ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາເຈັນຕິນາ ດຽວນີ້ ມີກໍລິນີຜູ້ຕິດໄວຣັສ ໂຄວິດ-19 ທີ່ໄດ້ຮັບການຢືນຢັນ ເຖິງ 1 ລ້ານຄົນແລ້ວ


ຊາຍຜູ້ເຖົ້າ ທີ່ມີອາການຂອງໄວຣັສໂຄໂຣນາສາຍພັນໃໝ່ ແມ່ນກຳລັງຖືກຍົກຍ້າຍຈາກ ບ້ານພັກຄົນຊະລາ Carpe Diem ໄປຍັງໂຮງໝໍໃນນະຄອນບູແອນົສ ແອເຣັສ, ວັນທີ 07 ພຶດສະພາ 2020.
ຊາຍຜູ້ເຖົ້າ ທີ່ມີອາການຂອງໄວຣັສໂຄໂຣນາສາຍພັນໃໝ່ ແມ່ນກຳລັງຖືກຍົກຍ້າຍຈາກ ບ້ານພັກຄົນຊະລາ Carpe Diem ໄປຍັງໂຮງໝໍໃນນະຄອນບູແອນົສ ແອເຣັສ, ວັນທີ 07 ພຶດສະພາ 2020.

ອາເຈັນຕິນາ ດຽວນີ້ ເປັນປະເທດທີ່ຕິດອັນດັບທີຫ້າຂອງໂລກ ຊຶ່ງມີກໍລະນີຜູ້ຕິດໄວຣັສໂຄວິດ-19 ຫຼາຍກວ່ານຶ່ງລ້ານຄົນທີ່ໄດ້ຮັບການຢືນຢັນ ຂໍ້ມູນທີ່ໄດ້ຖືກເກັບ ກຳໂດຍແຫຼ່ງສູນກາງໄວຣັສໂຄໂຣນາຂອງມະຫາວິທະຍາໄລຈອນສ໌ ຮັອບກິນສ໌ ສະແດງໃຫ້ເຫັນວ່າ ປະເທດໃນທະວີບອາເມຣິກາໃຕ້ນີ້ ໄດ້ມີຄົນຕິດເຊື້ອໄວຣັສທັງໝົດ 1,002,662 ກໍລະນີຕິດແລ້ວ.

ອາເຈັນຕີນາ ແມ່ນຢູ່ອັນດັບທີຫ້າ ນຳຫຼັງສະຫະລັດ ທີ່ມີຜູ້ຕິດເຊື້ອໄວຣັສ 8 ລ້ານ 2 ແສນຄົນ, ອິນເດຍ ມີ 7 ລ້ານ 5 ແສນຄົນ, ບຣາຊີລ ມີ 5 ລ້ານ 2 ແສນຄົນ ແລະຣັດເຊຍ ມີ 1 ລ້ານ 4 ແສນຄົນ ຕາມລຳດັບ.

ກໍລະນີການຕິດເຊື້ອໄວຣັສໂຄໂຣນາ ນຶ່ງລ້ານຄົນ ໃນອາເຈັນຕິນາ ລວມມີການເສຍຊີວິດເຖິງ 26,716 ຄົນ.

ຕົວເລກໃໝ່ດັ່ງກ່າວຈາກອາເຈັນຕິນາ ຊຸກຍູ້ໃຫ້ຈຳນວນການຕິດແປດໄວຣັສໂຄໂຣນາ ລວມທັງໝົດຂອງໂລກສູງຂຶ້ນຮອດ 40 ລ້ານ 4 ແສນກໍລະນີ ທີ່ລວມມີການເສຍຊີວິດເຖິງ 1 ລ້ານ 1 ແສນຄົນແລ້ວ.

ອົງການຂ່າວຣອຍເຕີສ໌ ກ່າວວ່າ ບໍລິສັດຜະລິດຢາ ຟາຍເຊີ້ຣ (Pfizer) ທີ່ມີຫ້ອງການຢູ່ໃນສະຫະລັດ ແລະບໍລິສັດ ໄບໂອເອັນເທັກ (BioNTech) ທີ່ມີຫ້ອງການຢູ່ໃນເຢຍຣະມັນ ໄດ້ເລີ້ມເອົາການທົດລອງຂອງຢາວັກຊີນຢູ່ຍີ່ປຸ່ນ ໃນຂັ້ນຕອນທີນຶ່ງແລະສອງເຂົ້າມາລວມກັນ. ການສຶກສາຄົ້ນຄວ້ານີ ຈະຈັດຫາຜູ້ອາສາສະໝັກ 160 ຄົນ ທີ່ມີອາຍຸ ລະຫວ່າງ 20 ຫາ 85 ປີ ເພື່ອເຂົ້າຮ່ວມໃນການສຶກສາຄົ້ນຄວ້ານີ້.

ອົງການກອງທຶນເດັກຂອງສະຫະປະຊາຊາດ ຫຼື UNICEF ກ່າວວ່າ ຕົນຈະສະສົມເຂັມສັກຢາໄວ້ 500 ລ້ານເຂັມພາຍໃນທ້າຍປີນີ້ ແລະນຶ່ງພັນລ້ານເຂັມພາຍໃນປີ 2021 ອັນເປັນສ່ວນນຶ່ງຂອງການຕຽມພ້ອມຂອງຕົນສຳລັບຢາວັກຊີນປ້ອງກັນໄວຣັສໂຄວິດ-19 ທີ່ຈະອອກມາໃນທີ່ສຸດ.

ອິງຕາມອົງການຂ່າວ UN News ຂອງສະຫະປະຊາຊາດແລ້ວ ການສະສົມເຂັມສັກຢານຶ່ງພັນລ້ານອັນ ເພື່ອສະໜັບສະໜຸນໂຄງການສັກຢາວັກຊີນປ້ອງກັນໄວຣັສໂຄໂຣນາຂອງອົງການນັ້ນ ແມ່ນນອກຈາກແຜນການຂອງອົງການ UNICEF ທີ່ຈະຊື້ເຂັມສັກຢາວັກຊີນ ຈໍານວນ 620 ລ້ານເຂັມ ສໍາລັບ ໂຄງ ການສັກຢາວັກຊີນຂອງຕົນຕາມປົກກະຕິນັ້ນ.

ທ່ານນາງ ເຮັນຣີເອັດຕາ ຟໍເຣ ຜູ້ອຳນວຍການບໍລິຫານ ອົງການ UNICEF ກ່າວວ່າ ການຊຸກຍູ້ເພື່ອສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ເດັກນ້ອຍນຶ່ງພັນຄົນຂອງໂລກນັ້ນ “ຈະເປັນນຶ່ງໃນການປະຕິບັດງານທີ່ີມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງມະນຸດ ແລະພວກເຮົາຈະຕ້ອງເຄື່ອນໄຫວໄວທີ່ສຸດເທົ່າທີ່ຢາວັກຊີນຈະສາມາດຜະລິດອອກມາໄດ້.”

ອົງການ UNICEF ເປັນຜູ້ຊື້ຢາວັກຊີນທີ່ໃຫຍ່ທີ່ສຸດຂອງໂລກ ຊຶ່ງຈະຊື້ຢາວັກຊີນຫຼາຍກວ່າ 2 ພັນລ້ານຊຸດ (ໂດສ) ໃນແຕ່ລະປີສຳລັບຄວາມພະຍາຍາມໃນການສັກຢາວັກຊີນກັນພະຍາດເຊັ່ນວ່າ ພະຍາດໝາກສຸກ ແລະໄຂ້ທໍລະພິດ ເປັນປະຈຳ ພ້ອມກັນນັ້ນ ການຮັບມືກັບການລະບາດທັງຫຼາຍໃນນາມຂອງເກືອບ 100 ປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG