ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາເຈັນຕີນາ ແລະ ແບລຢ້ຽມ ຊະນະ ການແຂ່ງຂັນ ເຕະບານໂລກ ຢ່າງຕື່ນເຕັ້ນ (ສະໄລດ໌/ວີດີໂອ)


ທ້າວ Angel Di Maria ທີມອາເຈນຕີນາ ສະຫຼອງໄຊ ຫຼັງຈາກ ເຕະບານເຂົ້າໂກນ ກັບເພື່ອນໃນທີມ ທ້າວ Lionel Messi ໃນລະຫວ່າງການຕໍ່ເວລາພິເສດໃນຮອບ 16 ທີມ ທີ່ສະໜາມກີລາ ທີ່ເມືອງ Sao Paulo, ວັນທີ 1 ກໍລະກົດ 2014.
ທ້າວ Angel Di Maria ທີມອາເຈນຕີນາ ສະຫຼອງໄຊ ຫຼັງຈາກ ເຕະບານເຂົ້າໂກນ ກັບເພື່ອນໃນທີມ ທ້າວ Lionel Messi ໃນລະຫວ່າງການຕໍ່ເວລາພິເສດໃນຮອບ 16 ທີມ ທີ່ສະໜາມກີລາ ທີ່ເມືອງ Sao Paulo, ວັນທີ 1 ກໍລະກົດ 2014.

ການ​ແຂ່ງຂັນ​ເຕະບານ​ໂລກ ສອງ​ຄູ່ ​ໃນ​ວັນ​ອັງຄານ​ວານ​ນີ້ ​ທີ່
Brazilໄດ້​ດຳ​ເນີນ​ໄປ​ຢ່າງ​ຕື່ນ​ເຕັ້ນ​ທີ່​ສຸດ ​ເວລາ​ທີ​ມ Argentina
​ແລະ​ທີ​ມBelgium ຊະນະ​ການ​ແຂ່ງຂັນ​ ໃນ​ເວລາ​ຕໍ່​ພິ​ເສດ ​
ໂດຍ​ຈະ​ໄດ້​ເຂົ້າ​ໄປຫລິ້ນໃນ​ຮອບ​ 8 ທີ​ມ.

ທີ​ມ Argentina ຊະນະທີ​ມ Switzerland ທີ່​ເມືອງ Sao Paulo
1 ປະຕູ​ຕໍ່ 0 ຫຼັງ​ຈາກ​ເຕະ​ເຂົ້າ​ປະຕູ​ໃນ​ນາທີ 118.

Switzerland ​ໄດ້​ເຕະ​ລູກ​ໂທດ ​ແຕ່​ໄດ້​ຖືກ​ກີດ​ກັນ​ຈາກ​ໜ່ວຍ​ປ້ອງ​ກັນຂອງ​ທີ​ມ Argentina.

ທີ່ເມືອງ Salvador ທີ​ມ Belgium ​ແລະ​ທີ​ມສະຫະລັດ​ໄດ້​ສະ​ເໝີ​ກັນ 0 ປະຕູຕໍ່ 0 ​ໃນ​ການ​ແຂ່ງ​ກັນໃນ​ເວລາ​ທຳ​ມະ​ດາ ​ແຕ່​ທີ​ມ Belgiumໄດ້​ນຳ​ໜ້າ 2 ປະຕູ​ຕໍ່ 0 ​ແລະ​ຮັກສາ​
ຄະ​ແນນ​ໄວ້​ໄດ້​ໂດຍ​ຊະນະ​ສະຫະລັດ​ດ້ວຍ​ຄະ​ແນນ 2 ປະຕູ​ຕໍ່ 1 ​ໃນ​ທີ່ສຸດ ຊຶ່ງ​ເຮັດ​ໃຫ້​ສະຫະລັດ​ຕົກ​ຮອບໄປ.

ທ້າວ Kevin De Bruyner ຂອງ​ທີ​ມ Belgium ​ໄດ້​ເຕະ​ເຂົ້າ​ປະຕູ​ໃນ​ນາທີ​ທີ​ສາມ​ຂອງ​ການ​ຫຼິ້ນ​ໃນ​ເວລາ​ຕໍ່​ພິ​ເສດ ​ຫຼັງ​ຈາກ​ໄດ້​ຮັບ​ລູກ​ບານ​ຈາກ​ທ້າວ Romelu Kukaku.

​ໃນ​ເວລາ​ຕໍ່​ມາ​ບໍ່​ເທົ່າ​ໃດ​ນາທີ ທ້າວ De Bruyne ຕອບ​ແທນ ​ໂດຍ​ສົ່ງ​ບານ​ໃຫ້​ທ້າວ Kukaku ​ເຕະ​ເຂົ້າ​ໂກນ ​ເຮັດ​ໃຫ້ Belgium ນຳ​ໜ້າ 2ປະຕູ​ຕໍ່ 0.

ທີ​ມສະຫະລັດ ບໍ່​ໄດ້​ລົດ​ລະ ທ້າວ Julian Green ກອງ​ໜ້າ ​ໄດ້​ພັງປະຕູ ​ໃນ​ນາທີ 107 ເຮັດ​ໃຫ້​ເກ​ມ ມີ​ຄະ​ແນນ 2 ປະຕູ​ຕໍ່ 1 ແລະ​ຜູ້ກ່ຽວ​ມີ​ອາຍຸ​ພຽງ 19 ປີ ຊຶ່ງ​ເປັນນຶ່ງ​ໃນ​ບັນດາ​ນັກ​ຫຼິ້ນ​ໜຸ່ມ​ທີ່ສຸດ ທີ່​ສາມາດພັງປະຕູໄດ້ໃນ​ການ​ແຂ່ງຂັນ​ເຕະບານ​ໂລກ. ທີ​ມອາ​ເມຣິກັນ ​ໄດ້​ສືບ​ຕໍ່​ກົດ​ດັນ​ ແລະ​ໄດ້​ມີ​ໂອກາດ​ ຈະ​ທຳ​ຄະ​ແນນ​ໄດ້​ຫຼາຍ​ບັ້ນ ​ໃນ​ນາທີ​ສຸດ​ທ້າຍ ​ແຕ່​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ໄດ້.

ບັດ​ນີ້ ​ໃນ​ຂັ້ນ​ຕໍ່​ໄປ ທີ​ມ Belgium ຈະ​ພົບ​ປະ​ກັບ​ທີ​ມ Argentina ​ໃນຮອບ 8 ທີມ.

ການແຂ່ງຂັນໃນຮອບ 8 ທີມ​ ແມ່ນໄດ້ຈັດກັນໄວ້ຮຽບຮ້ອຍ​ແລ້ວ. ​ໃນ​ວັນ​ສຸກນີ້ ຝຣັ່ງຈະ​ແຂ່ງ​ກັບ​ເຢຍຣະມັນ ທີ່​ນະຄອນ Rio de Janeiro ​ແລະ​ Colombia ຈະ​ພົບ​ກັນ​ Bra
zil ທີ່​ເມືອງ Fortaleza . ​ໃນ​ວັນ​ເສົາ Costa Rica ຈະ​ແຂ່ງ​ກັບ​ Netherlands ທີ່
ເມືອງ​ Salvador ​ແລະ​ Argentina ຈະ​ພົບ​ປະ​ກັບ​ Belgium ທີ່​ນະຄອນ Brasilia.

Experts Divided on Socio-Economic Benefits of World Cup
please wait

No media source currently available

0:00 0:02:54 0:00

XS
SM
MD
LG