ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການເພີ້ມ ຄວາມພະຍາຍາມ ເພື່ອຊອກຫາ ເຮືອດຳນໍ້າ ອາເຈັນຕີນາ ທີ່ຫາຍສາບສູນ


ຮູບພາບກອງທັບເຮືອດຳນໍ້າ ອາເຈັນຕີນາ ARA San Juan ທີ່ສ້າງຢູ່ປະເທດເຢຍຣະມັນ.
ຮູບພາບກອງທັບເຮືອດຳນໍ້າ ອາເຈັນຕີນາ ARA San Juan ທີ່ສ້າງຢູ່ປະເທດເຢຍຣະມັນ.

ກອງທັບເຮຶອ Argentina ກ່າວ​ວ່າ ສຽງທີ່ໄດ້ຍິນ ຢູ່​ໃກ້​ກັບ​ບ່ອນທີ່​ເຮືອ​ດຳ​ນໍ້າ​ໄດ້​ຫາຍ
​ສາບສູນ ​ໄປ​ອາທິດ​ແລ້ວ​ນີ້ ບໍ່ແມ່ນຊະນິດຂອງສັນຍານ ຮ້ອງຂໍການ ຊ່ວຍເຫລືອ​ສຸ​ກ
​ເສີນ ​ແລະກໍ​ບໍ່​ເຊື່ອວ່າ​ ມາ​ຈາກ​ເຮືອ​ດຳ​ນໍ້າ.

ສຽງ​ດັ່ງກ່າວໄດ້ພາໃຫ້ມີ​ຄວາມ​ຫວັງວ່າ ບາງຄົນໃນບັນດາ​ລູກ​ເຮືອ 44 ຄົນ​ຂອງ​ເຮືອ
ດຳ​ນໍ້າ ARA San Juan ໄດ້ຕັ້ງໃຈທີ່ຈະ​ສົ່ງ​ສັນຍານ ໃຫ້ແກ່ພວກທີ່ຊອກ​ຫາຢູ່​ມະຫາ​
ສະໝຸດ Atlantic ຕອນ​ໃ​ຕ້.

ກອງທັບ​ເຮືອ​ຍັງໄດ້​ກ່າວ ໃນວັນ​ຈັ​ນວານ​ນີ້ວ່າ ​ເຮືອ​ດຳ​ນໍ້າ​ລຳນີ້ ໄດ້​ລາຍ​ງາ​ນວ່າ ເກີດ
ບັນຫາກ່ຽວກັບ​ລະບົບ​ໄຟຟ້າ ​ແລະ​ໄດ້​ສັ່ງ​ໃຫ້​ກັບ​ຄືນ​ເຂົ້າ​ທ່າຢູ່ Mar del Plata 400 ກິ
ໂລ​ແມັດ ຢູ່ທາງໃຕ້​ນະຄອນ Buenos Aires ​ເວລາເຣືອລຳນີ້​ໄດ້​ຫາຍ​ສາບ​ສູນ.

Brazil, Chile, Uruguay, Peru ສະຫະລັດ ​ແລະ​ອັງກິດ ​ໄດ້​ພະຍາຍາມ ຮ່ວມ​ກັນ
ຊອກ​ຫາ ​ແຕ່ໄດ້​ຖືກ​ລົບ​ກວນ​ຈາກ​ລົມ​ແຮ​ງ ​ແລະ​ຄື້ນຟອງທະເລ.

ອັງກິດ ທີ່​ໄດ້ສູ້​ລົບ​ໃນສົງຄາມ​ກັບ Argentina ​ເມື່ອ​ຊຸມ​ປີ 1980 ກຳລັງ​ໃຊ້​ເຄື່ອ ວິທະຍາ
ສາດ​ຄົ້ນ​ຫາ​ຢູ່​ພື້ນ​ທະ​ເລ. ສະຫະລັດ​ໄດ້ສົ່ງ​ເຮືອບິນຊອກ​ຄົ້ນຄວ້າ ​ຂອງ​ອົງກາ​ນ NASA ​ເຮືອບິນຕາມ​ລ່າຫາ​ເຮືອ​ດຳ​ນໍ້າ ພ້ອມ​ດ້ວຍ​ ໜ່ວຍ​ກູ້​ໄພ​ເຮືອດຳ​ນໍ້າ.

​ເຮືອ​ດຳ​ນໍ້າ​ທີ່​ມີ​ຄວາມ​ຍາວ 66 ​ແມັດ ສ້າງ​ຢູ່່​ເຢຍຣະມັນ ທີ່ແລ່ນດ້ວຍນໍ້າມັນ​ກາຊວນ ໄດ້


ຮັບ​ໃຊ້​ມາ​ແຕ່​ປີ 1985. ​ເຈົ້າ​ໜ້າ​ທີ່​ເຮືອ​ດຳ​ນໍ້າ ​ແມ່ຍິງ​ຄົນ​ທຳ​ອິດ​ຂອງ Argentina ທ່ານ​
ນາງ Eliana Krawczyk ແມ່ນ​ສະມາຊິກຄົນ​ຂອງພວກ​ລູກ​ເຮືອດຳນ້ຳລຳນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Argentina Submarine
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG