ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ອາເຈັນຕີນາ ຊະນະ ເນເທີແລນ ແລະຈະລົງແຂ່ງ ເອົາແຊ້ມ ເຕະບານໂລກ ໃນວັນອາທິດ (ສະ​ໄລ​ດ໌/ວີດີໂອ)


دا په میانمار کې یوه مسلمانه ده؛ په لاس کې يې په شعار لیکل شوي، موږ ترهګري غندو.

Argentina ​ໄດ້​ຕັ້ງ​ຖານະ​ຕົນ​ເອງ ທີ່​ຈະ​ຊະນະເປັນແຊ້ມ​ການ​
ແຂ່ງຂັນ​ເຕະບານ​ໂລກ ຫລື World Cup ຄັ້ງ​ທຳ​ອິດ​ ໃນ​ຮອບ​
ເກືອບ 30 ປີ ຜ່ານມາ ​ໂດຍ​ໄດ້​ຊະນະ​ທີ​ມ Netherlands ​ໃນ
​ການ​ຍິງ​ລູກ​ໂທດດ້ວຍ​ຄະ​ແນນ 4 ປະຕູ​ຕໍ່ 2 ຫຼັງ​ຈາກ​ມີ​ຄະ​ແນນ​
ສະ​ເໝີ​ກັນ​ມາ 0 ຕໍ່ 0 ນັ້ນ.

ທີ​ມ Argentina ​ໄດ້ເຕະ​ລູກ​ໂທດ​ທັງ​ໝົດ 4 ລູກ​ເຂົ້າ​ປະຕູ ຕໍ່​ຜູ້​
ຮັກສາປະຕູ​ ທ້າວ Jasper Cillesson ຂອງ​ທີ​ມ Netherlands .
ທ້າວ Maxi Rodriguez ​ເປັນ​ຜູ້​ເຕະ​ລູກ​ໂທດ ​ໃນ​ການ​ຊະນະ
​ໃນ​ຄັ້ງ​ນີ້. ສ່ວນ​ຜູ້​ຮັກສາ​ປະຕູ​ທີ​ມ Argentina ທ້າວ Sergio
Romero ຮັບ​ການ​ເຕະ​ລູກ​ໂທດໄວ້​ໄດ້ ທີ່​ເຕະ​ໂດຍ​ທ້າວ Ron
Vlaar ​ແລະ​ທ້າວ Wesley Sneijder.

ຜົນ​ຂອງ​ການ​ແຂ່ງຂັນ​ໃນ​ວັນ​ພຸດ​ວານ​ນີ້ ພາຍ​ໃຕ້​ຝົນຕົກ​ໃນ​ສະໜາມ​ກີລາ Itaquerao ທີ່​ນະ​ນອນ Sao Paulo ໝາຍ​ຄວາມ​ວ່າ ທີ​ມ Argentina ຈະແຂ່ງ​ກັບ​ທີ​ມ​ເຢຍຣະມັນ ​ເພື່ອ​ຊີງ​ຊະນະ​ເລີດເອົາແຊ້ມ ເຕະບານໂລກ ​ໃນ​ວັນ​ອາທິດ​ຈະ​ມາ​ເຖິງ​ນີ້ ທີ່​ສະໜາມ​ກີລາ Maracana ທີ່​ນະ​ນອນ Rio De Janeiro.

Argentina ກຳລັງ​ພະຍາຍາມ​ໃຫ້​ໄດ້​ຊະນະ World Cup ອີກເປັນ​ຄັ້ງ​ທີ​ສາມ ຊຶ່ງ​ເຄີຍ​ຊະນະ​ມາ​ແລ້ວ​ໃນ​ປີ 1978 ​ແລະ​ປີ 1986. ທີ​ມ Netherlands ​ແລະ​ທີ​ມ Argentina ​ໄດ້​ສູ້​ກັນ​ຢ່າງ​ດຸ​ເດືອດ ໃນເວລາ​ ທຳ​ມະ​ດາ ​ແລະ​ໃນ​ເວລາ​ຕໍ່​ພິ​ເສດ ຈົນ​ບໍ່​ມີ​ທີ​ມຊະນະ​ກັນ
ໄດ້.

ທ້າວ Cillessen ​ໄດ້​ປ້ອງ​ກັນ​ປະຕູ​ໄວ້​ໄດ້​ຈາກ​ການ​ເຕະ​ລູກ​ໂທດ​ທ້າວ Lionel Messi supersatar ທີ​ມ Argentina​ ໃນ​ນາ​ທີທີ 20 ແລະ​ການ​ຍິງ​ຈາກ​ນາຍ Gonzalo Higuain ຈາກ​ທີ​ມ Argentina ​ໃນ​ນາທີ​ທີ 75 ຊຶ່ງ​ພາດ​ປະຕູ​ໄປ​ນ້ອຍ​ນຶ່ງ. ຂາ​ຍິງ​ທີ່​
ເກັ່ງ​ທີ່​ສຸດ​ຂອງ​ທີ​ມ Netherlands ຄື ທ້າວ Arjen Robben ຍິງ​ລູກ​ບານ​ໃນ​ນາທີທີ
90 ​ແຕ່​ທີ​ມກົງກັນຂ້າມ​ປ້ອງ​ກັນ​ໝາກ​ບານ​ໄວ້​ໄດ້.

World Cup Montage ARGENTINA NETHERLANDS
please wait

No media source currently available

0:00 0:01:30 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG