ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອາເຈັນຕີນາ ປົດຫົວໜ້າ ກອງທັບເຮືອ ອອກຈາກຕຳແໜ່ງ ຍ້ອນເຮືອດຳນໍ້າ ຫາຍສາບສູນ


ປະທານາທິບໍດີ ອາເຈັນຕີນາ ທ່ານ ໂມຣິຊີໂອ ມາຄຣີ ລົມກັບພົນເຮືອເອກ ມາເຊໂລ ສເຣີ (ຢືນ), ເສນາທິການ
ທະຫານເຮືອ, ທີ່ສຳນັກງານໃຫຍ່ກອງທັບເຮືອ ໃນນະຄອນ
ຫຼວງ ບູເອນັອສ ແອເຣັສ. ອາເຈັນຕີນາ. 21 ພະຈິກ, 2017.
ປະທານາທິບໍດີ ອາເຈັນຕີນາ ທ່ານ ໂມຣິຊີໂອ ມາຄຣີ ລົມກັບພົນເຮືອເອກ ມາເຊໂລ ສເຣີ (ຢືນ), ເສນາທິການ ທະຫານເຮືອ, ທີ່ສຳນັກງານໃຫຍ່ກອງທັບເຮືອ ໃນນະຄອນ ຫຼວງ ບູເອນັອສ ແອເຣັສ. ອາເຈັນຕີນາ. 21 ພະຈິກ, 2017.

ລັດຖະບານ ອາເຈັນຕີນາ ໄດ້ປົດຫົວໜ້າກອງທັບເຮືອຂອງເຂົາເຈົ້າອອກ ລຸນຫຼັງການ
ຫາຍສາບສູນຂອງເຮືອດຳນໍ້າ ພ້ອມດ້ວຍສະມາຊິກລູກເຮືອ 44 ຄົນ.

ໜັງສືບພິມ ລາ ນາຊີໂອນ (La Nacion) ຂອງ ອາເຈັນຕີນາ ໄດ້ລາຍງານໃນວັນເສົາ
ວານນີ້ວ່າ ລັດຖະມົນຕີປ້ອງກັນປະເທດ ທ່ານ ອັອສກາ ອາກວາດ ໄດ້ຂໍໃຫ້ພົນເຮືອເອກ
ທ່ານ ມາເຊໂລ ເອດູອາໂດ ຮິໂປລິໂຕ ສເຣີ (Marcelo Eduardo Hipolito Srur)
ລາອອກຈາກຕຳແໜ່ງ. ການເຄື່ອນໄຫວດັ່ງກ່າວ ໄດ້ເກີດຂຶ້ນນຶ່ງເດືອນ ຫຼັງຈາກການ
ຕິດຕໍ່ຄັ້ງສຸດທ້າຍ ກັບເຮືອດຳນໍ້າ ARA ແຊນ ຮວນ.

ຜູ້ທີ່ຈະເຂົ້າດຳລົງຕຳແໜ່ງແທນພົນເຮືອເອກນັ້ນ ແມ່ນຍັງບໍ່ທັນໄດ້ຖືກປະກາດເທື່ອ.

ເຮືອດຳນໍ້າລຳດັ່ງກ່າວ ໄດ້ຫາຍສາບສູນໄປ ໃນພາກໃຕ້ ຂອງມະຫາສະໝຸດແອັດແລນ
ຕິກ ໃນວັນທີ 15 ພະຈິກທີ່ຜ່ານມາ ພ້ອມກັບທະຫານເຮືອ 44 ຄົນ ແລະ ຍັງຊອກຫາ
ບໍ່ເຫັນເທື່ອ.

ເຮືອດຳນໍ້າ ARA ແຊນຮວນ, ໃນທະເລໃກ້ນະຄອນຫຼວງ ບູເອນັອສ ແອເຣັສ, ອາເຈັນຕີນາ.
ເຮືອດຳນໍ້າ ARA ແຊນຮວນ, ໃນທະເລໃກ້ນະຄອນຫຼວງ ບູເອນັອສ ແອເຣັສ, ອາເຈັນຕີນາ.

ເຮືອດຳນໍ້າລຳດັ່ງກ່າວ ມີອາກາດເພື່ອຊ່ອຍຊີວິດຢູ່ໃຕ້ນໍ້າໄດ້ ປະມານ 10 ວັນ. ໃນ
ທ້າຍເດືອນພະຈິກທີ່ຜານມາ, ໜ່ວຍປະຕິບັດພາລະກິດກູ້ໄພກໍໄດ້ປະກາດຍົກເລີກ
ການຊອກຄົ້ນຫາດັ່ງກ່າວ.

ບັນດານັກສືບສວນສອບສວນໄດ້ພິຈາລະນາວ່າ ສຽງລະເບີດຖືກຈັບໄດ້ໃນບໍລິເວນ
ບ່ອນທີ່ເຮືອດຳນໍ້າຖືກຮັບຮູ້ເປັນຄັ້ງສຸດທ້າຍ.

ອາເຈັນຕີນາ ໄດ້ສືບຕໍ່ການປະຕິບັດພາລະກິດກອບກູ້ຂອງເຂົາເຈົ້າຕໍ່ໄປ, ແຕ່ແນວໃດ
ກໍຕາມ, ກອງທັບເຮືອໄດ້ປະກາດໃນວັນເສົາວານນີ້ວ່າ ເຂົາເຈົ້າ “ຍັງຄົງມີຄວາມໝາຍ
ໝັ້ນ ຕໍ່ບັນດາຄອບຄົວຂອງສະມາຊິກລູກເຮືອ 44 ຄົນ” ນັ້ນຢູ່.

ການຄົ້ນຫາໄດ້ຖືກຢຸດໄວ້ໃນວັນເສົາວານນີ້ ຍ້ອມມີລົມ ແລະ ຄື້ນສູງເຖິງ 5 ແມັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG