ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຜູ້​ດຳ​ລົງ​ຕຳ​ແໜ່ງ ໃນ​ປັດ​ຈຸ​ບັນ ຂອງ​ອາ​ເຈັນ​ຕິ​ນາ ໄດ້​ຍອມ​ຮັບ ຄວາມ​ຜ່າຍ​ແພ້ ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ


​ຜູ້​ສະ​ໝັກ​ແຂ່ງ​ຂັນ ຈາກ​ພັກ ເປີ​ເຣ​ນິ​ສ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທ. ອາ​ເບີ​ໂຕ ເຟີ​ນານ​ເດັ​ສ ໂບກ​ມື​ໃຫ້​ແກ່​ພວກ​ສະ​ໜັບ​ສະ​ໜຸນ, ​ໂດຍ​ມີ​ພາບ​ຂອງ ຄູ່​ລົງ​​ສະ​ໝັກ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ, ຫຼັງ​ຈາກ ທ. ມາ​ຄ​ຣີ ໄດ້​ຍອມ​ຮັບ​ຄວາມ​ຜ່າຍ​ແພ້
​ຜູ້​ສະ​ໝັກ​ແຂ່ງ​ຂັນ ຈາກ​ພັກ ເປີ​ເຣ​ນິ​ສ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທ. ອາ​ເບີ​ໂຕ ເຟີ​ນານ​ເດັ​ສ ໂບກ​ມື​ໃຫ້​ແກ່​ພວກ​ສະ​ໜັບ​ສະ​ໜຸນ, ​ໂດຍ​ມີ​ພາບ​ຂອງ ຄູ່​ລົງ​​ສະ​ໝັກ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ, ຫຼັງ​ຈາກ ທ. ມາ​ຄ​ຣີ ໄດ້​ຍອມ​ຮັບ​ຄວາມ​ຜ່າຍ​ແພ້

ປະ​ທາ​ນາ​ທິ​ບໍ​ດີ ຫົວ​ອາ​ນຸ​ລັກ​ນິ​ຍົມ ທ່ານ ໂມ​ຣີ​ຊີ​ໂອ ມາ​ຄ​ຣີ ໄດ້​ຍອມ​ຮັບ​ຄວາມ​ຜ່າຍ​ແພ້ ໃນ​ການ​ເລືອກ​ຕັ້ງ​ຂອງ​ອາ​ເຈັນ​ຕິ​ນາ ເມື່ອ​ຄືນ​ວັນ​ອາ​ທິດ​ວານນີ້ ໂດຍ​ແຜ້ວ​ທາງ​ໃຫ້​ພັກ​ເປີ​ໂຣ​ນິ​ສ ທີ່​ນິ​ຍົມ​ແນວ​ທາງ​ກາງ​ອຽງ​ຊ້າຍ ຂອງ​ປະ​ເທດ ໄດ້​ກັບ​ຄືນ​ມາ​ກຳ​ອຳ​ນາດ ພາຍ​ໃຕ້​ການ​ນຳ​ພາ​ຂອງ ທ່ານ​ອາ​ລ​ເບີ​ໂຕ ເຟີ​ນານ​ເດັ​ຊ ໃນ​ຂະ​ນະ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງທັງ​ຫຼາຍ ຮູ້​ສຶກ​ທໍ້​ແທ້​ໃຈຢູ່ນັ້ນ ບໍ່​ຍອມ​ຮັບ​ຕໍ່​ການ​ແກ້​ໄຂ້​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ​ທີ່​ຊຸດ​ໂຊມ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ດຳ​ລົງ​ຕຳ​ແໜ່ງ​ໃນ​ປັດ​ຈຸ​ບັນ ​ທີ່​ໄດ້ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ຄົນ​ຕົກ​ຢູ່​ໃນ​ພາ​ວະ​ຍາກ​ຈົນ.

ຜົນ​ການ​ເລືອກ​ຕັ້ງ ຈະ​ເປັນ​ຂີດ​ໝາຍ​ທີ່​ກາຍ​ເປັນ​ເລື້ອງ​ຮື​ຮາ​ກັນ​ ຂອງ​ການ​ກັບ​ຄືນ​ສູ່ຕຳ​ແໜ່ງ​ທີ່​ສູງ​ສຸດ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ ຄ​ຣິ​ສ​ຕີ​ນາ ເຟີ​ນານ​ເດັ​ສ ຜູ້​ທີ່​ເປັນຄູ່​ສະ​ໝັກ ແລະ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ​ຂອງ​ທ່ານ​ອາ​ລ​ເບີ​ໂຕ ເຟີ​ນານ​ເດັ​ສ ນັ້ນ ​ທັງຍັງເປັນ​ອະ​ດີດ​ຫົວ​ໜ້າ ແລະ​ອັນ​ທີ່​ພວກ​ນັກ​ວິ​ຈານ ກ່າວ​ວ່າ ອາດ​ເປັນ​ອຳ​ນາດ​ທີ່​ຢູ່​ເບື້ອງຫຼັງບັນ​ລັງ​ຂອງ​ທ່ານ ນຳ​ດ້ວຍ.

ທ່າ​ນ​ມາ​ຄ​ຣີ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ ຢູ່​ທີ່​ສຳ​ນັກ​ງານ​ໃຫຍ່ ວ່າ ທ່ານ​ໄດ້​ໂທ​ລະ​ສັບ​ຫາ​ ທ່ານ​ອາ​ລ​ເບີ​ໂຕ ເຟີ​ນານ​ເດັ​ຊ ເພື່ອ​ສະ​ແດງ​ຄວາມ​ຍິນ​ດີ​ນຳ​ທ່ານ ແລະ​ໄດ້​ເຊື້ອ​ເຊີນ​ທ່ານ ມາ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ເຊົ້າ​ເພື່ອ​ໂອ້​ລົມ​ກັນ ໃນ​ວັນ​ຈັນ​ມື້ນີ້ ຢູ່​ທີ່​ທຳ​ນຽບສີ​ບົວຂອງ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ​ມາ​ຄ​ຣີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ໃຫ້​ ​ການ​ປ່ຽນ​ລັດ​ຖະ​ບານ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ເພື່ອ​ທີ່​ຈະ​ນຳ​ມາ​ຊຶ່ງ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ຊາວ​ອາ​ເຈັນ​ຕິ​ນາ ໝົດ​ທຸກ​ຄົນ ເພາະ​ວ່າ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ແມ່ນ​ຄວາມ​ຜາ​ສຸກ​ຂອງ ຊາວ​ອາ​ເຈັນ​ຕິ​ນາ ໝົດ​ທຸກ​ຄົນ.”

​ທາງ​ການ​ຂອງ​ອາ​ເຈັນ​ຕິ​ນາ ໄດ້​ກ່າວ​ວ່າ ທ່ານ​ເຟີ​ນາ​ນ​ເດັ​ຊ ​ໄດ້ຮັບ​ຄະ​ແນນ​ສຽ​ງ 47.83 ເປີ​ເຊັນ ​ທຽບ​ໃສ່​ກັບ 40.66 ເປີ​ເຊັນ​ຂອງ​ຄະ​ແນນ​ສຽງ ທີ່​ທ່ານ​ມາ​ຄ​ຣີ ໄດ້​ຮັບ​ ໂດຍ​ທີ່​ຄະ​ແນນ​ສຽງ​ທັງ​ໝົດ​ໄດ້​ຖືກ​ນັບ​ໄປ​ແລ້ວ 91.21 ເປີ​ເຊັນ. ທ່າ​ນ​ເຟີ​ນານ​ເດັ​ຊ ຕ້ອງ​ການສຽງ​ສະ​ໜັບ​ສະ​ໜຸນ 45 ເປີ​ເຊັນ ຫຼື ​ສຽງ​ສະ​ໜັບ​ສະ​ໜຸນ 40 ເປີ​ເຊັນ ໂດຍ​ມີ​ຄະ​ແນນ​ສຽງ 10 ເປີເຊັນ​ນຳ​ໜ້າ​ ຄູ່​ແຂ່ງ​ທີ່​ຕິດ​ຕາມ​ມາ​ໃກ້​ທີ່​ສຸດ ເພື່ອ​ທີ່​ຈະ​ຫລີກ​ເວັ້ນ ການ​ລົງ​ຄະ​ແນນ​ສຽງຂັ້ນ​ຊີ້​ຂາດ ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ ຈະ​ມາ​ເຖິງນີ້.

ທ່ານ​ມາ​ຄ​ຣີ ໄດ້​ຖືກ​ເລືອກ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2015 ໂດຍການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ກະ​ຕຸ້ນ​ເສດ​ຖະ​ກິດ​ຂອງ​ປະ​ເທດ. ໃນ​ເວ​ລານັ້ນ ຊາວ​ອາ​ເຈັນ​ຕິ​ນາ ໄດ້​ປະ​ຕິ​ເສດ​ທີ່​ຈະ​ຮັບ​ເອົາ ຜູ້​ທີ່​ຈະ​ເຂົ້າ​ມາ​ຮັບ​ຕຳ​ແໜ່ງ​ແທນ ຊຶ່ງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ເຟີ​ນານ​ເດັ​ຊ ໄດ້​ຄັດ​ເລືອກ​ມາ ໃນ​ຂະ​ນະ​ດຽວ​ກັນ​ນັ້ນ ມື້​ລາງ​ສາ​ມີ​ຂອງ​ທ່ານ​ນາງ ໄດ້​ຄອບ​ງຳ​ວົງ​ການ​ການ​ເມືອງ​ຂອງ​ອາ​ເຈັນ​ຕິ​ນາ ມາ​ໄດ້ 12 ປີ ແລະ​ໄດ້ຂຽນ​ສັນ​ຍາ​ໃໝ່​ກັບ​ສັງ​ຄົມ​ພົນ​ລະ​ເຮືອນ​ຂອງ​ອາ​ເຈັນ​ຕິ​ນາ. ແຕ່​ການ​ຕັດ​ສິ​ນ​ໃຈ​ທີ່​ເດັດ​ຂາດ​ຂອງ​ອະ​ດີດ​ຜູ້​ນຳ​ຄົນ​ນີ້ ຜູ້​ທີ່​ສາ​ມາດເຮັດ​ໃຫ້​ ມີວົງ​ຈອນ​ຂອງ​ຄວາມ​ຫວັງ ແລະ​ຄວາມສິ້ນ​ຫວັງ ກັບ​ຄືນ​ມາສູ່ ອາ​ເຈັນ​ຕິ​ນາ ອີກ​ເທື່ອ​ນຶ່ງ.

ພວກທີ່ສະ​ໜັບ​ສະ​ໜຸນ ທັງ​ສອງ​ເຟີ​ນານ​ເດັ​ຊ ຫຼາຍ​ພັນ​ຄົນ ໄດ້​ພາ​ກັນມາ​ເຕົ້າ​ໂຮມ​ກັນ​ຢ່າງ​ໜາ​ແໜ້ນ ຢູ່​ດ້ານນອກ​ສຳ​ນັກ​ງານ​ໃຫຍ່ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ ໃນ​ການ​ສະ​ເຫຼີມ​ສະຫຼອງ​ຢ່າງປິ​ຕິ​ຍິນ​ດີ ດ້ວຍ​ການ​ໂບກ​ທຸງ​ຊາດສີ​ຟ້າ​ກ່ານ​ຂາວ​ຂອງ​ອາ​ເຈັນ​ຕິ​ນາ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG