ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອາເຈັນຕີນາ ກ່າວວ່າ ການໃຊ້ກຳລັງ ໃນ ເວເນຊູເອລາ ບໍ່ແມ່ນວິທີ ທີ່ດີທີ່ສຸດ


ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence, ຂວາ, ຍ່າງກັບປະທານາທິບໍດີ ອາເຈັນຕີນາ ທ່ານ Mauricio Macri ທີ່ບ້ານພັກລັດຖະບານ ໃນນະຄອນຫຼວງ ບູເອນົສ ແອເຣສ. ປະເທດ ອາເຈັນຕີນາ, 15 ສິງຫາ, 2017.
ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence, ຂວາ, ຍ່າງກັບປະທານາທິບໍດີ ອາເຈັນຕີນາ ທ່ານ Mauricio Macri ທີ່ບ້ານພັກລັດຖະບານ ໃນນະຄອນຫຼວງ ບູເອນົສ ແອເຣສ. ປະເທດ ອາເຈັນຕີນາ, 15 ສິງຫາ, 2017.

ປະທານາທິບໍດີຂອງປະເທດ ອາເຈັນຕີນາ ທ່ານ ໂມຣີຊີໂອ ມາຄຣີ ແມ່ນຜູ້ນຳເຂດ ອາ
ເມຣິກາ ລາຕິນ ຄົນຫຼ້າສຸດທີ່ໄດ້ເວົ້າວ່າ ການແຊກ ແຊງທາງທະຫານຂອງ ສະຫະລັດ
ບໍ່ແມ່ນ “ວິທີ” ທີ່ຈະນຳເອົາປະຊາ ທິປະໄຕກັບຄືນສູ່ ເວເນຊູເອລາ.

ທ່ານ ມາຄຣີິ ແລະ ຮອງປະທານາທິບໍດີ ສະຫະລັດ ທ່ານ ໄມຄ໌ ເພັນສ໌ ທີ່ກຳລັງຢ້ຽມຢາມ
ອາເຈັນຕິນາ ໄດ້ພົບປະກັບບັນດານັກຂ່າວລຸນຫຼັງການເຈລະຈາຂອງພວກເພິ່ນ ເມື່ອວັນ
ອັງຄານວານນີ້ ທີ່ນະຄອນຫຼວງ Buenos Aires.

ທ່ານ ມາຄຣີ ໄດ້ກ່າວຜ່ານນາຍພາສາວ່າ “ວິທີທີ່ດີທີ່ສຸດບໍ່ແມ່ນການໃຊ້ກຳລັງ, ພວກ
ເຮົາຕ້ອງໃຊ້ຄວາມຊຳນານທາງການທູດ ແລະເສດ ຖະກິດ ເພື່ອທີ່ຈະຮັບປະກັນວ່າ
ປະຊາທິປະໄຕແມ່ນໄດ້ຖືກຟື້ນຟູ ໄວເທົ່າທີ່ຈະໄວໄດ້.”

ທ່ານ ມາຄຣີ ໄດ້ກ່າວວ່າ ມັນມີຄວາມເຫັນພ້ອມກັນທົ່ວອາເມຣິກາ ລາຕິນ ຕໍ່ການແກ້ໄຂ
ບັນຫາໂດຍໃຊ້ກຳລັງທະຫານ. ທ່ານ ເພັນສ ກໍໄດ້ຍິນການຄັດຄ້ານແບບດຽວກັນຈາກ
ປະທານາທິບໍດີ ໂຄລອມເບຍ ທ່ານ ຮວນ ມານູແອລ ຊານຕົສ ເມື່ອວັນຈັນທີ່ຜ່ານມາ.

ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວໃນສັບປະດາທີ່ຜ່ານມາວ່າ ທ່ານບໍ່ໄດ້ປະ​ຕິ​ເສດ​
ເຖິງຄວາມເປັນໄປໄດ້ໃນການທີ່ຈະໃຊ້ກຳລັງຕໍ່ ເວເນຊູເອລາ. ທ່ານ ເພັນສ ໄດ້ກ່າວໃນ
ວັນອັງຄານວານນີ້ວ່າ ທ່ານ ທຣຳ “ໄດ້ກ່າວຢ່າງຈະແຈ້ງວ່າ ສະຫະລັດ ມີທາງເລືອກ
ຫຼາຍຢ່າງ ແລະໄດ້ກຽມທາງເລືອກພວກນັ້ນໄວ້.”
ທ່ານໄດ້ກ່າວວ່າ ສະຫະລັດ ຈະບໍ່ຢືນ
ລໍຖ້າຢູ່ ໃນຂະນະທີ່ ເວເນຊູເອລາ ພັງທະລາຍລົງກາຍເປັນປະເທດຜະເດັດການ ແລະ
ວ່າຄວາມລົ້ມແຫຼວຂອງລະບອບປະຊາທິປະໄຕໃນ ເວເນຊູເອລາ ນັ້ນ ແມ່ນໄພຂົ່ມຂູ່ຕໍ່
ສະຫະລັດ.

ປະເທດ ອາເຈັນຕີນາ ປັດຈຸບັນນີ້ ໄດ້ຮັບເອົາພວກອົບພະຍົບປະມານ 60,000 ຄົນ,
ບ່ອນທີ່ເສດຖະກິດໄດ້ຮັບຄວາມເສຍຫາຍ ແລະ ອາຫານຂັ້ນພື້ນຖານເຊັ່ນ ເຂົ້າຈີ່,
ນໍ້າຕານ ແລະ ນໍ້າມັນສຳລັບຈືນອາ ຫານ ແມ່ນໄດ້ຂາດແຄນຢ່າງຮຸນແຮງ.

ທ່ານ ເພັນສ໌ ໄດ້ກ່າວວ່າ “ເວເນຊູເອລາ ມີໂອກາດທີ່ຈະເປັນໜຶ່ງໃນ ບັນດາປະເທດທີ່
ຮັ່ງມີທີ່ສຸດໃນຊີກໂລກຂອງພວກເຮົາ ດ້ວຍບໍ່ນໍ້າມັນ ຂອງເຂົາເຈົ້າພຽງຢ່າງດຽວ. ແລະ
ຄວາມທຸກຍາກ ແລະ ການກີດກັນ ນັ້ນ ແມ່ນຜົນທີ່ມາຈາກການພັງທະລາຍກາຍເປັນ
ລະບອບຜະເດັດການ ຢ່າງເຫັນ ໄດ້ຊັດ.”

ທ່ານ ເພັນສ໌ ໄດ້ກ່າວຊົມເຊີຍຕໍ່ທ່ານ ມາຄຣີິ ​ໃນການປະຕິຮູບ ຂອງທ່ານ ທີ່ໄດ້ຊ່ວຍຟື້ນ
ຟູເສດຖະກິດຂອງ ອາເຈັນຕີນາ ໃຫ້ກັບຄືນມາຄືເກົ່າ, ໂດຍເອີ້ນການຟື້ນຕົວດັ່ງກ່າວນີ້
ວ່າ ເປັນແຮງບັນດານໃຈ ສຳ ລັບໂລກ. ທ່ານ ເພັນສ໌ ຍັງຈະສືບຕໍ່ການເດີນທາງຢ້ຽມຢາມ
ເຂດອາເມຣິກາ ລາຕິນ ໃນສັບປະດານີ້ ທີ່ປະເທດ ຊີເລ ແລະ ປານາມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Pence Argentina
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG