ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກດັບເພີງ 19 ຄົນ ເສຍຊີວິດ ຍ້ອນໄຟໄໝ້ປ່າ ໃນລັດແອຣິໂຊນາ (ວີດິໂອ/ສະໄລດ໌)


ເຫດໄຟໄໝ້ປ່າ ຢູ່ລັດ ແອຣີໂຊນາ
please wait

No media source currently available

0:00 0:00:58 0:00

ເຫດໄຟໄໝ້ປ່າ ຢູ່ລັດ ແອຣີໂຊນາ

ເຈົ້າໜ້າທີ່ສະຫະລັດເວົ້າວ່າ ທີມງານດັບເພີງທີ່ມີ 19 ຄົນ ໄດ້
ເສຍຊີວິດໄປ ໃນວັນອາທິດວານນີ້ ໃນຂະນະຕໍ່ສູ້ກັບໄຟໄໝ້
ປ່າ ໃນລັດ​ແອຣີໂຊນາ.

ສະມາຄົມນັກມອດໄຟໄໝ້ປ່າຂອງສະຫະລັດ ໄດ້ຢືນຢັນຈໍານວນ
ຄົນເສຍຊີວິດ ດັ່ງກ່າວຢູ່ໃນໜ້າ Facebook ຂອງຕົນ. ທ່ານ Art
Morrison ເຈົ້າໜ້າທີ່ປ່າໄມ້ຂອງລັດດັ່ງກ່າວ ບອກອົງການຂ່າວ
CNN ວ່າ ນັກດັບເພີງເຫລົ່ານັ້ນ ແມ່ນ ທີມງານດັບເພີງຊັ້ນ​ນໍາ.
ທ່ານເວົ້າວ່າ ປະກົດວ່າ ໄຟໄດ້ລຸກລາມ​ໄໝ້ພວກເຂົາເຈົ້າຢ່າງ​ໄວ ແລະເມື່ອພວກນັບດັບເພີງຄົນອື່ນໄປເຖິງ ພວກເຂົາເຈົ້າກໍເສຍ ຊີວິດໄປແລ້ວ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ທີ່ປັດຈຸບັນ ຍັງຢ້ຽມຢາມອາຟຣິກາໄດ້
ອອກຖະແຫລງການສະບັບນຶ່ງ ໃນເຊົ້າວັນຈັນມື້ນີ້ ເອີ້ນພວກນັກດັບເພີງດັ່ງກ່າວນີ້ວ່າ “ວີລະຊົນ.” ທ່ານເວົ້າວ່າ ທ່ານແລະທ່ານນາງ Michelle ແມ່ນ ຮ່ວມຈິດຮ່ວມໃຈກັບຊາວ
ອາເມຣິກັນທັງໝົດ “ໃນການສົ່ງຄວາມຄິດຮອດ ຄິດເຖິງແລະຄໍາໄຫວ້ວອນ​ໄວ້ອາໄລ ໄປ
ຫາຄອບຄົວຂອງພວກນັກດັບເພີງ ທີ່ ອາດຫານເຫລົ່ານີ້ ແລະໄປຫາບັນດາ​ຜູ້ທີ່ຊີວິດ
ຂອງເຂົາເຈົ້າຖືກກະທົບຢ່າງ ໃຫຍ່ຫລວງ ຍ້ອນໂສກນາດຕະກໍາດັ່ງກ່າວ.” ໄຟໄໝ້ປ່າ
ທີ່ລຸກລາມໄປຢ່າງວ່ອງໄວຢູ່ໃກ້ກັບເມືອງນ້ອຍ Yarnell ຊຶ່ງຕັ້ງຢູ່ປະມານ 130 ກິໂລແມັດ
ທາງຕາເວັນອອກສຽງເໜືອຂອງນະຄອນ Phoenix ໄດ້ລາມໄໝ້ພື້ນທີ່ ຫລາຍເຖິງ 800
ເຮັກຕາ ນັບແຕ່ວັນສຸກຜ່ານມາ ແລະໄດ້ ທໍາລາຍຕຶກອາຄານຫລາຍຫລັງ. ມີນັກດັບເພີງ
ຫລາຍກວ່າ 200 ຄົນ ຕໍ່ສູ້ ກັບເຫດໄຟໄໝ້ດັ່ງກ່າວ.

ວີດິໂອ: ເຈົ້າໜ້າທີ່ຊອກຮູ້ສາເຫດ ກ່ຽວກັບການຕາຍຂອງພວກດັບເພີງ

Investigators Seek Answers in Arizona Firefighter Deaths
please wait

No media source currently available

0:00 0:01:29 0:00
ລິງໂດຍກົງ

ເຈົ້າໜ້າທີ່ໄດ້ອອກຄໍາສັ່ງໃຫ້ຍົກຍ້າຍຄົນອອກຈາກເມືອງ Yarnell ແລະອີກ ເມືອງນຶ່ງ
ທີ່ຢູ່ໃກ້ນັ້ນ ໂດຍໃຊ້ໂທລະສັບສຸກເສີນເບີ 911 ຮຽກຮ້ອງ​ໄປ​ຍັງ​ປະຊາຊົນ ແລະການເຕືອນ
ແບບ​ໄປເຄາະປະຕູເຮືອນແຕ່ລະຫລັງ. ພວກເຂົາ ເຈົ້າເວົ້າວ່າ ແປວໄຟກໍາລັງເປັນໄພຂົ່ມ
ຂູ່ຕໍ່ເຮືອນຊານ ຫລາຍຮ້ອຍຫລັງ.

ລັດ​ແອຣີໂຊນາ ແລະລັດຄາລິຟໍເນຍ ພ້ອມທັງ Nevada ຊຶ່ງເປັນລັດຢູ່ໃກ້ຄຽງກັນນັ້ນ ແມ່ນ
ຕົກຢູ່ໃນກາງຂອງກະແສຄວາມຮ້ອນຢ່າງຮຸນແຮງ. ອຸນນະພູມຢູ່ ໃນຂົງເຂດນັ້ນ ແມ່ນຖີບ
ຕົວສູ່ລະດັບສູງສຸດໃນປະຫວັດສາດ, ແລະຄໍາເຕືອນກ່ຽວກັບຄວາມຮ້ອນເກີນຂອບເຂດ ກໍາລັງມີຜົນບັງຄັບໃຊ້ ຢູ່ທົ່ວຂົງເຂດດັ່ງກ່າວ.

ເບິ່ງປະມວນພາບໄຟໄໝ້ປ່າຢູ່ລັດແອຣີໂຊນາ:
XS
SM
MD
LG