ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Argentina ໄວ້ອາໄລ ໃຫ້ຜູ້ເສຍຊີວິດ ຍ້ອນ ໄພນໍ້າຖ້ວມ (ວີດິໂອ)


ຊາວອາເຈັນຕີນາຈໍານວນນຶ່ງ ອົບພະຍົບຫລົບໄພນໍ້າຖ້ວມທີ່ເກີດຈາກ
ຝົນຕົກໜັກ ເປັນເວລາຫລາຍວັນ
ຊາວອາເຈັນຕີນາຈໍານວນນຶ່ງ ອົບພະຍົບຫລົບໄພນໍ້າຖ້ວມທີ່ເກີດຈາກ ຝົນຕົກໜັກ ເປັນເວລາຫລາຍວັນ
Argentina ກໍາລັງທໍາການໄວ້ອາໄລເປັນເວລາ 3 ວັນ ຕໍ່ການ
ເສຍຊີວິດຂອງ ຢ່າງໜ້ອຍ 52 ຄົນ ໃນໄພນໍ້າຖ້ວມທີ່ເກີດຈາກ
ຝົນຕົກໜັກເປັນເວລາຫລາຍວັນ.

ພວກເຈົ້າໜ້າທີ່ເວົ້າວ່າ 46 ຄົນເສຍຊີວິດໄປໃນເມືອງ LaPlata
ແລະຜູ້ໄດ້ ຮັບເຄາະຮ້າຍອີກ 6 ຄົນ ແມ່ນເສຍຊີວິດຢູ່ບໍ່ໄກປານໃດ
ຄືທີ່ນະຄອນຫລວງ Buenos Aires.

ຫລັງຈາກມີການສໍາຫລວດຄວາມເສຍຫາຍໃນເມືອງ LaPlata
ໃນວັນພຸດ ວານນີ້ແລ້ວ ທ່ານນາງ Christina Fernandez ປະ
ທານາທິບໍດີ Argentina ຮຽກຮ້ອງໃຫ້ມີການລາດຕະເວນຂອງຕໍາຫລວດເພີ້ມຂຶ້ນ ເພື່ອປ້ອງກັນຊີວິດ ແລະຊັບສິນຂອງປະຊາຊົນ.

ນອກນັ້ນ ທ່ານນາງຍັງໃຫ້ຄໍາໝັ້ນສັນຍາວ່າ ຈະຊ່ວຍໃນການພິສູດສົບພວກເຄາະຮ້າຍ. ອົງ
ການສະພາກາແດງຂອງ Argentina ກໍາລັງໃຫ້ການຊ່ວຍ ເຫລືອແບບສຸກເສີນຕໍ່ພວກທີ່
ອົບພະຍົບຫລົບໄພນໍ້າຖ້ວມດັ່ງກ່າວ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:
ໄພນໍ້າຖ້ວມ ຢູ່ Argentina
please wait

No media source currently available

0:00 0:00:33 0:00
XS
SM
MD
LG