ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານວ່າ ທ່ານ Arpaio ລຳອຽງ ກວດແຕ່ຄົນ ຮິສແປນິກ


ທ່ານ Joe Arpaio ​ແລະ​ພວກ​ເຈົ້າ​ໜ້າ​ທີ່ ຜູ້​ເປັນ​ລູກນ້ອງ ພາກັນ ເຈາະຈົງຢຸດລົດ ແລະກວດຄົ້ນແຕ່ຊາວລາຕິນ ອາເມຣິກັນເທົ່ານັ້ນ.
ທ່ານ Joe Arpaio ​ແລະ​ພວກ​ເຈົ້າ​ໜ້າ​ທີ່ ຜູ້​ເປັນ​ລູກນ້ອງ ພາກັນ ເຈາະຈົງຢຸດລົດ ແລະກວດຄົ້ນແຕ່ຊາວລາຕິນ ອາເມຣິກັນເທົ່ານັ້ນ.
ຜູ້​ພິພາກສາ ລັດຖະບານ​ກາງຄົນ​ນຶ່ງ ​ໄດ້​ຕັດສິນ​ວ່າ ຜູ້​ບັນຊາ
​ການ​ຕໍາຫລວດ ຄົນ​ນຶ່ງ ​ໃນລັດ Arizona ທີ່​ຮູ້​ກັນ​ດີ​ ຍ້ອນ​ນະ​
ໂຍບາຍ​ທີ່​ເຄັ່ງ​ຄັດຂອງ​ທ່ານ​ ທີ່ ເຈາະ​ຈົງ​ເລືອກ​ກວດ​ຄົ້ນ​ ຈັບ​
ແຕ່​ຊາວອາ​ເມຣິກາ​ໃຕ້ ໃນ​ການ​ລາດຕະ​ເວນ​ເບິ່ງຄົນ​ເຂົ້າ​
ເມືອງ​ແລະຢຸດກວດ​ການຈາລະ​ຈອນນັ້ນ.

ຜູ້​ພິພາກສາປະຈຳ​ເຂດ​ ຂອງລັດຖະບານ​ກາງ ທ່ານ Murray
Snow ​ໄດ້​ຕັດ ສິນ​ໃນ​ວັນ​ສຸກ​ວານ​ນີ້ ​ທີ່​ເມືອງ Phoenix ວ່າ ຜູ້​
ບັນຊາ​ການຕໍາຫລວດ​ໃນ​ເຂດ ​ເມືອງ Maricopa ທ່ານ Joe
Arpaio ​ແລະ​ພວກ​ເຈົ້າ​ໜ້າ​ທີ່ ຜູ້​ເປັນ​ລູກນ້ອງ​ຂອງ​ລາວ ພາ
ກັນ​ເຈາະ​ຈົງແບບ​ບໍ່​ຍຸຕິ​ທຳແນໃສ່​ແຕ່​ພວກ​ຄົນ​ຂັບ​ລົດ​ ທີ່​ເປັນ
ຊາວ​ອາ​ເມຣິກາລາ​ຕິນ​ເທົ່າ​ນັ້ນ ​ແລະ​ໃນ​ການ​ກວດບັດປະ​ຈໍາ
ໂຕ​ຂອງ​ເຂົາ​ເຈົ້າ.

ກົດໝາຍ​ທີ່​ເປັນ​ບັນຫາ​ໂຕ້ແຍ້​ງຂອງລັດ Arizona ​ໄດ້​ອະ​ນຸຍາດ
​ໃຫ້​ບັນດາເຈົ້າ​ໜ້າ​ທີ່ປະຕິບັດ​ກົດໝາຍ ສາມາດ​ສຸ່ມກວດ​ຄົນ ​
ແລະກວດ​ເບິ່ງ​ບັດຄົນ​ເຂົ້າ​ເມືອງ ໄດ້​ໂດຍ​ບໍ່​ເລືອກ​ໜ້າ.

ຜູ້​ພິພາກສາ Snow ກ່າວ​ວ່າ ທ່ານ Arpaio ​ໄດ້​ເລືອກ​ເອົາ​ເລື່ອງ
​ຜິວ​ພັນມາໃຊ້ເພື່ອ​ເຮັດ​ການ​ຕັດສິນ​ໃຈ​ໃນ​ການ​ປະຕິບັດ​ກົດໝາຍ.
ທ່ານ​ກ່າວ​ວ່າ ຫລັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ຫ້ອງການ​ຕໍາຫລວດ
ເຂດເມືອງ Maricopa ​ເຈາະ​ຈົງ​ເລືອກ​ກວດ​ແຕ່ຊາວ​ຮິສແປ​ນິກ ຫລືເມັກຊິໂກ ທີ່​ເປັນຄົນ​ງານ
ປະ​ຈໍາ​ມື້ ​ໃນ​ຂະນະ​ທີ່​ບໍ່​ປະຕິບັດຕໍ່​ຄົນອາ​ເມຣິກັນ​ຜິວ​ຂາວຫລືພວກ​ເຊື້ອສາຍອາ​ຟຣິກາວ່າ
ເປັນຄົນ​ຕ່າງດ້າວທີ່​ບໍ່​ໄດ້​ຮັບ​ອະນຸຍາດ.

ການ​ຕັດສິນທີ່​ວ່າ​ນີ້ ​ແມ່ນ​ເປັນ​ຜົນມາ​ຈາກ​ການຟ້ອງ​ຮ້​ອງໃນ​ປີ​ກາຍ​ນີ້​ ​ໂດຍພວກ​ຂັບ​ລົດ​ຊາວ
ອາ​ເມຣິກາ​ລາ​ຕິນກຸ່ມ​ນຶ່ງ ທີ່ກ່າວ​ຫາວ່າ ພວກ​ເຈົ້າ​ໜ້າ​ທີ່​ຕໍາຫລວດທີ່ ​ເປັນ​ລູກ​ນ້ອງ​ທ່ານ​ ​
Arpaio ໄດ້ໃຊ້​ຜີວພັນ​ເປັນ​ສິ່ງ​ຕັດສິນ​ໃຈ​ວ່າ ຈະ​ຢຸດກວດ​ລົດ​ຄັນ​ໃດ. ການ​ຟ້ອງ​ຮ້ອງ​ນີ້ ບໍ່​ໄດ້
ຮຽກຮ້ອງຄ່າ​ເສຍ​ຫາຍ ​ພຽງແຕ່​ຢາກ​ໃຫ້​ມີ​ການ ປ່ຽນ​ແປງ​ໃນ​ການ​ປະຕິບັດເທົ່າ​ນັ້ນ.

ສະຫະພັນ ສິດ​ເສຣີພາບ ພົນລະ​ເມືອງອາ​ເມຣິກັນ ຫລື The American Civil Liberties
Union ​ໄດ້​ສັນລະ​ເສີນ​ການ​ຕັດສິນດັ່ງກ່າວ. ບັນດາກຸ່ມ​ປົກ ປ້ອງ​ສິດທິມະນຸດ​ຂອງ​ຊາວອາ​
ເມຣິກາ​ລາ​ຕິນ ກໍ​ໄດ້​ສັນລະ​ເສີນ​ ການ​ຕັດສິນນີ້​ເຊັ່ນ​ດຽວ​ກັນ ​ແລະ​ກ່າວ​ອີກ​ວ່າ ​ເຂົາ​ເຈົ້າຫວັງ
​ວ່າ​ຈະ​ໄດ້​ເຫັນ​ການ​ປະຕິ​ຮູບ​ໃນ ການຈັດຕັ້ງປະຕິບັດຢູ່​ທີ່ຫ້ອງການ​ຕໍາຫລວດ. ທ່ານ Apaio
ຜູ້​ທີ່​ໄດ້​ຮັບໄຊຊະ ນະໃນການ​ເລືອກ​ຕັ້ງເພື່ອ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກໃນ​ເດືອນ​ພະຈິກປີ​ກາຍ​
ນີ້ ຍັງ ​ບໍ່​ທັນໃຫ້​ຄວາມ​ເຫັນ​ໃດໆກ່ຽວ​ກັບ​ເລື່ອງ​ນີ້ ​ແຕ່​ກໍຄາດ​ວ່າ ​ຈະຂໍ​ອຸທອນ.

ລັດ Arizona ຕັ້ງ​ຢູ່ຕິດຊາຍ​ແດນກັບປະ​ເທດ Mexico ​ແລະ​ມັກ​ຈະ​ເປັນຈຸດ​ສູນ​ກາງ ​ໃນການ​ສົນທະນາ​ຫາລືກັນ​ກ່ຽວ​ກັບ​ນະ​ໂຍບາຍ​ຄົນ​ເຂົ້າ​ເມືອງ.
XS
SM
MD
LG