ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄອຍະການຂອງອາເຈັນຕິນາ ຮຽກຮ້ອງໃຫ້ສານຕັດສິນລົງໂທດ ຂັງຄຸກຮອງປະທານາທິບໍດີ 12 ປີ


ອະດີດຮອງປະທານາທິບໍດີ ຄຣິສຕີນາ ເຟີນານເດສ ໄດ້ເດີນທາງໄປຮອດໜ່ວຍເລືອກຕັ້ງ ເພື່ອລົງຄະແນນສຽງ ໃນເມືອງຣີໂອ ກາລເລໂກສ ຂອງອາເຈັນຕິນາ, ເມື່ອວັນອາທິດ ທີ 27 ຕຸລາ 2019. 
ອະດີດຮອງປະທານາທິບໍດີ ຄຣິສຕີນາ ເຟີນານເດສ ໄດ້ເດີນທາງໄປຮອດໜ່ວຍເລືອກຕັ້ງ ເພື່ອລົງຄະແນນສຽງ ໃນເມືອງຣີໂອ ກາລເລໂກສ ຂອງອາເຈັນຕິນາ, ເມື່ອວັນອາທິດ ທີ 27 ຕຸລາ 2019. 

ໃນວັນຈັນວານນີ້ ບັນດາໄອຍະການ ໄດ້ຂໍຮ້ອງຜູ້ພິພາກສາ ໃຫ້ຕັດສິນລົງໂທດຮອງປະທານາທິບໍດີ ອາເຈັນຕິນາ ຄຣິສຕີນາ ເຟີນານເດສ ໃຫ້ຂັງຄຸກ 12 ປີ ແລະຫ້າມບໍ່ໃຫ້ທ່ານນາງ ດຳລົງຕຳແໜ່ງໃດໆຂອງທາງການ ຕະຫຼອດຊີວິດ ສຳລັບຂໍ້ຫາ ທີ່ນຳໄປສູ່ການສົມຮູ້ຮ່ວມຄິດ ໃນການຄາດຕະກຳ ທີ່ພົວພັນກັບການອະນຸຍາດໃຫ້ສຳປະທານວຽກງານສາທາລະນະຕໍ່ເພື່ອນຄົນນຶ່ງ ແລະພັນທະມິດ ອີງຕາມລາຍງານຂອງອົງການຂ່າວເອພີ.

“ພວກເຮົາກຳລັງປະເຊີນກັບການເຄື່ອນໄຫວສໍ້ລາດບັງຫຼວງທີ່ ໃຫຍ່ທີ່ສຸດຂອງ ປະເທດນີ້ ທີ່ບໍ່ເຄີຍຮູ້ເຫັນມາກ່ອນ” ໄອຍະການ ທ່ານດີເອໂກ ລູຊຽນນີ ໄດ້ກ່າວໃນການໂຕ້ແຍ້ງຂອງທ່ານ ໃນລະຫວ່າງການດຳເນີນຄະດີຂອງທ່ານນາງເຟີນານເດສ ຜູ້ທີ່ເຄີຍເປັນປະທານາທິບໍດີ ຂອງອາເຈັນຕິນາ ຈາກປີ 2007 ແລະ 2015 ກ່ອນທີ່ຈະໄດ້ກາຍມາເປັນຮອງປະທານາທິບໍດີ ໃນປີ 2019.

ຂໍ້ຫາການສໍ້ໂກງດັ່ງກ່າວຕໍ່ປະເທດ ໄດ້ສ້າງຄວາມເສຍຫາຍແກ່ປະເທດຈຳນວນ ປະມານ 1 ຕື້ໂດລາ ທ່ານ ລູຊຽນນີ ໄດ້ກ່າວ.

ອະດີດປະທານາທິບໍດີ ໄດ້ປະຕິເສດຕໍ່ຂໍ້ຫາຕ່າງໆຢ່າງໃຫຍ່ ໃນການຖືກດຳເນີນຄະດີມາໄດ້ສາມປີ ແລະທ່ານນາງ ໄດ້ກ່າວວ່າ ບັນດາຜູ້ພິພາກສາ ໄດ້ຕັດສິນລົງໂທດທ່ານນາງໄປແລ້ວ “ທີ່ໄດ້ຂຽນເປັນລາຍຫລັກອັກສອນ ແລະແມ່ນກະທັງໄດ້ຖືກລົງນາມ.”

ທ່ານນາງເຟີນານເດສ ໄດ້ອະທິບາຍເຖິງການດຳເນີນຄະດີ ເປັນຄວາມພະຍາຍາມເພື່ອນຳໃຊ້ສານ ໃຫ້ຢຸດຢັ້ງທ່ານນາງ ບໍ່ໃຫ້ດຳລົງຕຳແໜ່ງ ທີ່ໄດ້ຖືກເລືອກຕັ້ງມານັ້ນອີກ ແລະບັນດາພັນທະມິດຂອງທ່ານນາງ ເປັນຄືກັບການຖືກປະຫັດປະຫານທາງດ້ານການເມືອງ.

ສຳນັກງານປະທານາທິບໍດີ ກໍໄດ້ອອກມາໃຫ້ການສະໜັບສະໜຸນທ່ານນາງເຟີນານເດສ ໂດຍກ່າວວ່າ ທ່ານນາງເປັນຜູ້ເຄາະຮ້າຍຂອງ “ການປະຫັດປະຫານໂດຍສານ ແລະສື່ມວນຊົນ.”

ປະທານາທິບໍດີຄົນປັດຈຸບັນ ທ່ານອາລເບີດໂຕ ເຟີນານເດສ ຍັງໄດ້ສະແດງຄວາມເຫັນ ທີ່ຖືກນຳລົງໃນສື່ສັງຄົມວ່າ “ເປັນນ້ຳນຶ່ງໃຈດຽວ” ກັບຜູ້ທີ່ເປັນເບີສອງຂອງທ່ານ.

ທ່ານລູຊຽນນີ ໄດ້ກ່າວຕໍ່ຜູ້ພິພາກສາທັງຫຼາຍວ່າ ພວກເຂົາເຈົ້າ ຈະເປັນຜູ້ກ່າວຄຳສຸດທ້າຍກ່ຽວກັບວ່າ “ສໍ້ລາດບັງຫຼວງ ຫຼືວ່າ ຄວາມຍຸຕິທຳ” ຈະຊະນະຫຼືບໍ່.

ເຖິງຢ່າງໃດກໍຕາມ ທ່ານນາງເຟີນານເດສ ໄດ້ປະເຊີນກັບຂໍ້ກ່າວຫາສໍ້ລາດບັງຫຼວງມາຫຼາຍຄັ້ງແລ້ວ ສຳລັບງານລ້ຽງຕ່າງໆທີ່ໄດ້ເກີດຂຶ້ນໃນຂະນະທີ່ທ່ານນາງດຳລົງຕຳແໜ່ງຢູ່ນັ້ນ ອັນນີ້ເປັນຂີດໝາຍຄັ້ງທຳອິດທີ່ການດຳເນີນຄະດີຕໍ່ອະດີດປະທານາທິບໍດີ ໄດ້ຜ່ານມາໄກເຖິງປານນີ້ໄດ້ ທີ່ລວມມີ ອະດີດໄອຍະການ ທີ່ຮຽກຮ້ອງໃຫ້ຕັດສິນລົງໂທດ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG