ່ໃນແຂວງແບກແລນທາງພາກເໜືອ ທີ່ມີການສູ້ລົບກັນ ໂດຍມີການຕໍ່ສູ້ກັນຢ່າງຮ້າຍແຮງ ລະຫວ່າງກອງກຳລັງຮັກ ສາຄວາມປອດໄພຂອງອັຟການິສຖານ ກັບພວກກຸ່ມກະບົດຕາລີບານ.

ໂຄສົກຂອງກົມຕຳຫຼວດແຂວງດັ່ງກ່າວ ໄດ້ກ່າວຕໍ່ວີໂອເອວ່າ ພວກຜູ້ເຄາະຮ້າຍ ແມ່ນປະຊາຊົນຊາວອັຟການິສຖານທັງໝົດ ຜູ້ທີ່ເຮັດວຽກຢູ່ທີ່ຄ້າຍເກັບກູ້ລະເບີດຝັງດິນ ໂດຍກ່າວອ້າງວ່າ ພວກກະບົດໄດ້ເຕົ້າໂຮມເອົາພວກເຂົາໄປໄວ້ຢູ່ໃນຫ້ອງນຶ່ງທີ່ເຮັດໃຫ້ພວກເຂົາສັບສົນ ແລ້ວຕໍ່ຈາກນັ້ນພວກເຂົາໄດ້ຖືກຍິງຕາຍ.

ກຸ່ມທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍລັດອິສລາມໃນທ້ອງຖິ່ນ ທີ່ຮູ້ຈັກກັນໃນຊື່ກຸ່ມລັດອິສລາມໃນແຂວງໂຄຣາຊານ ຫຼື ISKP ນັ້ນ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການສັງຫານໝູ່ ໂດຍກ່າວວ່າ ຕົນໄດ້ສັງຫານຫຼາຍກວ່າ 60 ຄົນ ອີງຕາມກຸ່ມສືບລັບ SITE.

ໂຄສົກຂອງກຸ່ມຕາລີບານ ທ້າວຊາບີຮູລລາ ມູຈາຮີດ ໄດ້ປະຕິເສດຕໍ່ການມີສ່ວນກ່ຽວຂ້ອງ ກັບກຸ່ມກະບົດດັ່ງກ່າວ ໂດຍກ່າວວ່າ ເມືອງແບກແລນ-ອີ-ມາຣຄາຊີ ບ່ອນທີ່ມີການໂຈມຕີ “ຮ້າຍແຮງ” ເກີດຂຶ້ນໃນຕອນແລງວັນອັງ ຄານນັ້ນ ແມ່ນບໍ່ໄດ້ຢູ່ໃນການຄວບຄຸມຂອງພວກກະບົດ.

ທ້າວມູຈາຮີດ ໄດ້ຂຽນລົງໃນທວິດເຕີ້ວ່າ “ພວກເຮົາປະນາມການໂຈມຕີທັງ ຫຼາຍຕໍ່ພວກທີ່ບໍ່ມີທາງຕໍ່ສູ້ ແລະເຫັນວ່າ ມັນເປັນຄວາມໂຫດຮ້າຍ. ພວກເຮົາມີສາຍສຳພັນທີ່ປົກກະຕິກັບພວກພະນັກງານທີ່ບໍ່ຂຶ້ນກັບລັດຖະບານຫຼື NGO, ພວກນັກລົບເພື່ອສາສະໜາຂອງພວກເຮົາ ຈະບໍ່ປະຕິບັດການທີ່ໂຫດຮ້າຍເຊັ່ນນັ້ນ ຢ່າງເດັດຂາດ.”

ອົງການ HALO Trust ໄດ້ປະນາມ ການໂຈມຕີດັ່ງກ່າວ ໂດຍກ່າວວ່າ ມີພະນັກງານເກັບກູ້ລະເບີດຝັງດິນ ຫຼາຍກວ່າ 100 ຄົນຈາກຊຸມຊົນໃນທ້ອງ ຖິ່ນ ແມ່ນຢູ່ພາຍໃຕ້ພາລະກິດດ້ານມະນຸດສະທຳຢູ່ໃນພື້ນທີ່ນັ້ນ. ບັນດາເຈົ້າໜ້າທີ່ ຢູ່ທີ່ອົງການເພື່ອການກຸສົນ ໄດ້ກ່າວວ່າ “ກຸ່ມຕາລີບານໃນທ້ອງຖິ່ນ” ໄດ້ເຂົ້າມາຊ່ອຍຊີວິດພວກຜູ້ເຄາະຮ້າຍ ແລະ “ໄດ້ເຮັດໃຫ້ພວກຄົນຮ້າຍຢ້ານແລ້ວຫລົບໜີໄປ.”

ອົງການເພື່ອການກຸສົນ ໄດ້ກ່າວໃນຖະແຫລງການ ທີ່ນຳລົງໃນທວິດເຕີ້ວ່າ “ກຸ່ມຕິດອາວິດ ໄດ້ເຂົ້າມາໃນຄ້າຍ ແລະເປີດສາກຍິງໃສ່. ມີພວກຜູ້ຊາຍປະ ມານ 110 ຄົນ ຈາກຊຸມຊົນໃນທ້ອງຖິ່ນທາງພາກເໜືອຂອງອັຟການິສຖານ ແມ່ນຢູ່ໃນຄ້າຍ ຫຼັງຈາກທີ່ໄດ້ເສັດສິ້ນວຽກງານຂອງພວກເຂົາເຈົ້າແລ້ວ ຢູ່ໃນສະໜາມໃກ້ໆນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG