ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ປົກຄອງລັດອາຣິໂຊນາ ເຊັນລົງນາມຍົກເລີກ ຮ່າງກົດໝາຍກ່ຽວກັບການແທ້ງລູກ ເມື່ອປີ 1864


ຜູ້ປົກຄອງລັດອາຣິໂຊນາ ທ່ານນາງເຄທີ ຮອບສ໌ ເຊັນລົງນາມຍົກເລີກຮ່າງກົດໝາຍຫ້າມແທ້ງລູກ ໃນຍຸກສົງຄາມກາງເມືອງ ທີ່ໃກ້ຈະສິ້ນສຸດລົງແລ້ວ, ວັນທີ 2 ພຶດສະພາ 2024, ຢູ່ທີ່ນະຄອນຟິນິກ.
ຜູ້ປົກຄອງລັດອາຣິໂຊນາ ທ່ານນາງເຄທີ ຮອບສ໌ ເຊັນລົງນາມຍົກເລີກຮ່າງກົດໝາຍຫ້າມແທ້ງລູກ ໃນຍຸກສົງຄາມກາງເມືອງ ທີ່ໃກ້ຈະສິ້ນສຸດລົງແລ້ວ, ວັນທີ 2 ພຶດສະພາ 2024, ຢູ່ທີ່ນະຄອນຟິນິກ.

ທ່ານນາງເຄທີ ຮອບສ໌ (Katie Hobbs) ຜູ້ປົກຄອງລັດ ອາຣິໂຊນາ ຈາກພັກ ເດໂມແຄຣັດ ໄດ້ຍົກເລີກຂໍ້ຫ້າມສ່ວນໃຫຍ່ໃນຍຸກສົງຄາມກາງເມືອງກ່ຽວກັບ ການແທ້ງລູກໃນອະດີດ ໂດຍເຊັນລົງນາມໃນຮ່າງກົດໝາຍດັ່ງກ່າວໃນວັນພະ ຫັດວານນີ້ ເພື່ອທໍາການຍົກເລີກ.

ທ່ານນາງ ຮອບສ໌ ກ່າວວ່າ ການເຄື່ອນໄຫວດັ່ງກ່າວເປັນພຽງການເລີ້ມຕົ້ນຂອງ ການຕໍ່ສູ້ ເພື່ອປົກປ້ອງການເບິ່ງແຍງດ້ານສຸຂະພາບຈະເລີນພັນໃນລັດ ອາຣິໂຊນາ. ການຍົກເລີກກົດໝາຍສະບັບປີ 1864 ທີ່ສານສູງຂອງລັດຖະບານ ໄດ້ເອົາມາໃຊ້ຄືນອີກເມື່ອບໍ່ດົນມານີ້ ຈະບໍ່ມີຜົນບັງຄັບໃຊ້ຈົນກ່ວາ 90 ມື້ ລຸນຫຼັງກອງປະຊຸມນິຕິບັນຍັດສິ້ນສຸດລົງ, ເຊິ່ງໂດຍປົກກະຕິແລ້ວຈະມີຂຶ້ນໃນ ຊ່ວງເດືອນ ມິຖຸນາ ຫຼື ເດືອນ ກໍລະກົດ.

ບັນດາຜູ້ສະໜັບສະໜູນສິດທິການແທກລູກກ່າວວ່າ ພວກເຂົາເຈົ້າຫວັງວ່າສານ ຈະກ້າວເຂົ້າມາປ້ອງກັນໃນສິ່ງທີ່ອາດຈະເປັນພື້ນຖານອັນສັບສົນໃນການເຂົ້າ ເຖິງຂອງບັນດາເດັກຍິງ ແລະບັນດາແມ່ຍິງທັງຫຼາຍທົ່ວລັດອາຣິໂຊນາ ໃນຂະ ນະທີ່ກົດໝາຍໄດ້ຖືກນໍາສະເໜີ ແລະຈາກນັ້ນກໍມີການຕ່າວປີ້ນ.

ຄວາມພະຍາຍາມທີ່ຈະຍົກເລີກກົດໝາຍອັນຍືດເຍື້ອມາດົນນານ, ເຊິ່ງແມ່ນຫ້າມ ການແທ້ງລູກທັງໝົດ ຍົກເວັ້ນການກະທໍາດັ່ງກ່າວເພື່ອເປັນການຊ່ວຍຊີວິດ ຂອງຄົນເຈັບ, ບໍ່ໄດ້ຮັບການອະນຸມັດຈາກສະພານິຕິບັນຍັດໃນຂັ້ນສຸດທ້າຍໃນ ວັນພຸດວານນີ້ ຈາກການລົງຄະແນນສຽງຂອງສະພາສູງໃນຈໍານວນ 16 ຕໍ່ 14 ສຽງ, ໃນຂະນະທີ່ສະມາຊິກລັດຖະສະພາສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ສອງທ່ານກໍ ໄດ້ເຂົ້າຮ່ວມກັບພັກເດໂມແຄຣັດນໍາອີກດ້ວຍ.

ທ່ານນາງ ຮອບສ໌ ໄດ້ກ່າວປະນາມຕໍ່ “ການຫ້າມທີ່ໄດ້ຮັບຜ່ານໂດຍຜູ້ພວກຊາຍ 27 ຄົນ ກ່ອນທີ່ລັດອາຣິໂຊນາຈະກາຍມາເປັນລັດ, ໃນຊ່ວງເວລາທີ່ປະຊາຊົນ ຊາວອາເມຣິກັນຍັງຢູ່ໃນຊ່ວງສົງຄາມກ່ຽວກັບສິດທິໃນການເປັນເຈົ້າຂອງທາດ, ໃນຊ່ວງເວລາກ່ອນທີ່ແມ່ຍິງຈະສາມາດລົງຄະແນນສຽງໄດ້.”

ທ່ານນາງ ຮອບສ໌ ກ່າວລະຫວ່າງເຊັນລົງນາມໃນຮ່າງກົດໝາຍວ່າ “ການຫ້າມ ນີ້ຕ້ອງໄດ້ຮັບການຍົກເລີກ, ຂ້າພະເຈົ້າເຄີຍກ່າວກ່ຽວກັບສິ່ງນີ້ແລ້ວໃນ ປີ 2022 ເມື່ອ ທ່ານ ໂຣ (Roe) ຖືກໂຄ່ນລົ້ມອໍານາດ, ແລະຂ້າພະເຈົ້າກໍເວົ້າ ຊໍ້າແລ້ວຊໍ້າອີກໃນຖານະຜູ້ປົກຄອງລັດ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG