ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ປົກຄອງ ລັດ Arizona ວີໂຕ້ ຮ່າງກົດໝາຍ ຕໍ່ຕ້ານ ກະເທີຍ (ວີດີໂອ)


ຜູ້ປົກຄອງລັດ Arizona ທີ່ສັງກັດພັກຣີພັບບລີກັນ ທ່ານນາງ Jan Brewer ທີ່ນະຄອນ Phoenix (26 ກຸມພາ 2014)
ຜູ້ປົກຄອງລັດ Arizona ທີ່ສັງກັດພັກຣີພັບບລີກັນ ທ່ານນາງ Jan Brewer ທີ່ນະຄອນ Phoenix (26 ກຸມພາ 2014)
ທ່ານນາງ Jan Brewer ຜູ້ປົກຄອງລັດ Arizona ໃນພາກຕາເວັນ
ຕົກຂອງສະຫະລັດ ໃຊ້ສິດຢັບຢັ້ງ ຫລື veto ບໍ່ລົງນາມໃນຮ່າງກົດ
ໝາຍສະບັນນຶ່ງທີ່ເປັນບັນຫາໂຕ້ຖຽງກັນ ທີ່ຈະປົກປ້ອງພວກທຸລະ
ກິດຕ່າງໆ ຈາກການຟ້ອງຮ້ອງ ທີ່ບໍ່ຍອມໃຫ້ການບໍລິການ ຕໍ່ພວກ
ລູກຄ້າທີ່ຮັກຮ່ວມເພດດຽວກັນນັ້ນ.

ທ່ານນາງ Brewer ສັງກັດພັກ Republican ກ່າວວ່າ ກົດໝາຍ
ດັ່ງກ່າວ ສາມາດສ້າງຜົນເສຍຫາຍ ໃຫ້ແກ່ ເສດຖະກິດຂອງລັດ
ໂດຍກົດດັນໃຫ້ພວກທຸລະກິດອອກຈາກລັດໄປ. ນະຄອນ Phoe-
nix ກຳນົດຈະເປັນເຈົ້າພາບໃນການແຂ່ງຂັນ Super Bowl ໃນປີ
2015 ນັ້ນ.

ທ່ານນາງກ່າວວ່າ ມັນຈະໄດ້ຮັບຜົນສະທ້ອນ ແບບບໍ່ເຈດຕະນາ ແລະໃນທາງລົບ ແລະສາ
ມາດສ້າງຄວາມແຕກແຍກໃນລັດ ໃນຊ່ອງທາງຕ່າງໆ ທີ່ບໍ່ມີຜູ້ໃດຢາກເຫັນນັ້ນ.

ສະພານິຕິບັນຍັດ ພາຍໃຕ້ການນຳພາຂອງສະມາຊິກພັກ Republican ຂອງລັດ Arizona ໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວໃນສັບປະດາແລ້ວ. ພວກທີ່ສະໜັບສະໜຸນຮ່າງກົດໝາຍ ດັ່ງກ່າວ ເວົ້າວ່າ ມັນໃຫ້ສິດແກ່ພວກເຈົ້າຂອງທຸລະກິດ ເພື່ອສະແດງເສລີພາບທາງດ້ານສາ ສະໜາຂອງເຂົາເຈົ້າ ໂດຍບໍ່ຍອມໃຫ້ການບໍລິການແກ່ພວກລູກຄ້າທີ່ເປັນຄົນຮັກຮ່ວມເພດ ດຽວກັນແລະພວກປ່ຽນເພດນັ້ນ.

ພວກຄັດຄ້ານກ່າວວ່າ ກົດໝາຍຈະເປີດປະຕູ ສຳລັບການຈຳແນກກີດກັນ.

ພວກທຸລະກິດລາຍໃຫຍ່ຫຼາຍບໍລິສັດ ແລະພວກສະມາຊິກສະພາສູງສະຫະລັດສັງກັດພັກຣີ ພັບບລີກັນ 2 ທ່ານຈາກລັດ Arizona ຄືທ່ານ John McCain ແລະທ່ານ Jeff Flake ຮວມ ຢູ່ໃນບັນດາພວກທີ່ຮຽກຮ້ອງໃຫ້ທ່ານນາງ Jan Brewer ບໍ່ໃຫ້ລົງນາມ ໃນຮ່າງກົດໝາຍດັ່ງ ກ່າວນີ້.

ພວກສະມາຊິກສະພານິຕິບັນຍັດ Arizona ຫຼາຍທ່ານທີ່ໄດ້ລົງມະຕິເຫັນດີນຳຮ່າງກົດໝາຍ ດັ່ງກ່າວ ໃນເວລາຕໍ່ມາ ພາກັນກ່າວວ່າ ພວກເຂົາເຈົ້າເສຍໃຈ ທີ່ພວກເຂົາເຈົ້າໄດ້ເຫັນດີນຳ ແລະເຂົາເຈົ້າກໍໄດ້ຮຽກຮ້ອງໃຫ້ຜູ້ປົກຄອງລັດ ບໍ່ໃຫ້ລົງນາມໃນຮ່າງກົດໝາຍສະບັບນີ້ ເຊັ່ນ ກັນ.

Arizona Gay Rights
please wait
Embed

No media source currently available

0:00 0:00:26 0:00
XS
SM
MD
LG